ຄະນະກໍາມະການອະໄພຍະໂທດແຂວງຈໍາປາສັກ ຮ່ວມກັບອົງການໄອຍະການປະຊາຊົນແຂວງ ແລະ ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ໄດ້ຈັດພິທີປະກາດອະໄພຍະໂທດ-ຫລຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ປະຈໍາປີ 2022 ຂຶ້ນໃນວັນທີ 19 ມັງກອນ 2023, ຢູ່ຫໍວັດທະນະທໍາຈໍາປາສັກ ຫລັກ, ໂດຍການເປັນປະທານ ຂອງ ທ່ານ ໂສມ ບຸດ
ຕະກຸນ ຮອງເຈົ້າແຂວງຈໍາປາສັກ, ປະທານຄະນະກຳມະການອະໄພຍະໂທດລະດັບແຂວງ ພ້ອມດ້ວຍຄະນະກໍາມະການອະໄພຍະໂທດລະດັບແຂວງ.
ໃນພິທີໄດ້ຜ່ານບົດສະຫລຸບຫຍໍ້ການເຄື່ອນໄຫວກະກຽມຈັດຕັ້ງປະຕິບັດວຽກງານອະໄພຍະໂທດຂອງຄະນະກໍາມະການອະໄພຍະໂທດແຂວງ, ໃນປີ2022 ໂດຍໄດ້ນໍາສະເໜີຕໍ່ຄະນະກໍາມະການອະໄພຍະໂທດລະດັບຊາດ ໃນການໃຫ້ອະໄພຍະໂທດ-ຫລຸດຜ່ອນໂທດ ໃຫ້ນັກໂທດຜູ້ທີ່ມີຜົນງານດີເດັ່ນໃນການດັດສ້າງຕົນເອງ ປະຈໍາປີ 2022, ເຊິ່ງມີທັງໝົດ 385
ຄົນ, ຍິງ 46 ຄົນ, ຕ່າງປະເທດ 3 ຄົນ, ຍິງ 2 ຄົນ. ໃນນັ້ນຈຳນວນນັກໂທດທີ່ໄດ້ຮັບການໃຫ້ອະໄພຍະໂທດ ຫລຸດຜ່ອນໂທດ ທັງໝົດ ມີ 313 ຄົນ, ຍິງ 41 ຄົນ, ຕ່າງປະເທດ 3 ຄົນ, ຍິງ 2 ຄົນ, ນັກໂທດຂໍ້ຫາຢາເສບຕິດ ມີ 305 ຄົນ, ຍິງ 41 ຄົນ, ຕ່າງປະເທດ 3 ຄົນ, ຍິງ 2 ຄົນ ແລະ ຂໍ້ຫາທົ່ວໄປ ມີ 8 ຄົນ. ນອກນີ້
ຍັງໄດ້ສະເໜີໃຫ້ອະໄພຍະໂທດ ປ່ອຍຕົວ ນັກໂທດຢາເສບຕິດ ຈຳນວນ 70 ຄົນ, ຍິງ 5 ຄົນ, ຍ້າຍຈາກບັນຊີປ່ອຍຕົວ ມາໃສ່ບັນຊີຜ່ອນໂທດ 5 ຄົນ.
ໂອກາດນີ້, ທ່ານ ຮອງເຈົ້າແຂວງຈໍາປາສັກ, ປະທານຄະນະກຳມະການອະໄພຍະໂທດລະດັບແຂວງ ໄດ້ໂອ້ລົມ ແລະ ໂດຍເນັ້ນໃຫ້ນັກໂທດ, ຄອບຄົວຍາດພີ່ນ້ອງ ກໍຄື
ພົນລະເມືອງລາວທຸກຄົນຕ້ອງເຂົ້າໃຈແນວທາງຂອງພັກ,ເຄົາລົບ ແລະ ປະຕິບັດລະບຽບກົດໝາຍຢ່າງເຄັ່ງຄັດ, ເປັນເຈົ້າການປະຕິບັດສິດ, ພັນທະພື້ນຖານຂອງຕົນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືແຂວງຈຳປາສັກໃຫ້ຮັບປະກັນສັງຄົມຄວາມສະຫງົບ ຢູ່ດີກິນດີ.