ຄົນເກີດວັນອາທິດ:ການງານຈະເຮັດທຸລະກິດການງານໃນໄລຍະນີ້ ຕ້ອງລະມັດລະວັງເອົາໄວ້ກ່ອນຈະດີທີ່ສຸດ ຢ່າປປະໝາດໃນເລື່ອງເລັກນ້ອຍ ການເງິນຫາເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງ ແລະ ໂຊກດີສະເໝີ ຜູ້ໃຫຍ່ຈະໃຫ້ການຊ່ວຍເຫລືອອຸບປະຖຳທາງດ້ານການເງິນນັ້ນເອງ ຄວາມຮັກໂດດເດັ່ນຈະໄດ້ພົບຄົນຜິວສອງສີ ຊຶ່ງຈະເປັນຄົນໃນເຄື່ອງແບບກໍເປັນໄປໄດ້ ແຕ່ກໍຕ້ອງປັບໂຕເຂົ້າຫາກັນຂ້ອນຂ້າງຫລາຍ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນນໍ້າຕານ ເລກນຳໂຊກ1 5
ຄົນເກີດວັນຈັນ:ການງານເດີນທາງຕິດຕໍ່ການງານຢ່າງເປັນໂຊກໃນໄລຍະນີ້ ແຕ່ກໍຕ້ອງມີຄວາມສຸຂຸມຮອບຄອບໃນການວາງແຜນທຸລະກິດ ການເງິນຫາເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງ ແລະ ເປັນໂຊກ ໃນໄລຍະນີ້ທາງດ້ານການເງິນຈະຄ່ອງໂຕດີກວ່າເມື່ອກ່ອນ ຄວາມຮັກຍັງບໍ່ລົງຕົວທາງດ້ານຄວາມສຳພັນດ້ານຄວາມຮັກໃນໄລຍະນີ້ ເພາະຢາກຈະພັດທະນາຕົນເອງໃນເລື່ອງການສຶກສາ ຫລືການສ້າງລາຍໄດ້ເພີ່ມເຕີມຫລາຍກວ່າ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີດໍາ ເລກນຳໂຊກ4 2
ຄົນເກີດວັນອັງຄານ:ການງານ ຈະເຮັດທຸລະກິດສິ່ງໃດໃນໄລຍະນີ້ຈະໂຊກດີໄປທຸກຢ່າງອາດຈະເມື່ອຍ ແຕ່ກໍຈະປະສົບຜົນສຳເລັດທີ່ດີໄດ້ ການເງິນມີເລື່ອງທີ່ຕ້ອງຈ່າຍອອກໄປສະເໝີ ບໍ່ສາມາດຄວບຄຸມລາຍຈ່າຍໄດ້ດີພໍ ຄວາມຮັກທ່ານມີສະເໜ່ຫລາຍໆ ມີໂອກາດໄດ້ພົບຄົນຜິວຂາວ ເນື່ອງຈາກທຸລະກິດການງານທີ່ຕ້ອງໄດ້ກັນ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີຂາວ ເລກນຳໂຊກ7 6
ຄົນເກີດວັນພຸດ:ການງານຈະພົບອຸປະສັກຕ່າງໆ ກ່ຽວກັບເລື່ອງການງານໃນໄລຍະນີ້ຄ່ອຍໆ ແກ້ບັນຫາໄປເທື່ອລະຂັ້ນຕອນກໍຈະເກີດຄວາມສຳເລັດໄດ້ໃນທີ່ສຸດ ການເງິນຫາເຂົ້າມາໄດ້ກໍຕ້ອງຈ່າຍອອກໄປ ໃນໄລຍະນີ້ເປັນລັກສະນະຂອງການໝຸນເງິນໃຫ້ຜ່ານພົ້ນໄປໃຫ້ໄດ້ ຄວາມຮັກສຸກສົມຫວັງ ລົງຕົວໃນເລື່ອງຄວາມຮັກດີຂຶ້ນຢ່າງທີ່ຕົນເອງປາດຖະຫນາ ມີໂອກາດພົບຮັກແບບບໍ່ທັນຕັ້ງໂຕກໍເປັນໄປໄດ້ ເຄື່ອງມຸງຄຸນເພັດສີຂຽວ ສີມຸງຄຸນສີບົວ ເລກນຳໂຊກ3 1
ຄົນເກີດວັນພະຫັດ:ການງານຈະເຮັດທຸລະກິດໃດໆ ໃນຊ່ວງນີ້ລະວັງ ວາງແຜນການເຮັດວຽກງານໃຫ້ຄອບຄຸມໃນທຸກໆດ້ານ ແລະ ຕ້ອງຕິດຕາມຢູ່ສະເໝີ ການເງິນມີເລື່ອງທີ່ຕ້ອງຈ່າຍອອກໄປຕະຫລອດ ທັງເລື່ອງທີ່ເຕັມໃຈຈ່າຍແລະ ບໍ່ເຕັມໃຈ ໃນຊ່ວງນີ້ບໍ່ສາມາດຄວບຄຸມລາຍຈ່າຍໄດ້ດີພໍ ຄວາມຮັກຍັງບໍ່ລົງຕົວທາງດ້ານຄວາມສຳພັນດ້ານຄວາມຮັກ ລະວັງຄຳເວົ້າ ແລະຄວາມໃຈຮ້ອນຈະເຮັດໃຫ້ຄວາມສຳພັນແຕກແຍກ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີມ້ວງ ເລກນຳໂຊກ2 8
ຄົນເກີດວັນສຸກ:ການງານເຮັດທຸລະກິດການງານໃດໆ ຈະປະສົບຄວາມສຳເລັດ ປະສົບຄວາມໂຊກດີ ແຕ່ກໍຕ້ອງຜ່ານອຸປະສັກໃນຊ່ວງທໍາອິດ ໄປໃຫ້ໄດ້ກ່ອນ ການເງິນຫາເຂົ້າມາໄດ້ຢ່າງຕໍ່ເນື່ອງ ແລະ ໄດ້ເຂົ້າມາຈາກຄວາມສາມາດຂອງຕົນເອງລ້ວນໆ ຈຶ່ງບໍ່ຕ້ອງຫວັງພຶ່ງພາຄົນອື່ນ ຄວາມຮັກມີໂອກາດສົມຫວັງທາງດ້ານຄວາມຮັກຫລາຍຂຶ້ນ ຫລື ມີເລື່ອງຂອງການງານທີ່ຈະມີການປຶກສາເວົ້າກັນນັ້ນເອງ ເຄື່ອງມຸງຄຸນຄໍາຝຮັ່ງ ສີມຸງຄຸນສີສົ້ມ ເລກນຳໂຊກ5 0
ຄົນເກີດວັນເສົາ:ການງານມີການວາງແຜນການງານ ແລະ ລົງມືປະຕິບັດ ທັງຫມົດທັງຕ້ອງເດີນທາງຕິດຕໍ່ງານຄ່ອນຂ້າງຕະຫຼອດໃນໄລຍະນີ້ ການເງິນຫາເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງໃນຊ່ວງນີ້ດວງດ້ານໂຊກ ຫລືການເງິນດີຂຶ້ນກວ່າແຕ່ກ່ອນ ຄວາມຮັກບໍ່ໄດ້ໃຫ້ຄວາມສຳຄັນທາງດ້ານຄວາມຮັກ ເພາະວ່າມີພາລະກິດຫຼາຍຢ່າງທີ່ຕ້ອງໄປຈັດການໃນຊ່ວງນີ້ ເຄື່ອງມຸງຄຸນຫີນນໍາໂຊກສີແດງ ສີມຸງຄຸນສີຂາວ ເລກນຳໂຊກ4 2