ເຈົ້າເມືອງທ່າປາງທອງ ລົງໃຫ້ກຳລັງໃຈ ຄອບຄົວຜູ້ທີ່ຖືກເຄາະຮ້າຍເກີດອຸປ ະ ຕ ິ ເ ຫ ດ ລົດປີ້ນທັບເຮືອນຂອງປະຊາຊົນ

0
174

ໃນວັນທີ 23 ພະຈິກ 2022 ທ່ານ ຄຳປະສົງ ຂົງຄຳ ເຈົ້າເມືອງທ່າປາງທອງ ພ້ອມດ້ວຍການນຳຂອງເມືອງ ແລະ ພາກສ່ວນທີ່ກຽວຂ້ອງໄດ້ລົງໃຫ້ກຳລັງໃຈ ພ້ອມມອບເຄື່ອງ

ອຸປະໂພກບໍລິໂພກຈຳນວນໜຶ່ງ ແລະ ເງິນເສົດ ຈຳນວນ 3.000.000 ກີບ ໃຫ້ກັບຄອບຄົວຜູ້ທີ່ເກີດອຸປະຕິເຫດ ລົດປີ້ນທັບເຮືອນຂອງປະຊາຊົນຢູ່ທີ່ ບ້ານ ພູຜານາງ ( ຄຸ້ມຂາມເປ້ຍ) ເມືອງທ່າປາງທອງ ແຂວງສະຫວັນນະເຂດ ເພື່ອແບ່ງເບົາຄວາມທຸກໂສກ ໃນເຫດການຄັ້ງນີ້.

ອີງຕາມການລາຍງານຂອງເຈົ້າໜ້າທີ່ ປກສ ເມືອງທ່າປາງທອງ ໃຫ້ຮູ້ວ່າໃນວັນທີ 22 ພະຈິກ 2022 ເວລາ 16 ໂມງ 30 ນາທີ ໄດ້ມີອຸປະຕິເຫດ ລົດບັນທຸກພວງ ສີຟ້າ

ຂາວ ໝາຍເລກທະບຽນ ສະຫວັນນະເຂດ ບກ 2118 ຂັບຂີ່ໂດຍ ທ້າວ ຈອນ ອາຍຸ 26 ປີ ສັນຊາດ ລາວ ອາຊີບຂັບລົດ ປະຈຸບັນບ້ານນາເຊັງ ນະຄອນໄກສອນພົມວິຫານ

ແຂວງສະຫວັນນະເຂດ ໄດ້ເສຍຫຼັກ ປີ້ນທັບເຮືອປະຊາຊົນ ຢູ່ຖະໝົນເລກທີ 2.6313 ຂອບເຂດ ບ້ານ ພູຜານາງ ( ຄຸ້ມຂາມເປ້ຍ ) ເມືອງທ່າປາງທອງ ຈຸດເກີດເຫດ ເປັນເສັ້ນທາງລົງພູ ຄົດລ້ຽວ ແລະ ມີຝົນຕົກໜັກເຮັດໃຫ້ທາງໝື່ນ, ຜົນເສຍຫາຍໃນຄັ້ງນີ້ ເຮັດໃຫ້ເຮືອນຂອງພໍ່ແມ່ປະຊາຊົນເສຍຫາຍ 5 ຫຼັງ ໃນນັ້ນເສຍຫາຍໜັກທັງຫຼັງ

ຈຳນວນ 3 ຫຼັງ ແລະ ເລັກໜ້ອຍ 2 ຫຼັງ ແລະ ມີຜູ້ເສຍຊິວິດ ຈຳນວນ 4 ຄົນ, ຍິງ1ຄົນ, ບາດເຈັບສາຫັດ 3 ຄົນ, ຍິງ 1 ຄົນ, ບາດເຈັບສົມຄວນ 2 ຄົນ, ບາດເຈັບເລັກໜ້ອຍ 2 ຄົງ, ລວມທັງໝົດ ບາດເຈັບ ແລະ ເສຍຊີວິດ ຈຳນວນ 11 ຄົນ, ຍິງ 4 ຄົນ ປັດຈຸບັນລົດຄັນດັ່ງກ່າວ ແລະ ວັດຖຸທີ່ຖຶກເສຍຫາຍ ແມ່ນທາງເຈົ້າໜ້າ

ໄດ້ຮັກສາໄວ້ຢູ່ບ່ອນເກີດເຫດ ສ່ວນມູນຄ່າການເສຍຫາຍ ຍັງບໍ່ທັນສາມາດສະຫຼູບໄດ້ ສ່ວນຜູ້ຂັບຂີ່ ແມ່ນທາງເຈົ້າໜ້າທີ່ ໄດ້ກັກຕົວ ຢູ່ ປກສ ເມືອງທ່າປາງທອງ ເພື່ອດໍາເນີນການສືບສວນ-ສອບສວນ ຕໍ່ໄປ.

ທີ່ມາ: MediaLAOS

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.