ວັນທີ 23 ພະຈິກ 2022 ນີ້, ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ໄດ້ອອກແຈ້ງການເຫັນດີໃຫ້ປັບປຸງລາຄາຄ່າຂົນສົ່ງ ຜູ້ໂດຍສານສາຍທາງ ນະຄອນຫລວງວຽງຈັນ-ຫລັກ 20 ເມືອງຄໍາເກີດ ແຂວງບໍລິຄໍາໄຊ-ນະຄອນຫລວງວຽງຈັນ ຈາກລາຄາເກົ່າ 130.000 ກີບ ປັບມາເປັນ 150.000 ກີບ. ເນື່ອງຈາກວ່າ
ຜ່ານການຈັດຕັ້ງປະຕິບັດຕາມແຈ້ງການຂອງຫ້ອງການກະຊວງ ຍທຂ ສະບັບເລກທີ 24669/ຫກ ຍັງບໍ່ທັນເໝາະສົມ ແລະ ສອດຄ່ອງກັບສະພາບຕົວຈິງ ເພາະສາຍທາງດັ່ງກ່າວເປັນເສັ້ນທາງຫ່າງໄກ ແລະ ເປັນເສັ້ນທາງທີ່ຄົດລ້ຽວພູສູງຊັນ ມີອັດຕາການສິ້ນເປືອງຫລາຍ.
ດັ່ງນັ້ນຈຶ່ງມອບໃຫ້ສະມາຄົມໂດຍສານສາຍໃຕ້ ນະຄອນຫລວງວຽງຈັນ ແລະ ສະມາຄົມລົດໂດຍສານ ຫລັກ 20 ແຂວງບໍລິຄໍາໄຊ ຈັດຕັ້ງປະຕິບັດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ພ້ອມທັງລາຍງານໃຫ້ຂະແໜງຂົນສົ່ງ ພະແນກ ຍທຂ ນະຄອນຫລວງວຽງຈັນຢ່າງເປັນປົກກະຕິ.