ເຈົ້າຄອງນະຄອນຫຼວງວຽງຈັນ ອອກແຈ້ງການ:1. ໃຫ້ເຈົ້າຫນ້າທີ່ ຕໍາຫຼວດ, ທະຫານ, ກອງຫຼອນ, ພາສີ, ກວດກາການຄ້າ ຂອງນະຄອນຫຼວງ, ເມືອງ, ບ້ານ ເອົາໃຈໃສ່ຈັດຕັ້ງປະຕິບັດ ຄໍາສັ່ງເພີ່ມທະວີຈັດຕັ້ງປະຕິບັດ ການຫ້າມຜະລິດ, ນໍາເຂົ້າ, ຂົນສົ່ງ, ຊື້-ຂາຍ, ມີໄວ້ໃນ ຄອບຄອງ, ຈຸດ ຫຼື ຍິງຫມາກກະໂພກ, ບັ້ງໄຟດອກ, ໂຄມໄຟ
ລອຍຟ້າ ແລະ ກໍ່ສຽງແຕກ ໃນຕົວເມືອງ ແລະ ຊານເມືອງ ນະຄອນຫຼວງວຽງຈັນ ສະບັບເລກທີ 01/ຈນວ, ລົງວັນທີ 16 ມັງກອນ 2023, ໂດຍສະເພາະ ໃນງານສະເຫຼີມສະຫຼອງ ແລະ ເບີກບານມ່ວນຊື່ນຕ້ອນຮັບປີໃຫມ່ສາກົນ, ປີໃຫມ່ລາວ, ປີໃຫມ່ຊົນເຜົ່າຕ່າງໆ (ນໍເປເຈົ້າ, ກະ ເລີ່…), ປີໃຫມ່ຈີນ (ຕຸດຈີນ), ປີໃຫມ່ຫວຽດນາມ
(ເຕັດຫວຽດ), ງານເປີດບໍລິສັດ ຫ້າງຮ້ານ ແລະ ກິດຈະການຕ່າງໆ ຫຼື ໃນຍາມໂສກເສົ້າເສຍໃຈ ເຊັ່ນ: ຍິງປືນ ຫຼື ຈຸດຫມາກກະໂພກເວລາມີຄົນໃນຄອບຄົວເສຍຊີວິດ ຫຼື ໃນງານຊາປະ ນາກິດສົບ…; ໃຫ້ປະຕິບັດມາດຕະການ ຕໍ່ຜູ້ທີ່ລະເມີດ ຕາມຂໍ້ທີ 2 ຂອງຄໍາສັ່ງສະບັບດັ່ງກ່າວ ຢ່າງເດັດຂາດ ແລະ ເຂັ້ມງວດ.