ໄອຈອບ ຮ່ວມກັບບໍລິສັດຊັ້ນນຳຂອງ ສ.ເກົາຫຼີ ດ້ານແຟຊັນຕັດຫຍິບ ແລະ ດ້ານເສີມຄວາມງາມ ໂດຍໄດ້ຮັບທຶນຈາກອົງການ KOICA ຈະເປີດຝຶກສອນຊ່າງຕັດຫຍິບແຟຊັນ ແລະ ສອນຊ່າງເສີມຄວາມງາມສະໄຕລ໌ເກົາຫຼີ.
ທ່ານຈະໄດ້ຝຶກກັບອາຈານລະດັບມືອາຊີບແຖວໜ້າຂອງເກົາຫຼີ ທີ່ເປັນເຈົ້າຂອງໂຮງງານຕັດຫຍິບ ສຳລັບຮຽນເສີມຄວາມງາມກໍ່ແມ່ນອາຈານທີ່ມີຊື່ສຽງໂດ່ງດັງຈາກເກົາຫຼີ ເຊິ່ງທ່ານຈະສາມາດກາຍເປັນມືອາຊີບພາຍໃນ 2-3ເດືອນເທົ່ານັ້ນ ອຸປະກອນຮັບໃຊ້ການຝຶກແມ່ນອຸປະກອນທີ່ມີຄວາມທັນສະໄຫມທີ່ສຸດ.
ເປັນຫຍັງຈຶ່ງເວົ້າວ່າ ປັ້ນດິນໃຫ້ເປັນດາວ? ຍ້ອນວ່າ, ເຮົາຢາກຊ່ວຍຊາວໜຸ່ມ-ໄວໜຸ່ມໜຸ່ມລາວຜູ້ທີ່ດ້ອຍໂອກາດ ບໍ່ມີເງິນກໍ່ຮຽນໄດ້ ຮຽນຟຣີ, ຮຽນຈົບແລ້ວຍັງມີໂອກາດໄດ້ເປີດທຸລະກິດເປັນຂອງຕົນເອງ ເພາະພວກເຮົາມີທຶນໃຫ້ເປີດຮ້ານໃຫ້ຜູ້ທີ່ມີຄວາມເຫມາະສົມເຮັດທຸລະກິດ ຖ້າຢາກໄປເຮັດວຽກຕໍ່ຢູ່ຍີ່ປຸ່ນ, ຢູ່ເກົາຫຼີກໍ່ສາມາດສອບຜ່ານຕາມລະບົບ EPS ຂອງກະຊວງແຮງງານໄດ້.
ໃຜມີລູກ, ຫຼານ ຫຼື ຄົນຮູ້ຈັກຮັກແພງ ທີ່ເຫັນວ່າເປັນຄົນດີ ເປັນຕາຊ່ວຍເຫຼືອ ເປັນຕາສົ່ງເສີມ ຊ່ວຍແນະນຳມາຫາຂ້າພະເຈົ້າໄດ້ 02095959594 ຫຼື ສະຫມັກທີ່ ບສ ໄອຈອບ ຈຳກັດ.ຮັບຈຳນວນຈຳກັດເດີ ການຝຶກອົບຮົມຊຸດທຳອິດຈະເລີ່ມໃນເດືອນກຸມພາ 2023 ນີ້. ການຮຽນຟຣີ ຈະມີພຽງຊຸດທຳອິດນີ້ເທົ່ານັ້ນ.
ເປີດຝຶກສອນຊ່າງຕັດຫຍິບແຟຊັນ ແລະ ຊ່າງເສີມຄວາມງາມ ຮຽນຟຣີ ແຊບອກຕໍ່ກັນ