ການຄຸ້ມຄອງເງິນຕາບໍ່ກົມກຽວບໍ່ຮັດກຸມເປັນປັດໄຈເຮັດໃຫ້ເງິນເຟີ້ ແລະ ເງິນກີບອ່ອນຄ່າ

0
140

ທ່ານ ບຸນເຫລືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ລາຍງານການຈັດຕັ້ງປະຕິບັດແຜນເງິນຕາ ປີ 2022 ແລະ ແຜນເງິນຕາປະຈຳປີ 2023 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 5 ທັນວາ 2022 ນີ້ວ່າ: ໄລຍະ 9 ເດືອນຕົ້ນປີ 2022 ເຫັນວ່າເສດຖະກິດໃນທົ່ວໂລກໂດຍລວມ

ຍັງບໍ່ທັນຟື້ນຕົວໄດ້ເຕັມທີ່ ເນື່ອງຈາກຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ກໍຕ້ອງມາປະເຊີນກັບສິ່ງທ້າທາຍອັນໃໝ່ຈາກອັດຕາເງິນເຟີ້ທີ່ເພີ່ມຂຶ້ນສູງໃນຮອບຫລາຍສິບປີ; ເຖິງແມ່ນວ່າເສດຖະກິດຢູ່ ສປປ ລາວເຮົາຈະມີທ່າອ່ຽງດີຂຶ້ນ ເຫັນໄດ້ຈາກການສົ່ງອອກ ແລະ ການທ່ອງທ່ຽວ ແຕ່ກໍຈະຍັງປະເຊີນກັບຄວາມທ້າທາຍທີ່

ສະສົມມາຫລາຍປີ ໂດຍສະເພາະການນໍາເຂົ້າສິນຄ້າ ແລະ ການບໍລິການຍັງສືບຕໍ່ເພີ່ມຂຶ້ນ ແລະ ຕົວເລກຫນີ້ສິນຕໍ່ຕ່າງປະເທດຢູ່ໃນລະດັບທີ່ສູງ. ສະນັ້ນ, ເມື່ອກະທົບກັບລາຄານໍ້າມັນ ແລະ ສິນຄ້ານໍາເຂົ້າທີ່ເພີ່ມສູງຢູ່ໃນຕະຫລາດສາກົນໄດ້ພາໃຫ້ຄວາມຕ້ອງການເງິນຕາຕ່າງປະເທດເພື່ອຊໍາລະການນໍາເຂົ້າເພີ່ມສູງແບບກ້າວກະໂດດເລີ່ມແຕ່ຕົ້ນປີ 2022 ເປັນຕົ້ນມາ.

ໃນອີກດ້ານໜຶ່ງ, ການຄຸ້ມຄອງເງິນຕາຕ່າງປະເທດຂອງທຸກພາກສ່ວນກ່ຽວຂ້ອງຍັງບໍ່ທັນກົມກຽວ ແລະ ຮັດກຸມສົ່ງຜົນໃຫ້ຍັງມີສະພາບລາຍຮັບທີ່ເປັນເງິນຕາຕ່າງປະເທດຈາກການສົ່ງອອກ ແລະ ເງິນລົງທຶນຈາກຕ່າງປະເທດຈໍານວນຫລາຍຍັງບໍ່ທັນເຂົ້າມາປະເທດ ຜ່ານລະບົບທະນາຄານຕາມລະບຽບການ ເຮັດໃຫ້ເງິນຕາຕ່າງປະເທດເຂົ້າສູ່ລະບົບ

ທະນາຄານໜ້ອຍກວ່າທີ່ຄວນຈະເປັນ ຊຶ່ງໄດ້ສ້າງຄວາມບໍ່ສົມດູນກັນລະຫວ່າງຄວາມຕ້ອງການ ແລະ ຄວາມສາມາດສະໜອງເງິນຕາຕ່າງປະເທດ ແລະ ກາຍເປັນປັດໄຈຕົ້ນຕໍທີ່ພາໃຫ້ເງິນກີບທຽບເງິນໂດລາ ອ່ອນຄ່າ 19,44% ແລະ ເງິນກີບທຽບເງິນບາດ ອ່ອນຄ່າ 18,02% ຮອດທ້າຍເດືອນກັນຍາ; ສ່ວນຕ່າງລະຫວ່າງອັດຕາແລກປ່ຽນຂອງ

ທະນາຄານ ແລະ ຕະຫລາດນອກລະບົບ ສໍາລັບອັດຕາເງິນ ກີບທຽບໃສ່ເງິນໂດລາ ຢູ່ໃນລະດັບ 12,33% ແລະ ອັດຕາເງິນກີບທຽບໃສ່ເງິນບາດ ຢູ່ໃນລະດັບ 4,27%.ການອ່ອນຄ່າຂອງເງິນກີບ ຍັງໄດ້ສົ່ງຜົນເຮັດໃຫ້ອັດຕາເງິນເຟີ້ເພີ່ມສູງຂຶ້ນຮອດລະດັບສອງຕົວເລກນັບແຕ່ເດືອນພຶດສະພາເປັນຕົ້ນມາ ແລະ ຄາດວ່າຈະຍັງສືບຕໍ່ມີທ່າອ່ຽງເພີ່ມຂຶ້ນ ເພາະສິນຄ້ານໍາເຂົ້າໄດ້ກວມເຖິງໜຶ່ງສ່ວນສາມ (1/3) ຂອງກະຕ່າສິນຄ້າໃນການຄິດໄລ່ອັດຕາເງິນເຟີ້.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.