ຈັດບຸນສະຫລອງສົມໂພດ ອົງພຣະຍອດແກ້ວຣາຊະຄູຫລວງໂພນສະເມັກ ທີ່ວັດບ້ານຄອນໄຫລ ນະຄອນປາກເຊ

0
65

ໃນຕອນແລງວັນທີ 26 ມັງກອນ​ 2023,​ ຊາວພຸດຈຳ​ນວນຫລາຍໄດ້ຮ່ວມພິທີສະຫລອງສົມໂພດ ອົງພຣະຍອດແກ້ວຣາຊະຄູຫລວງໂພນສະເມັກ ທີ່ວັດບ້ານຄອນໄຫລ ນະຄອນປາກເຊ​ ໂດຍການ ເຂົ້າຮ່ວມ​ ເປັນປະທານຝ່າຍສົງ ຂອງພຣະອາຈານໃຫຍ່ ມະຫາ​ ບຸນມາ ສິມມາພົມ ປະທານສູນກາງອົງການພຸດທະສາສະໜາສໍາພັນລາວ (ອພສ)​ ແຫ່ງ​

ສປປ​ ລາວ,​ ປະທານຝ່າຍຄາລະວາດ​ ໃຫ້ກຽດເຂົ້າຮ່ວມໂດຍ​ ທ່ານ ນາງ ນາລີ​ ສີສຸລິດ​ ພັນລະຍາ​ປະທານປະເທດ​ ແຫ່ງ​ ສປປ​ ລາວ, ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງໆຈໍາປາສັກ ພ້ອມດ້ວຍ​ພັນລະຍາ.

ໃນງານມີການຮັບອະນຸໂມທະນາ, ມີພິທີແຫ່ກອງອັດຖະ ຈໍານວນ 9 ກອງ ເຂົ້າສູ່ວັດ​ ປະສານສຽງມະໂຫລີດົນຕຣີພື້ນເມືອງລາວຢ່າງຄຶກຄື້ນ ຫລັງຈາກນັ້ນ​ ກໍດໍາເນີນພິທີທາງສາສະໜາ ໄຫວ້ພຣະ,​ ຮັບສິນ,​ ສູດປະລິຕະມຸງຄຸນ​ ແລະ​ ຟັງທັມມະເທສະໜາ​ ແລະ​ ຕອນ​ທ້າຍ​ ກໍມີການຖວາຍປັດໄຈ​ ແກ່ພຣະສົງ​ ຜູ້ເປັນອົງປະມຸກປະທານ ຕື່ມອີກ.

ມາຮອດຕອນເຊົ້າວັນທີ 27 ມັງກອນ 2023​ ກໍມີພິທີທໍາບຸນໃສ່ບາດ,​ ຖວາຍສັງຄະທານແດ່ພຣະສົງ 99 ອົງ,​ ຟັງທໍາມະເທສະໜາ,​ ຮັບພອນ, ຢາດນ້ໍາ ແລະ​ ຍົກຍອດພຣະທາດບໍລິວານທັງ 4 ອົງ.​ ຕອນແລງກໍມີພິທີສຸດປະຣິຕະມົງຄຸນ,​ ຖວາຍອົງພຣະຍອດແກ້ວ ຣາຊະຄູຫລວງໂພນສະມັກ (ພໍ່ເຖົ້າຍາຄູຂີ້ຫອມ)​ ແລະ ເທທອງ ຫລໍ່ພຣະອົງແສນ ອົງຈໍາລອງ​ ແລະ​ ເວລາ​ 20​ ໂມງ ເຂົ້າສູ່ພິທີສົມໂພດພຣະຕະຫລອດແຈ້ງ.​

ຈຸດປະສົງ​ ກໍເພື່ອບໍາເພັນບາລະມີຍານ,​ ສ້າງມະຫາກຸສົນ​ ແລະ​ ສະເຫລີມສະຫລອງສົມໂພດອົງພຣະຍອດແກ້ວຣາຊະຄູຫລວງໂພນສະເມັກ (ພຣະຄູຂີ້ຫອມ) ໃນຄັ້ງປະຫວັດສາດ ເຊິ່ງເປັນຄັ້ງທໍາອິດ ແລະ​ ເປັນຮູບຫລໍ່ຂອງອົງພຣະຍອດແກ້ວຣາຊະຄູຫລວງໂພນສະເມັກ ໃຫຍ່ທີ່ສຸດໃນລາວ ເພື່ອເປັນມູນມໍລະດົກ ຂອງຊາດ​ ແລະ​ ຂອງພຣະພູດທະສາສະໜາໄວ້ຄູ່ຄົນລາວຊາວພຸດໄດ້ເປັນມິ່ງຂວັນ ແລະ ສັກກະລະບູຊາຕະຫລອດໄປ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.