ອຸບັດຕິເຫດ ລົດນັກທ່ອງທ່ຽວຈີນ ແຫກໂຄ້ງຕຳເສົາໄຟແຮງສູງ ໄດ້ຮັບບາດເຈັບ 5 ຄົນ

0
120

ເວລາ 09:30 ໂມງ ຂອງວັນທີ 30 ມັງກອນ 2023 ໄດ້ເກີດອຸບັດຕິເຫດລົດຕູ້ ນັກທ່ອງທ່ຽວຈີນ. ຫັກໂຄ້ງບ້ານປາງພັດ

ເສັ້ນທາງ ຊຽງໃໝ່-ຊຽງຣາຍ (ຂຶ້ນ) ບ້ານ ປ່າເໝືອງ ເມືອງ ດອຍສະເກັດ ແຂວງ ຊຽງໃໝ່ ແລ້ວໄປຕຳກັບ ເສົາໄຟຟ້າ

ແຮງສູງ ບາດເຈັບ 5 ຄົນ, ພັທ ທອງໄຊ ກອນນິກາ, ເຈົ້າໜ້າທີ່ ຕໍາຫລວດ ດອຍສະເກັດ ຮ່ວມກັນ ໂດຍມີ ພັທ ທະ

ນະພັດ ພັດຕະສິລິພອນ ຮອງເຈົ້າ ໜ້າທີ່ ສືບສວນ ສອບສວນ ຄະດີ ດັ່ງກ່າວ, ຮ່ວມກັບ ໜ່ວຍກູ້ໄພ ມູນນິທິ

ສະຫວ່າງ ຊຳເໜືອ ຊຽງໃໝ່, ໜ່ວຍກູ້ໄພ ມູນນິທິ ອິນທະຣາດ, ໜ່ວຍກູ້ໄພ ປະສານໃຈ ປ່າເໝືອງ ໄດ້ເລັ່ງໄປ ຮອດຈຸດ

ເກີດເຫດ ພົບເຫັນ ລົດຕູ້ ສີຂາວ ໝາຍເລກທະບຽນ ກຈ 1213 ຊຽງໃໝ່ ຕຳກັບ. ເສົາໄຟຟ້າ ນັກ​ທ່ອງ​ທ່ຽວ​ຈີນ 5

ຄົນ​ໄດ້​ຮັບ​ບາດ​ເຈັບ, ໜ່ວຍ​ກູ້​ໄພ​ໄດ້​ຂົນ​ສົ່ງ​ຜູ້​ບາດ​ເຈັບ​ໄປ​ໂຮງ​ໝໍ​ດອຍ​ສະ​ເກັດ ແລະ ຕຳຫຼວດ​ໄດ້​ກັກ​ຕົວ​ຄົນ​ຂັບ​ລົດ​ໄປ​

ດຳ​ເນີນ​ການ​ສອບ​ສວນ, ຜູ້​ສື່​ຂ່າວ​ລາຍ​ງານ​ວ່າ. ເສັ້ນໂຄ້ງນີ້ຖືວ່າເປັນເສັ້ນໂຄ້ງອັນຕະລາຍ. ໂດຍສະເພາະ ໃນໄລຍະ

ຂາເຂົ້າ ໄປຫາ ຊຽງໃໝ່ ຈະເປັນທາງລົງຄ້ອຍ ເພື່ອໄດ້ຍິນສຽງຂອງຢາງລົດ ສຽງເບກສະ ເໝີ ເມື່ອລົດເຂົ້າທາງໂຄ້ງລົງພູ

ເມື່ອຫລາຍປີກ່ອນ, ລົດທົວຄັນນຶ່ງ ໄດ້ເກີດອຸບັດເຫດ ຢູ່ທາງໂຄ້ງນີ້. ມີ​ຜູ້​ເສຍ​ຊີວິດ​ແລະ​ບາດ​ເຈັບ​ຫຼາຍ​ຄົນ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.