ການລົງເຄື່ອນໄຫວຊຸກຍູ້ ແລະ ເບິ່ງການປຸງແຕ່ງນໍ້າມັນຢູ່ໂຮງງານປຸງແຕ່ງນໍ້າມັນຂອງບໍລິສັດຍອດງື່ມພາວເວີມະຫາຊົນ ຂອງ ທ່ານ ມະໄລທອງ ກົມມະສິດລັດຖະມັນຕີກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມຄະນະໄດ້ມີຂຶ້ນໃນວັນທີ 16 ມັງກອນ 2023 ນີ້ ທີ່ໂຮງງານປຸງແຕ່ງນໍ້າມັນຂອງບໍລິສັດ ຍອດງື່ມພາວເວີມະຫາຊົນ ໂດຍມີ ທ່ານ ບຸນໂຮມ ເທດທານີ ສະມາຊິກສະພາແຫ່ງຊາດເຂດ 9 ປະທານສະພາປະຊາຊົນແຂວງ ແຂວງຊຽງຂວາງ, ທ່ານ ທອງສະຫວັດ ມັງໜໍ່ເມກ ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າແຂວງ ມີພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກປະທານບໍລິສັດ.
ໃນໂອກາດນີ້ ທ່ານ ສົມຫວັງ ຄູຣູລັດ ຜູ້ອຳນວຍການໃຫຍ່ຂອງບໍລິສັດ ຍອດງື່ມພາວເວີ ມະຫາຊົນ ກໍໄດ້ລາຍງານໃຫ້ຊາບເຖິງການເຄື່ອນໄຫວວ່າ: ໂຮງງານປຸງແຕ່ງນໍ້າມັນເຊື້ອໄຟຍອດງື່ມພາວເວີ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 1 ພະຈິກ 2021 ດ້ວຍທຶນຈົດທະບຽນ 100 ຕື້ກີບ ໃນຮູບແບບບໍລິສັດຈໍາກັດ ແລະ ໄດ້ປ່ຽນມາເປັນບໍລິສັດມະຫາຊົນ ໃນວັນທີ 10 ມັງກອນ 2023. ພ້ອມເພີ່ມທຶນຈົດທະບຽນ ເປັນ 150ຕື້ກີບ ປະຈຸບັນໂຮງງານສາມາດປຸງແຕ່ງນໍ້າມັນອອກຮັບໃຊ້ສັງຄົມ 10 ລ້ານລິດຕໍ່ເດືອນ ເຊິ່ງນໍ້າມັນທີ່ຜະລິດອອກມາໄດ້ສົ່ງໃຫ້ບໍລິສັດເຊື້ອໄຟລາວຈຳໜ່າຍເປັນສ່ວນໃຫຍ່ ແລະ ບໍລິດສັດຈຳໜ່າຍນໍ້າມັນອື່ນໆອີກຈຳນວນໜຶ່ງ.
ພ້ອມທັງລາຍງານແຜນການຕໍ່ໜ້າຂອງບໍລິສັດ ເຊິ່ງປະຈຸບັນບໍລິສັດໄດ້ ລົງທຶນສ້າງ ໂຮງງານກັ່ນຕອງ ແລະ ປຸງແຕ່ງນໍ້າມັນເຊື້ອໄຟ ດ້ວຍກຳລັງການຜະລິດ 800 ລ້ານ ລິດຕໍ່ປີ ເຊິ່ງໄດ້ເລີ່ມລົງມືກໍ່ສ້າງມາແຕ່ທ້າຍປີ 2022 ແລະ ຈະສຳເລັດໃນປີ 2023 ແລະ ສາມາດດຳເນີນການຜະລິດໄດ້ໃນປີ 2024 ໃນມູນຄ່າການກໍ່ສ້າງທັງໝົດ 375 ຕື້ກີບ.
ສະຖານທີ່ ຕັ້ງຢູ່ບ້ານ ດິນດຳ ເມືອງໜອງແຮດ ແຂວງຊຽງຂວາງ ໂຮງງານດັ່ງກ່າວຈະເປັນໂຮງງານກັ່ນຕອງ ແລະ ປຸງແຕ່ງນໍ້າມນເຊື້ອໄຟ ເຊິ່ງຈະຜະລິດນໍ້າມັນໄດ້ 3 ຊະນິດຄື: ນໍ້າມັນກະຊວນ, ນໍ້າມັນແອັດຊັງ ແລະ ນໍ້າມັນທາ (Naphtha) ພ້ອມທັງຍົກໃຫ້ເຫັນເຖິງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຂອງບໍລິສັດ.
ໃນໂອກາດນີ້ ທ່ານ ມະໄລທອງ ກົມມະສິດ ລັດຖະມັນຕີກະຊວງອຸດສາຫະກໍາ ແລະ ການຄ້າ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະປະທານບໍລິສັດ ກໍຄືຜູ້ລົງທຶນທີ່ໄດ້ຕັດສິນໃຈສູງນຳເງິນມະຫາສານມາລົງທຶນສ້າງສາພັດທະນາປະເທດຊາດເວົ້າລວມເວົ້າສະເພາະກໍຄືແຂວງຊຽງຂວາງຖືປະກອບສ່ວນອັນສຳຄັນໃນການພັດທະນາເສດຖະກິດສັງຄົມ ຂອງຊາດໂດຍສະເພາະດ້ານພະລັງງານເຊື້ອໄຟເຊິ່ງເປັນສິ່ງສຳຄັນພື້ນຖານໜຶ່ງຂອງການພັດທະນາ ພ້ອມນີ້ກໍໄດ້ຮຽກຮ້ອງໃຫ້ບໍລິສັດຈົ່ງຍຶດໝັ້ນຫຼັກການວິຊາການຢ່າງໜັກແໜ້ນເພື່ອເຮັດໃຫ້ປະຊາຊົນລາວໄດ້ນຳໃຊ້ ນໍ້າມັນເຊື້ອໄຟທີ່ມີຄຸນນະພາບ ພ້ອມນີ້ກໍໄດ້ໄປເບິ່ງສະຖານທີທີ່ຈະກໍ່ສ້າງເປັນໂຮງກັ່ນ ແລະ ປຸງແຕ່ງນໍ້າມັນເຊື້ອໄຟແຫ່ງໃໝ່ຢູ່ບ້ານດິນດຳເມືອງໜອງແຮດຕື່ມອີກ.