ພົນລະເມືອງດີແຈ້ງ ພົບ Land Rover ສີຂາວຕິດແຜ່ນປ້າຍທະບຽນຂອງລົດຄັນອື່ນ

0
114

ໃນເວລາ 19:00 ໂມງຂອງວັນທີ 21 ພະຈິກ 2022 ຜ່ານມານີ້, ເຈົ້າໜ້າທີ່ພາສີພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ປະຈຳຈຸດ

ປະສານງານນາເຕີຍ ແຂວງຫຼວງນໍ້າ, ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີແຈ້ງວ່າ: ມີລົດໃຫຍ່ປະເພດລົດຈິບ, ຍີ່ຫຍໍ້: Land Rover, ສີຂ່າວຕິດແຜ່ນປ້າຍທະບຽນ ກຂ 9511 (ປ້າຍເອກະຊົນສະຫວັນນະເຂດ).

ຊຶ່ງເປັນລົດສວມແຜນປ້າຍທະບຽນຂອງລົດຄັນອື່ນ, ພາຍຫຼັງໄດ້ຮັບຂ່າວເຈົ້າໜ້າທີ່ ພສປ ຈຶ່ງໄດ້ອອກເຄື່ອນໄຫວຕິດຕາມພໍຮອດເວລາປະມານ 19:15 ໂມງໄດ້ພົບເຫັນລົດຄັນ

ເປົ້າໝາຍແລ່ນລົງມາຮອດຈຸດປະສານງານນາເຕີຍ ແຂວງຫຼວງນໍ້າທາ, ຊຶ່ງເຈົ້າໜ້າທີ່ ພສປ ໄດ້ຂໍອະນຸຍາດກວດກາເຫັນວ່າມີ: ໃບແຈ້ງພາສີສຳລັບພາຫະນະນຳເຂົ້າທ່ອງທ່ຽວຢ້ຽມຢາມ (D53) ນໍາເຂົ້າມາແຕ່ປີ 2019 ແລະ ມີເອກະສານອື່ນໆກ່ຽວກັບລົດແຕ່ມາຮອດປະຈຸບັນເຫັນໝົດກໍານົດເວລາມາໄດ້ 3 ປີແລ້ວ.

ປັດຈຸບັນຊຶ່ງໄດ້ດຳເນີນຂັ້ນຕອນສືບສວນ-ສອບສວນ ແລະ ໄດ້ມອບສຳນວນຄະດີ, ພາຫະນະຂອງກາງໃຫ້ພາສີ ປະຈຳແຂວງຫຼວງນ້ຳທາ, ເປັນຜູ້ດຳເນີນການແກ້ໄຂຄະດີຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.