ປກສ ແຂວງສະຫວັນນະເຂດ ທຳລາຍອາວຸດລ່າເນື້ອ ແລະ ເຄື່ອງມືທີ່ຜິດຕໍ່ລະບຽບກົດໝາຍ

0
69

ວັນທີ 24 ພະຈິກ 2022 ນີ້ ປກສ ແຂວງສະຫວັນນະເຂດໄດ້ ທຳລາຍອາວຸດລ່າເນື້ອ ປະເພດປືນແກັບຈຳນວນ 1.700 ກະບອກ ແລະ ເຄື່ອງມືທີ່ຜິດຕໍ່ລະບຽບກົດໝາຍຈຳນວນໜຶ່ງ ຢູ່ທີ່ສູນດັດສ້າງ ຫລັກ 33 ເມືອງ ໄຊພູທອງ ແຂວງສະຫວັນນະເຂດ.

ທ່ານ ພັນໂທ ບຸນລວນ ເດດວົງສາ ຫົວໜ້າພະແນກອາຊີບພາຫະນະພິເສດ ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ ໃຫ້ຮູ້ວ່າ: ປກສ ແຂວງໄດ້ເອົາໃຈໃສ່ ຄຸ້ມຄອງພົນລະເມືອງໃນການທຳມາຫາກິນ, ການດຳລົງຊີວິດທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ, ຕິດຕາມກວດກາ ແລະ ຢຶດອາວຸດລ່າເນື້ອ, ທາດແຕກ, ທາດ

ລະເບີດ ແລະ ເຄື່ອງມືຊັອດປາ ຈາກຜູ້ລະເມີດຕໍ່ລະບຽບກົດໝາຍ ເພື່ອນຳໄປມອບໃຫ້ ປກສ ແຂວງເອົາໄປທຳລາຍຖິ້ມ ເຊິ່ງອາວຸດລ່າເນື້ອ ແລະ ເຄື່ອງມືທີ່ນຳເອົາມາທຳລາຍດ້ວຍການຈູດຄັ້ງນີ້ປະກອບມີປືນແກັບຈຳນວນ 1.700 ກະບອກ, ວັດຖຸທີ່ຕ້ອງຫ້າມມີ 5 ລາຍການຄື: ລູກຂີ້ກົ່ວ ຈຳນວນ 170 ກິໂລ, ດອກແກັບ 99 ກັບ, ຂີ້ເຈຍ 36 ກິໂລ, ໝໍ້ຊັອດປາ 6 ໜ່ວຍ.


ປກສ ແຂວງສະຫວັນນະເຂດ ທຳລາຍອາວຸດລ່າເນື້ອ ແລະ ເຄື່ອງມືທີ່ຜິດຕໍ່ລະບຽບກົດໝາຍ


ປກສ ແຂວງສະຫວັນນະເຂດ ທຳລາຍອາວຸດລ່າເນື້ອ ແລະ ເຄື່ອງມືທີ່ຜິດຕໍ່ລະບຽບກົດໝາຍ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.