ຄົນເກີດວັນອາທິດ:ການງານການເຮັດທຸລະກິດທີ່ເປັນນາຍໜ້າຈະໄດ້ຮັບຜົນກຳໄລທີ່ດີ ການເງິນລາຍຈ່າຍຊ່ວງນີ້ຕົກຢູ່ໃນສະພາວະຕຶງຄຽດ ຕ້ອງບໍລິຫານການເງິນທີ່ໃຫ້ດີ ຄວາມຮັກຖ້າມີໂອກາດໄດ້ເດີນທາງໄກໄປຕ່າງປະເທດ ຈະພົບໄດ້ຮັກທີ່ນັ້ນ ເຄື່ອງມຸງຄຸນແຫວນເພັດ ສີມຸງຄຸນສີຂາວ ເລກນຳໂຊກ1
ຄົນເກີດວັນຈັນ:ການງານເກີດຄວາມບໍ່ເຂົ້າໃຈກັນໃນການສື່ສານກັບໝູ່ຮ່ວມງານ ການເງິນຈະມີຜູ້ໃຫຍ່ທີ່ເປັນຍາດຕິພີ່ນ້ອງເຂົ້າມາອຸປະຖຳຄ້ຳຊູ ຄວາມຮັກຖ້າມີຮັກຈະເປັນຮັກທີ່ຫ່າງເຫີນ ຖ້າຍັງໂສດກໍກຽມມີແຟນເພາະມີຄົນສົນໃຈເຈົ້າຫຼາຍ ເຄື່ອງມຸງຄຸນ ແຫວນຄຳ ສີມຸງຄຸນສີເຫຼືອງ ເລກນຳໂຊກ3
ຄົນເກີດວັນອັງຄານ:ການງານການຄ້າຂາຍເຄື່ອງບຳລຸງຜິວພັນຈະໄດ້ຮັບຜົນສຳເລັດທີ່ດີ ການເງິນຈະໄດ້ມີຍາດພີ່ນ້ອງເຂົ້າມາຢືມເງິນ ຄວາມຮັກ ສົມຫວັງ ແລະ ມີຄວາມສຸກກັບຄວາມຮັກທີ່ດີໃນຕອນນີ້ ເຄື່ອງມຸງຄຸນ ຫິນນຳໂຊກສີບົວ ສີມຸງຄຸນສີບົວເຂັ້ມ ເລກນຳໂຊກ7
ຄົນເກີດວັນພຸດ:ການງານການເລີ່ມຕົ້ນເຮັດທຸລະກິດໃໝ່ຈະໄດ້ຮັບຜົນຕອບຮັບ ແລະ ກຳໄລທີ່ດີ ການເງິນຈະຕ້ອງໄດ້ດຸໝັ່ນເປັນພິເສດ ຖ້າຢາກຈະມີເງິນເກັບໃນຊ່ວງນີ້ ຄວາມຮັກບຸນທີ່ທ່ານສະສົມມາ ຈະນຳພາໃຫ້ທ່ານໄດ້ພົບຄົນຮັກທີ່ດີ ເຄື່ອງມຸງຄຸນ ສາຍຄໍຄຳ ສີມຸງຄຸນສີຟ້າເຂັ້ມ ເລກນຳໂຊກ9
ຄົນເກີດວັນພະຫັດ:ການງານການລົງທຶນກັບທຸລະກິດຄ້າຂາຍເສື້ອຜ້າຈະໄດ້ຮັບຜົນກຳໄລທີ່ດີ ການເງິນຈະໄດ້ຮັບເງິນກ້ອນຈາກການສ່ຽງໂຊກ ຄວາມຮັກຈະໄດ້ພົບຄົນໜ້າຕາດີ ມີສະເໜ່ ຜິວຂາວເຫຼືອງ ເຂົ້າມາສ້າງສາຍສຳພັນນຳ ເຄື່ອງມຸງຄຸນມໍລະກົດ ສີມຸງຄຸນສີດຳ ເລກນຳໂຊກ4
ຄົນເກີດວັນສຸກ:ການງານ ການເຮັດວຽກໜັກ ແລະ ພັກຜ່ອນບໍ່ພຽງພໍອາດຈະເຮັດໃຫ້ມີບັນຫາສຸຂະພາບໄດ້ ການເງິນບໍລິຫານລາຍຮັບ ແລະ ລາຍຈ່າຍໃຫ້ດີ ຖ້າທ່ານຢາກຈະມີເງິນເກັບ ຄວາມຮັກດ້ວຍເລື່ອງຂອງເວລາທີ່ບໍ່ຄ່ອຍມີໃຫ້ກັນ ອາດຈະເຮັດໃຫ້ຮັກຂອງທ່ານຫ່າງເຫີນກັນໄດ້ ເຄື່ອງມຸງຄຸນຕ່າງຫູ່ສີຟ້າອ່ອນ ສີມຸງຄຸນສີນ້ຳຕານ ເລກນຳໂຊກ2
ຄົນເກີດວັນເສົາ:ການງານການຕິດຕໍ່ເຈລະຈາງານກັບລູກຄ້າແມ່ນມີຄວາມລ່າຊ້າ ການເງິນຈະພົບແຕ່ເລື່ອງທີ່ເຮັດໃຫ້ມີແຕ່ເສຍເງິນ ແຕ່ກໍຈະມີຜູ້ໃຫຍ່ເຂົ້າມາອຸປະຖຳຊ່ວຍເຫຼືອ
ຄວາມຮັກການສື່ສານທີ່ບໍ່ເຂົ້າໃຈກັນຈະບັ່ນທອນຄວາມໝັ້ນຄົງຂອງຄວາມຮັກທີ່ດີຂອງທ່ານໄດ້ ເຄື່ອງມຸງຄຸນ ແຫວນເພັດສີເຫຼືອງ ສີມຸງຄຸນສີສົ້ມ ເລກນຳໂຊກ8