ຂ່າວດ່ວນ! ແຕ່ງຕັ້ງໂຍກຍ້າຍສະມາຊິກລັດຖະບານຈຳນວນ 6 ທ່ານ

0
97

ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຜົນການຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາບັນຫາຟື້ນຖາສໍາຄັນໃນກອງປະຊຸມສະໄໝສາມັນຂອງຄະນະປະຈໍາສະພາແຫ່ງຊາດ ຊຸດທີ IX ປະຈໍາເດືອນ ມັງກອນ 2023, ຄັ້ງວັນທີ 30 ມັງກອນ 2023.

ໃນນັ້ນໄດ້ມີການຍົກຍ້າຍແຕ່ງຕັ້ງການນຳຂັ້ນສູງໃນສະມາຊິກລັດຖະບານຈຳນວນທັງໝົດ 6 ທ່ານ ໂດຍອີງໃສ່ຂໍ້ຕົກລົງຂອງກອງປະຊຸມກົມການເມືອງສູນກາງເມືອງຮ່ວມກັບຄະນະເລຂາທິການສູນກາງພັກ ວັນທີ 25 ມັງກອນ 2023; ອີງຕາມຄໍາສະເໜີຂອງນາຍົກລັດຖະມົນຕີ ສະບັບເລກທີ 09/ນຍ, ລົງວັນທີ 26 ມັງກອນ 2023. ກອງປະຊຸມສະໄໝສາມັນຂອງຄະນະປະຈໍາສະພາແຫ່ງຊາດ ຊຸດທີ IX ປະຈໍາເດືອນ ມັງກອນ 2023 ໄດ້ດໍາເນີນເປັນເວລາ 2 ວັນເຕັມ ໃນວັນທີ 30-31 ມັງກອນ 2023 ພາຍໃຕ້ການນໍາພາຂອງ ທ່ານ ປອ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ໂດຍມີບັນດາທ່ານຮອງປະທານສະພາແຫ່ງຊາດ, ບັນດາທ່ານກໍາມະການຄະນະປະຈໍາສະພາແຫ່ງຊາດ ເຂົ້າຮ່ວມ ຈໍານວນ 15 ທ່ານ.

ຜ່ານການຄົ້ນຄວ້າພິຈາລະນາ, ປະກອບຄໍາຄິດຄໍາເຫັນຢ່າງເລິກເຊິ່ງຖີ່ຖ້ວນຂອງບັນດາທ່ານຄະນະປະຈໍາສະພາແຫ່ງຊາດ ຕໍ່ຄໍາສະເໜີຂອງນາຍົກລັດຖະມົນຕີ ກ່ຽວກັບການພິຈາລະນາຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະບານ ຢູ່ໃນກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນ ມັງກອນ 2023 ໃນວາລະຕອນເຊົ້າຂອງວັນທີ 30 ມັງກອນ 2023 ໄດ້ຕົກລົງ ຄືດັ່ງນີ້:


1) ຍົກຍ້າຍ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄປຮັບໜ້າທີ່ໃໝ່ ຢູ່ແຂວງຫຼວງນໍ້າທາ;


2) ຍົກຍ້າຍ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີ ກະຊວງການເງິນ ໄປຮັບໜ້າທີ່ໃໝ່ ຢູ່ແຂວງສະຫວັນນະເຂດ;


3) ຍົກຍ້າຍ ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄປຮັບໜ້າທີ່ໃໝ່ຢູ່ແຂວງສາລະວັນ;


4) ແຕ່ງຕັ້ງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ມາຮັບໜ້າທີ່ໃໝ່ ເປັນລັດຖະມົນຕີກະຊວງການເງິນ;


5) ແຕ່ງຕັ້ງ ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ ມາຮັບໃໝ່ທີ່ໃໝ່ ເປັນລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່;


6) ແຕ່ງຕັ້ງ ທ່ານ ງາມປະສົງ ເມືອງມະນີ ເປັນລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ.


ຄຽງຄູ່ກັບການພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດດັ່ງທີ່ກ່າວມາຂ້າງເທິງນັ້ນ, ໃນໄລຍະດໍາເນີນກອງປະຊຸມ ຈະໄດ້ຄົ້ນຄວ້າພິຈາລະນາ ຮັບຟັງຜົນການ ຮຽບຮຽງ ກົດຫມາຍ ຈໍານວນ 12 ສະບັບ ທີ່ໄດ້ຮັບຮອງເອົາການສະໄໝສາມັນເທື່ອທີ 4 ຂອງສະພາ ແຫ່ງຊາດ ຊຸດທີ IX ແລະວຽກງານອື່ນໆອີກຈຳນວນໜຶ່ງ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.