ອຸບັດຕິເຫດຄົນຕົກເຫວ (ເຂດພູເກົ້າຫລັກ) ເສຍຊີວິດຄາທີ່01ຄົນ
ໃນວັນທີ 27 ມັງກອນ 2023 ເວລາ 11:24 ນາທີ ໄດ້ຮັບແຈ້ງຈາກປະຊາຊົນເຂົ້າເບີ 0711625 ວ່າມີເຫດຄົນຕົກເຫວຢູ່ພູເກົ້າຫລັກ ເມືອງກາສີ ແຂວງວຽງຈັນ ເມື່ອທີມງານກູ້ຊີບອົງການກາແດງລາວອອກກວດສອບພົບຜູ້ເສຍຊີວິດຄາທີ່01ຄົນ
ຜູ້ເສຍຊີວິດຊື່: ທ້າວ ພອງພັນ ອາຍຸ 55 ປີ ບ້ານຢູ່ປັດຈຸບັນບ້ານປິງ ເມືອງປາກແບງ ແຂວງອຸດົມໄຊ
ຕາມການບອກເລົ່າຂອງຍາດພີ່ນ້ອງຂອງຜູ້ເສຍຊີວິດຜູ້ກ່ຽວຂີ່ລົດເມມາກັບພີ່ນ້ອງແຕ່ວັນທີ່ 26.1.2023 ພໍມາເຖິງເຊດພູເກົ້າຫລັກ(ໂຄ້ງຈຸດຊົມວິວ) ຜູ້ກ່ຽວລົງລົດຍ້ອນລົດເລັ່ງບໍ່ຂື້ນຈື່ງອອກຈາກລົດເພື່ອຈະຍ່າງຂື້ນໄປແຕ່ພາດຕົກເຫວເລິກປະມານ 300 ກວ່າແມັດ
ດັ່ງນັ້ນທີມງານອົງການກາແດງແຂວງຫລວງພະບາງຈື່ງໄດ້ທຳການຫໍ່ສົບຜູ້ເສຍຊີວິດແລ້ວນຳສົ່ງບ້ານ ປິງ ເມືອງ ປາກແບງ ແຂວງອຸດົມໄຊ
ທາງທີມງານຂໍສະແດງຄວາມເສຍໃຈມາຍັງຄອບຄົວແລະຍາດພີ່ນ້ອງຂອງຜູ້ເສຍຊີວິດຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ພົບພູມທີ່ດີດ້ວຍເທີ້ນ🙏🙏🙏🙏
#ພົບເຫັນອຸບັດຕິເຫດ,ເຈັບ- ປ່ວຍ ສຸກເສີນໂທແຈ້ງ ☎️071 1625 #ບໍລິການຟີຣ ຕະຫຼອດ24 ຊົ່ວໂມງ.🚑
🚑ທ່ານໃດຢາກຊ່ວຍເຫລືອຫນ່ວຍງານ ສາມາດບໍລິຈາກເຄື່ອງອຸປະຖຳຕ່າງໆເຊັ່ນ: ເຂົ້າສານ,ອາຫານການກິນ,ນ້ຳມັນລົດ ຫລື ອຸປະກອນການແພດສາມາດບໍລິຈາກຜ່ານບັນຊີຂອງຫນ່ວຍກູ້ຊີບອົງການກາແດງລາວ ແຂວງຫລວງພະບາງ
🚑050110001513810001🚑(ບັນຊີທະນາຄານການຄ້າ)
ຊື່ບັນຊີ LAO RED CROSS LUANGPHABANG – PROVINCE RESCUE🚑
0300600010001027🚑(ບັນຊີທະນາຄານພັດທະນາລາວ)
#ຊື່ບັນຊີLAO RED CROSS LUANGPHABANG – PROVINCE RESCUE
#ເບີໂທຕິດຕໍ່ສຸກເສີນດັບເພີງ 071 1190,030 5705080
#ເບີໂທຕິດຕໍ່ເຈົ້າຫນ້າທີ່ຈາລະຈອນ 030 5722000