ລະບົບຖານຂໍ້ມູນ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ​ ຂັດຂ້ອງ 2 ເດືອນຍັງແກ້ໄຂບໍ່ໄດ້

0
69

ເມື່ອມໍ່ໆມານີ້ ປະຊາຊົນຈຳນວນຫລາຍໄດ້ສ່ອງແສງໃຫ້ຊາບວ່າ ປະສົບບັນຫາ ການຕໍ່ອາຍຸ ແລະ ບັດປະຈຳຕົວໃໝ່ ແຕ່ກໍຕ້ອງຜິດຫວັງ ຍ້ອນພາກສ່ວນກ່ຽວຂ້ອງໃຫ້ຄຳຕອບວ່າ ປັດຈຸບັນລະບົບຊອບແວ ໃນການເຮັດບັດປະຈຳຕົວໃໝ່ຍັງມີບັນຫາ ເຊິ່ງໄດ້ມີການແຈ້ງການກ່ອນໜ້ານີ້ແລ້ວ.

ອີງຕາມແຈ້ງການຂອງ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ​ ກະຊວງປ້ອງກັນຄວາມສະຫງົບ ແຈ້ງໃຫ້ຊາບໃນວັນທີ​ 13​ ກັນຍາ​ 2022 ຜ່ານມາ ເລື່ອງການນໍາໃຊ້ປື້ມສໍາມະໂນຄົວ ເພື່ອເຄື່ອນໄຫວເຮັດທຸລະກໍາຕ່າງໆແທນບັດປະຈໍາຕົວປະຊາຊົນລາວ (ຊົ່ວຄາວ) ເນື່ອງຈາກເກີດມີບັນດາຫາຄື:

1.​ ປັດຈຸບັນລະບົບຊັອບແວຖານຂໍ້ມູນ PIM ແລະ ລະບົບໄຟຟ້າສຳຮອງຂັດຂ້ອງ ລະບົບເຄື່ອຂ່າຍສັນຍານຫລົ້ມເຫລວ ເຊິ່ງບໍ່ສາມາດພິມບັດປະຈໍາຕົວແບບໃໝ່ໄດ້.

2. ໃນກໍລະນີປະຊາຊົນບັນດາເຜົ່າ, ພະນັກງານ, ທະຫານ, ຕຳຫລວດ (ໝາຍເຖິງຜູ້ບໍ່ທັນມີບັດ ແລະ ຜູ້ບັດໝົດອາຍຸ) ທີ່ມີຄວາມຈໍາເປັນໃນການນໍາໃຊ້ບັດປະຈໍາຕົວ

ປະຊາຊົນລາວ ເພື່ອຢັ້ງຢືນປະກອບເອກະສານເຮັດທຸລະກໍາຕ່າງໆ ທີ່ກ່ຽວຂ້ອງກັບເອກະສານວິຊາສະເພາະຂອງກອງບັນຊາການ ປກສ ນະຄອນຫລວງວຽງຈັນ ແລະ ບັນດາກອງບັນຊາການ ປກສ ແຂວງ ແມ່ນໃຫ້ນໍາໃຊ້ປື້ມທະບຽນສໍາມະໂນຄົວ ແທນບັດປະຈຳຕົວໄປກ່ອນ.

ເຖິງຢ່າງໃດກໍຕາມ, ແຈ້ງການສະບັບດັ່ງກ່າວນີ້ອອກມາແຕ່ຕົ້ນເດືອນ 9 ຈົນມາເຖິງທ້າຍເດືອນພະຈິກ ແມ່ນນັບໄດ້ 2 ເດືອນກວ່າແລ້ວ ແຕ່ລະບົບບໍ່ໄດ້ຮັບແຈ້ງການຈາກພາກສ່ວນກ່ຽວຂ້ອງຕື່ມ ດ້ານຄວາມຄືບໜ້າໃນການສ້ອມແປງລະບົບ ແລະ ຈະສາມາດເຮັດບັດປະຈຳຕົວໄດ້ຕອນໃດ.

ດັ່ງນັ້ນ, ຂໍໃຫ້ທຸກທ່ານທີ່ມີຄວາມຈຳເປັນ ແມ່ນໃຫ້ໃຊ້ປຶ້ມສຳມະໂນຄົວ ແທນບັດປະຈຳຕົວໄປກ່ອນຈົນກວ່າຈະມີການແກ້ໄຂ ຫລື ແຈ້ງການຈາກພາກສ່ວນກ່ຽວຂ້ອງ.
ຫາກມີການ ແຈ້ງການຈາກກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ສ້ອມແປງ-ປັບປຸງແກ້ໄຂລະບົບຖານຂໍ້ມູນສຳເລັດ ທີມງານຂ່າວໜັງສືພິມລາວພັດທະນາ ລາຍງານໃຫ້ທ່ານໄດ້ຮັບຊາບຕື່ມກ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.