ຄົນເກີດວັນອາທິດ:ການງານຈະຖືກເອົາປຽບໃນເລື່ອງການງານສໍາລັບເພື່ອຮ່ວມງານທີ່ທ່ານບໍ່ຄວນໄວ້ໃຈການເງິນດ້ານການເງິນຢູ່ໃນພະວະຄ່ອງຕົວ ຈຶ່ງເປັນເຫດໃຫ້ທ່ານໃຊ້ຈ່າຍຫຼາຍກວ່າປົກກະຕິ ຄວາມຮັກລະວັງຈະຕົກຢູ່ໃນສະຖານະການຮັກຊ້ອນກໍເປັນໄປໄດ້ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີແດງ ເລກນຳໂຊກ5
ຄົນເກີດວັນຈັນ:ການງານການເຮັດທຸລະກິດໃນໄລຍະນີ້ມີໂອກາດໄດ້ຮັບຜົນກຳໄລຫຼາຍ ການເງິນພີ່ນ້ອງຫຼືບໍລິວານຈະຄອຍຖ້າຊ່ວຍເຫຼືອດ້ານການເງິນ ຄວາມຮັກຈະພົບຮັກກັບຄົນທີ່ມີອາຍຸແຕກຕ່າງກັນຫຼາຍ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີເຫຼືອງ ເລກນຳໂຊກ4
ຄົນເກີດວັນອັງຄານ:ການງານໄລຍະນີ້ໃຊ້ຄວາມມຸ່ງໝັ້ນ ແລະ ຄວາມຂະຫຍັນເປັນພິເສດເຮັດວຽກຫຍັງກໍຈະສຳເລັດ ການເງິນໄລຍະນີ້ໂຊກດີຫຼາຍໆ ຈະໄດ້ຮັບຊັບ ຮັບເງິນກ້ອນໃຫຍ່ ຄວາມຮັກຈະພົບຮັກກ່ຽວຂ້ອງກັບເລື່ອງທຸລະກິດການງານທີ່ເຮັດໃຫ້ຕ້ອງມາພົບກັນ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີສົ້ມອ່ອນ ເລກນຳໂຊກ0
ຄົນເກີດວັນພຸດ:ການງານ ພາລະກິດຫຼາຍເປັນພິເສດເພາະຜູ້ໃຫຍ່ຈະມອບພາລະກິດໃຫ້ ການເງິນມີໂຊກຈະໄດ້ເງິນກ້ອນໃຫຍ່ ອາດເປັນເງິນທີ່ທ່ານເກັບສະສົມໄວ້ກໍເປັນໄປໄດ້
ຄວາມຮັກຈະຕົກຢູ່ໃນສະຖານນະການຮັກຊ້ອນ ໂດຍທີ່ທ່ານບໍ່ຮູ້ຕົວ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີດໍາ ເລກນຳໂຊກ8
ຄົນເກີດວັນພະຫັດ:ການງານໄລຍະນີ້ເຮັດທຸລະກິດການງານໃດໆ ກໍຈະເລີນຮຸ່ງເຮືອງຫຼາຍຂຶ້ນ ການເງິນມີໂອກາດຮັບຊັບເກີດມີໂຊກ ເພາະຈະມີຜູ້ອຸປະຖໍາທາງດ້ານການເງິນ
ຄວາມຮັກມີໂອກາດພົບຄົນທີ່ມີສະເໜ່ ລັກສະນະຜິວຂາວ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນສີຟ້າ ເລກນຳໂຊກ 3
ຄົນເກີດວັນສຸກ:ການງານໄດ້ເລີ່ມຕົ້ນທຸລະກິດໃໝ່ເກີດຄວາມສຳເລັດ ການເງິນລະວັງເອກະສານທາງດ້ານການເງິນຈະເປັນໂມຄະ ຄວາມຮັກໄດ້ພົບຮັກເກີດຄວາມສຸກສົມຫວັງ ໃນໄລຍະນີ້ ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ ສີມຸງຄຸນສີຂຽວອ່ອນ ເລກນຳໂຊກ7
ຄົນເກີດວັນເສົາ:ການງານຈະເກີດການປ່ຽນແປງທາງອາຊີບການງານໄປສູ່ຕຳແໜ່ງທີ່ສູງຂຶ້ນ ການເງິນສາມາດຫາເງິນເຂົ້າມາໄດ້ເພີ່ມເຕີມຢ່າງວ່ອງໄວ ຄວາມຮັກຈະພົບຄົນທີ່ຖືກໃຈແລ້ວສາມາດສານຄວາມສຳພັນໄປໄດ້ດີເລີຍ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີບົວ ເລກນຳໂຊກ9