ວັນອາທິດ:ການງານລະວັງເອກະສານສັນຍາສົ່ງຜົນຕໍ່ຄວາມຊ້າ ຫລືການເຊັນຄ້ຳປະກັນເລື່ອງການງານໃຫ້ໃຜຄວນລະວັງ ຖ້າປະຕິເສດໄດ້ກໍຄວນເຮັດ ການເງິນ ມີໂຊກຈະໄດ້ເງີນເຂົ້າມາເພີ່ມເຕິມ ມີຄວາມຫມັ້ນຄົງ ຫລືມີຖານະດີຂຶ້ນກວ່າແຕ່ກ່ອນ ຄວາມຮັກຈະພົບຄົນເກັ່ງທີ່ມີຄວາມສາມາດ ໃນເລື່ອງຂອງການສະແດງອອກຫລືເອົາໃຈໃສ່ທ່ານຈະເຫັນໄດ້ແຈ້ງວ່າລາວໃສ່ໃຈທ່ານຫລາຍຂຶ້ນ ເຄື່ອງມຸງຄຸນ ຫີນນໍາໂຊກສີແດງ ສີມຸງຄຸນສີຂຽວ ເລກນຳໂຊກ 9
ວັນຈັນ:ການງານຈະພົບກັບສະຖານນະການທີ່ບໍ່ຊັດເຈນ ແລະມີອຸປະສັກສົ່ງຜົນເຮັດໃຫ້ເກີດຄວາມຊ້າໃນການປ່ຽນແປງ ແຕ່ສຸດທ້າຍຈະເກີດຄວາມໂຊກດີທາງດ້ານການງານເປັນທີ່ໜ້າພໍໃຈ ການເງິນໝຸນຫາໃຊ້ຈ່າຍໄດ້ຢູ່ຕະຫຼອດ ແລະຫາເຂົ້າມາໄດ້ເພິ່ມເຕິມ ເຖິງວ່າຈະຊ້າໄປແດ່ ແຕ່ກໍຈະໄດ້ຄົບເຕັມຈຳນວນທີ່ຄາດຫວັງ ຄວາມຮັກຍັງເບິ່ງໆ ຢູ່ຫລາຍກວ່າ ແລະຍັງບໍ່ໄດ້ຕັດສິນໃຈ ເພາະມີເລື່ອງຂອງການງານ ອີກຫລວງຫລາຍຈຶ່ງຍັງບໍ່ມີເວລາທຸ້ມເທໃຫ້ເລື່ອງຄວາມຮັກ ເຄື່ອງມຸງຄຸນ ເພັດສີຂາວ ສີມຸງຄຸນສີນໍ້າຕານ ເລກນຳໂຊກ8
ວັນຄານ:ການງານການດຶງຄວາມສາມາດຕ່າງໆ ອອກມາໃຊ້ຢ່າງເຕັມທີ່ຈະເຮັດໃຫ້ເກີດຜົນດີີເລື່ອງຄວາມກ້າວໜ້າ ຜູ້ໃດທີ່ມີຕຳແໜ່ງຢູ່ມີໂອກາດໄດ້ຮັບຂ່າວດີ ການເງິນ ຍັງຢູ່ໃນສະພາວະຊົງຕົວໃນຊ່ວງນີ້ ແລະບໍ່ຄວນທີ່ຈະໃຊ້ຈ່າຍຢ່າງບໍ່ມີເຫດຜົນ ຄວາມຮັກລະວັງຄວາມໃຈຮ້ອນ ແລະເລື່ອງຄຳເວົ້າອາດເຮັດໃຫ້ເກີດການກະທົບ ຫລືມີປາກສຽງກັນ ຊ່ວງນີ້ພະຍາຍາມປະຄັບປະຄອງຄວາມສຳພັນໂດຍການໃຫ້ກຳລັງໃຈ ແລະໃຊ້ເຫດຜົນຕໍ່ກັນ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີດໍາ ເລກນຳໂຊກ7
ວັນພຸດ:ການງານຄວາມສະຫລຽວສະຫລາດ ແລະຄວາມເຂົ້າໃຈໃນເລື່ອງການງານ ແລະຄວາມເປັນມືອາຊີບຈະໄດ້ຮັບການຢົກຍ້ອງ ການເງິນຍັງຢູ່ໃນເກນສະພາວະຊົງຕົວ ບໍ່ມີເລື່ອງເດືອດຮ້ອນໃດໆ ເພາະໄດ້ຈັດສັນເປັນສ່ວນເລື່ອງການໃຊ້ຈ່າຍ ຄວາມຮັກຄວາມສຳພັນດ້ານຄວາມຮັກ ຕ້ອງໃຊ້ຄວາມເຂົ້າໃຈ ດ້ານຄວາມຮັກຈຶ່ງຈະລົງຕົວ ຫລືດີຂຶ້ນ ທ່ານເປັນຜູ້ທີ່ມີສະເນ່ ຊ່ວງນີ້ຈຶ່ງມີຄົນເຂົ້າມາດສົນໃຈໃນຕົວທ່ານເພີ່ມຂຶ້ນ ເຄື່ອງມຸງຄຸນ ທອງຄໍາ ສີມຸງຄຸນສີມ້ວງ ເລກນຳໂຊກ4
ວັນພະຫັດ:ການງານງານທີ່ມີຫລາຍຈຶ່ງຕ້ອງເຮັດໃຫ້ທ່ານໃຊ້ຄວາມພະຍາຍາມເພີ່ມຂຶ້ນເພື່ອບໍລິຫານຈັດການທາງດ້ານການງານ ໃຫ້ເກີດຄວາມລົງຕົວດີຂຶ້ນ ການເງິນຊ່ວງນີ້ມີການໃຊ້ເງີນອອກໄປເພື່ອຊື້ຫາສິ່ງທີ່ຖືກໃຈ ເພື່ອເປັນການໃຫ້ລາງວັນຕົນເອງ ເກີດຄວາມສຸກທາງໃຈທີ່ໄດ້ເຂົ້າມາ ຄວາມຮັກຫາກຈະໄດ້ພົບໃຜໃນຊ່ວງນີ້ຢູ່ໃນເກນຜິວສອງສີ ຮູບຮ່າງສັນທັດ ແຕ່ທ່ານກໍຈະບໍ່ເລືອກ ຫລືຍັງບໍ່ຕັດສິນໃຈ ເພາະຖ້າຄົົນທີ່ແມ່ນຫລາຍກວ່ານີ້ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີເຫຼືອງ ເລກນຳໂຊກ2
ວັນສຸກ:ການງານການງານພົບອຸປະສັກ ຫລືເປັນບັນຫາເດີມຊ້ຳໆ ຊຶ່ງບໍ່ໄດ້ເກີດຈາກຕົນເອງ ແຕ່ກໍຕ້ອງຄອຍຖ້າແກ້ບັນຫາເລື່ອຍໆ ການເງິນພົບຄວາມໂຊກດີເຂົ້າມາ ບໍ່ວ່າຈະເປັນການໄດ້ຮັບຄວາມຊ່ວຍເຫລືອ ຫລືໄດ້ເງີນເຂົ້າມາຢ່າງບໍ່ຄາດຄິດ ຄວາມຮັກມີໂອກາດພົບຮັກ ຕົກຢູ່ໃນສະຖານະທີ່ບໍ່ຊັດເຈນ ເຄື່ອງມຸງຄຸນເພັດສີທອງ ສີມຸງຄຸນສີແດງ
ເລກນຳໂຊກ2
ວັນເສົາ:ການງານການງານໃນຊ່ວງນີ້ທີ່ເຮັດຜົນງານໄດ້ດີຂຶ້ນ ແມ່ນຜູ້ໃຫຍ່ຈະບໍ່ຄ່ອຍສະໜັບສະໜູນກໍຕາມ ການເງິນທ່ານໂຊກດີ ມີໂຊກຈະໄດ້ເງີນ ແຕ່ຕິດອຸປະສັກກ່ອນ ແລ້ວຈຶ່ງຈະມີເງີນ ມີໂຊກເຂົ້າມາເພີ່ມຂຶ້ນກໍເປັນໄປໄດ້ ມີໂຊກດີຫລາຍກວ່າໜຶ່ງເທື່ອໃນມື້ນີ້ ຄວາມຮັກຫາກຈະໄດ້ພົບໃຜໃນຊ່ວງນີ້ທີ່ຈະມີເຂົ້າມາ ອີກຝ່າຍຈະຢູ່ໃນເກນສະຫລຽວສະຫລາດ ຫົວໄວ ເດິນທາງເລື້ອຍ ເວົ້າເກັ່ງ ອາຍຸນ້ອຍກວ່າ ເຄື່ອງມຸງຄຸນທັບທິມ ສີມຸງຄຸນສີຟ້າ ເລກນຳໂຊກ6