ຄະນະກຳມະການອະໄພຍະໂທດແຂວງໄຊສົມບູນ ຈັດພິທີອະໄພຍະໂທດ ຫຼຸດຜ່ອນໂທດ; ໃນນີ້, ປອຍຕົວນັກໂທດກ່ອນກຳນົດ 2 ຄົນ ແລະ ຫຼຸດຜ່ອນໂທດ 15 ຄົນ, ຍິງ 1
ຄົນ; ໃນນັ້ນ, ມີຄະດີຢາເສບຕິດມີ 13 ຄົນ, ຍິງ 1 ຄົນ ແລະ ຂໍ້ຫາທົ່ວໄປ 2 ຄົນ ໂດຍການເຂົ້າຮ່ວມຂອງທ່ານ ແດງ ປະທຸມທອງ ປະທານສະພາປະຊາຊົນແຂວງໄຊສົມບູນ, ມີໄອຍະການ,ເຈົ້າໜ້າທີ່ທີ່ກ່ຽວຂ້ອງເຂົ້າຮ່ວມໃນວັນທີ 25 ມັງກອນ 2023.
ການອະໄພຍະໂທດໃນຄັ້ງນີ້ ເພື່ອເປັນການປະຕິບັດຫຼັກການມະນຸດສະທຳແກ່ຜູ້ຫຼົງກະທຳຜິດ ທີ່ມີການປະພຶດຕົວດີຂຶ້ນ, ປະຕິບັດກົດລະບຽບຂອງຄ້າຍໄດ້ດີ ແລະ ມີຄວາມອົດທົນພະຍາຍາມ ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນຄົນດີຂອງສັງຄົມກໍຄືຄອບຄົວ, ເປັນແບບຢ່າງທີ່ດີໃຫ້ກັບໝູ່ໃນຄ້າຍຄຸມຂັງ-ດັດສ້າງ.
ແຂວງໄຊສົມບູນ ອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ
ແຂວງໄຊສົມບູນ ອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ
ແຂວງໄຊສົມບູນ ອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ