ວັນທີ 27 ມັງກອນ 2023ນີ້, ປກສ ເມືອງສາມັກຄີໄຊ ໄດ້ຈັດພິທີທຳລາຍອາວຸດລ່າເນື້ອ, ເຄື່ອງມືຫາປາ ແລະ ພາຫະນະທີ່ຖືກດັດແປງແບບຜິດກົດໝາຍຂື້ນຢູ່ທີ່ກອງບັນຊາການດັ່ງກ່າວ, ໂດຍການເຂົ້າຮ່ວມຂອງທ່ານ ເພັດມີໄຊ ຄຳພັກດີ ເຈົ້າເມືອງສາມັກຄີໄຊ , ມີ ທ່ານ ພັທ ວົງສັກ ແກ້ວວົງພິມ ຫົວໜ້າກອງບັນຊາການປ້ອງກັນຄວາມ
ສະຫງົບເມືອງ, ບັນດາທ່ານໃນຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕຳຫຼວດ, ແຂກຖືກເຊີນ, ອຳນາດການປົກຄອງ 28 ບ້ານ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ພັທ ຕິກຄຳ ນາມແສນວົງ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງ ແລະ ທ່ານ ພັຕ ຄຳໃບ ແກ້ວພາວົງ ຮອງພະແນກຕຳຫຼວດເມືອງ ໃຫ້ຮູ້ວ່າ: ໂດຍປະຕິບັດຕາມ ດຳລັດວ່າດ້ວຍກົດຈາລະຈອນທາງບົກ ສະບັບເລກທີ 615/ລບ, ລົງວັນທີ 9 ທັນວາ 2020, ດຳລັດວ່າດ້ວຍການປັບໃໝ ແລະ ມາດຕະການອື່ນ
ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການຈາລະຈອນທາງບົກ, ຄໍາສັ່ງເລກທີ 1163/ຈຂ,ອປ ລົງວັນທີ 26 ກັນຍາ 2014 ວ່າດ້ວຍການກວດກາ,ຄຸ້ມຄອງວຽກງານອາຊີບພິເສດ-ພາຫະນະພິເສດໃນທົ່ວແຂວງອັດຕະປື, ຄຳສັ່ງຂອງທ່ານເຈົ້າເມືອງ ສະບັບເລກທີ 572/ຈມ ລົງວັນທີ 22 ທັນວາ 2022 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນ
ການສະກັດກັ້ນການລ່າເນື້ອ ແລະ ການນຳໃຊ້ເຄື່ຶອງມືຫາປາແບບຜິດກົດໝາຍ, ແຈ້ງການເຈົ້າເມືອງສະບັບເລກທີ 461/ຈມ, ລົງວັນທີ 5 ສິງຫາ 2022, ເລື່ອງເພີ່ມທະວີຄວາມເຂັ້ມງວດໃນການກວດກາລາດຕະເວນ ແລະ ໃຊ້ມາດຕະການຕໍ່ບຸກຄົນ,ກຸ່ມຄົນທີີ່ຫາປາຕາມລຳນ້ຳສາຍເຊ, ຫ້ວຍໜອງ, ຄອງບຶງຕ່າງໆດ້ວຍເຄື່ອງມືຜິດກົດໝາຍ, ທີ່ພົວພັນເຖິງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ.
ດັ່ງນັ້ນ,ກຳລັງ ປກສ ເມືອງ ຈຶ່ງໄດ້ເອົາໃຈໃສ່ໃນການກວດກາຄຸ້ມຄອງພົນລະເມືອງໃນການທຳມາຫາກິນ, ການດຳລົງຊີວິດທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ,ໂດຍສະເພາະແມ່ນການຕິດຕາມກວດກາ ແລະ ຢຶດອາວຸດລ່າເນື້ອ,ທາດແຕກ,ທາດລະເບີດ, ເຄື່ອງມືຊ໋ອດປາ ແລະ ພາຫະນະທີ່ຖືກດັດແປງ, ຈາກຜູ້ລະເມີດຕໍ່ລະບຽບກົດໝາຍເພື່ອ
ນຳມາທຳລາຍຖິ້ມ, ເຊິ່ງອາວຸດລ່າເນື້ອ, ເຄື່ອງມືຫາປາ ແລະ ພາຫະນະທີ່ຖືກດັດແປງທີ່ນຳມາທຳລາຍໃນຄັ້ງນີ້, ປະກອບມີປືນແກັບຈຳນວນ 440 ກະບອກ, ໝໍ້ຊ໋ອດ 41 ໜ່ວຍ ແລະ ພະຫະທີ່ຖືກດັດແປງອີກຈຳນວນໜຶ່ງ ໃນນັ້ນມີທໍ່ດັດແປງ 58 ທໍ່, ຢາງນ້ອຍທີ່ບໍ່ໄດ້ມາດຖານ 50 ເສັ້ນ, ຕາສະປອດໄລ໋ຈຳນວນ 2 ອັນ.