ຄົນເກີດວັນອາທິດ:ການງານເຮັດທຸລະກິດຈະການຄ້າຂາຍຂອງແຟຊັ່ນເຄື່ອງປະດັບ ຫຼື ເຮັດທຸລະກິດ ປະສົບຄວາມສຳເລັດໄດ້ດີ ການເງິນມີໂຊກຈະໄດ້ຮັບເງິນກ້ອນໃຫຍ່ເຂົ້າມາຄວາມຮັກມີໂອກາດພົບຮັກ ເກີດຄວາມສຸກສົມຫວັງໃນເລື່ອງຂອງຄົນຮັກ ເຄື່ອງມຸງຄຸນເງິນ ສີມຸງຄຸນສີບົວ ເລກນຳໂຊກ9
ຄົນເກີດວັນຈັນ:ການງານເຮັດທຸລະກິດຂາຍອາຫານເສີມ ຫຼື ນ້ຳເພື່ອສຸຂະພາບຈະຂາຍດີຫຼາຍ ການເງິນເກີດລາບລອຍແບບບໍ່ຄາດຝັນເພາະໃນໄລຍະນີ້ເປັນໄລຍະດວງດີຂອງທ່ານຄວາມຮັກຈະເຂົ້າສູ່ສະຖານະການຄວາມສຳພັນບໍ່ຊັດເຈນຕ້ອງລະວັງຄໍາເວົ້າໃຫ້ຫຼາຍ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີເຫຼືອງ ເລກນຳໂຊກ4
ຄົນເກີດວັນອັງຄານ:ການງານເຮັດທຸລະກິດຈະການຄ້າທີ່ດິນໄລຍະນີ້ຈະໄດ້ກຳໄລດີ ການເງິນຈະໄດ້ໂຊກຈາກຜູ້ໃຫຍ່ຊ່ວຍອຸປະຖໍາທາງດ້ານການເງິນ ຄວາມຮັກມີໂອກາດພົບຄົນທີ່ມີສະເໜ່ເຂົ້າມາໃຫ້ຮູ້ສຶກດີ ເຄື່ອງມຸງຄຸນ ເພັດສີແດງ ສີມຸງຄຸນສີດໍາ ເລກນຳໂຊກ8
ຄົນເກີດວັນພຸດ:ການງານເຮັດທຸລະກິດເປີດຮ້ານຂາຍຂະໜົມຈະໄດ້ກຳໄລດີ ການເງິນມັກພົບເລື່ອງເສຍເງິນເລື້ອຍໆ ຕ້ອງລະວັງເລື່ອງລາຍຈ່າຍໃຫ້ຫຼາຍ ຄວາມຮັກມີໂອກາດພົບຮັກກັບຄົນຕ່າງອາຍຸ ອາດມາໃນຮູບແບບອ້າຍນ້ອງ ເຄື່ອງມຸງຄຸນເງິນ ສີມຸງຄຸນສີບົວ ເລກນຳໂຊກ2
ຄົນເກີດວັນພະຫັດ:ການງານເຮັດກິດຈະການທຸລະກິດສ່ວນຕົວຈະເຮັດໃຫ້ໄດ້ກຳໄລຫຼາຍຂຶ້ນ ການເງິນໝຸນຫາເງິນໄດ້ເພີ່ມຂຶ້ນ ຖານະລໍ່າລວຍ ເພາະເປັນໄລຍະນີ້ດວງດີຫຼາຍ ຄວາມຮັກມີໂອກາດຈະຢູ່ໃນສະຖານະການຮັກຊ້ອນເພາະຕ່າງຝ່າຍຕ່າງບໍ່ມີເວລາໃຫ້ກັນ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນສີຟ້າ ເລກນຳໂຊກ 8
ຄົນເກີດວັນສຸກ:ການງານລະວັງຈະເກີດບັນຫາຂັດແຍ້ງກັບຮຸ້ນສ່ວນຜູ້ຮ່ວມງານ ການເງິນຢູ່ໃນເກນທີ່ດີຫຼາຍແຕ່ການເງິນໄລຍະນີ້ໃຊ້ຈ່າຍເກີນຕົວແຕ່ຕົ້ນເດືອນ ຄວາມຮັກມີໂອກາດພັດທະນາຄວາມສຳພັນກັບຄົນຮັກໄປໄດ້ດີ ແຕ່ຕ້ອງລະວັງການຜິດຖຽງກັນ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີແດງ ເລກນຳໂຊກ7
ຄົນເກີດວັນເສົາ:ການງານເຮັດວຽກແບບທຸດລະກິດຫຼາຍເກີນໄປຈະເຮັດໃຫ້ທ່ານບໍ່ມີເວລາພັກຜ່ອນ ຕ້ອງລະວັງເລື່ອງຂອງສຸຂະພາບ ການເງິນລາຍຈ່າຍໄລຍະນີ້ຄົງທີ່ເພາະທ່ານເປັນຄົນທີ່ເກັບເງິນເກັ່ງ ຄວາມຮັກເກີດບັນຫາຂັດແຍ້ງຄວາມສຳພັນແບບເລັກນ້ອຍ ກັບຄົນຮັກແຕ່ຕ້ອງຮັກສາຄວາມຮັກໃຫ້ໝັ້ນຄົງຈະດີກວ່າ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ6