ຍິນດີກັບ ຄູ່ຮັກ ຊາຍ ກັບ ຊາຍ ເຂົ້າສູ່ວິວາ ຕາມຮີດຄອງລາວ ທີ່ຮຽບອີກ1ຄູ່ ຂອງຕົ້ນປີນີ້.ເຟສບຸກຜູ້ກ່ຽວໄດ້ໂພສວ່າ ຂອບໃຈ ພໍ່ແມ່ ພີ່ນ້ອງ ຫມູ່ຄູ່ທີ່ມາຮ່ວມງານ ຄັ້ງນີ້ດ້ວຍ 7.1.2023(ກົດໝາຍລາວເຮົາອາດຍັງບໍ່ທັນຮອງຮັບການຮ່ວມສົມລົດຂອງເພດ LGBT Q ແຕ່ກົດແຮງກາມມະເທບບໍ່ອາດຂວາງທາງໃຈເຮົາໄດ້ ເພາະທຸກມື້ນີ້ສັງຄົມ
ສະໄໝນີ້ຄົນສ່ວນຫຼາຍບໍ່ຄ່ອຍຍຶດຕິດວ່າຊາຍຕ້ອງແຕ່ງກັບຍິງແລ້ວ ເພາະມັນກາຍເປັນເລື້ອງທຳມະດາໄປແລ້ວ ເພາະໂລກເປີດກ້ວາງກໍ່ຖືວ່າຫຼາຍ ແຕ່ກໍ່ຍັງມີຄົນອີກຈຳພວກໜຶ່ງທີ່ຄິດວ່າການແຕ່ງງານ ຫຼື ມີຄູ່ຮັກ ຊາຍແຕ່ງຊາຍ ຍິງແຕ່ງຍິງ ເປັນເລື້ອງທີ່ບໍ່ເໝາະສົມຢູ່ ແຕ່ແອັດຄິດວ່າຄົນເຮົາຂໍແຕ່ພຽງມີໃຈຮັກມັກກັນ ແລະ ບໍ່ເຮັດໃຫ້ໃຜ
ເດືອດຮ້ອນ ເປັນຄົນດີຂອງສັງຄົມ ຂອງພໍ່ແມ່ ຂອງຄອບຄົບ ກໍ່ພໍແລ້ວ ຈະໃຫ້ຄົນອື່ນມາມັກມາຮັກເຮົາ ຫຼື ໃຫ້ເຂົາເຈົ້າເຂົ້າໃຈໃນສິ່ງທີ່ເຮົາເປັນມັນເປັນໄປບໍ່ໄດ້ທີ່ຄົນຈະຄິດ
ແບບນັ້ນ ເພາະທຸກຄົນເກີດມາບໍ່ມີໃຜສົມບູນແບບໝົດ ຈະເຮັດໃຫ້ຖືກໃຈຄົນອື່ນກໍ່ບໍ່ແມ່ນເພາະນັ້ນຄືຈິດໃຈຂອງເຮົາ ແຄຄວາມຮູ້ສຶກຂອງໂຕເອງກໍ່ພໍ ເຮົາເອງບໍ່ເດືອດຮ້ອນ ແຕ່ຄົນອື່ນກັບເດືອດຮ້ອນແທນ ອັນນັ້ນເປັນພຽງຄວາມຄິດຂອງເຂົາເຈົ້າເອງ ສະນັ້ນຄົນທີ່ແຄທີ່ສຸດກໍ່ຄືຄອບຄົວເຮົາ ແລະ ໂຕເຮົາເອງກໍ່ພໍ ສຸດທ້າຍນີ້ຂໍໃຫ້ຮັກກັນດົນໆເດີ້
ສະແດງຄວາມຍິນດີນຳ ຊາຍແຕ່ງຊາຍ ເຂົ້າສູ່ວິວາແຕ່ງດອງ ຕາມຮີດຄອງປະເພນີລາວ
ສະແດງຄວາມຍິນດີນຳ ຊາຍແຕ່ງຊາຍ ເຂົ້າສູ່ວິວາແຕ່ງດອງ ຕາມຮີດຄອງປະເພນີລາວ
ສະແດງຄວາມຍິນດີນຳ ຊາຍແຕ່ງຊາຍ ເຂົ້າສູ່ວິວາແຕ່ງດອງ ຕາມຮີດຄອງປະເພນີລາວ
ຂອບໃຈພາບ Cr ພອນ ວົງຄຳ