2 ອ້າຍບ່າວຄູ່ຫູ ໂຈນໄທ-ລາວ ເລາະລັກ ສຸດທ້າຍໄປບໍ່ລອດຖືກເຈົ້າໜ້າທີ່ຈັບໄດ້

0
219

ອີງຕາມການລາຍງານຂອງສຳນັກຂ່າວໄທ ໃນວັນທີ 31 ມັງກອນ ທີ່ຜ່ານມາ, ໄດ້ເກີດເຫດຄົນລາວ 2 ຄົນໄດ້ກໍ່ເຫດລັກຊັບຢ່າງຕໍ່ເນື່ອງ ແລະ ທັງສອງຍັງເສບຢາເສບຕິດ ແຕ່ກໍໜີບໍ່ພົ້ນຖືກເຈົ້າໜ້າທີ່ໄທຈັບກຸມໄດ້ໃນທີ່ສຸດ.

ເຊິ່ງເຫດການດັ່ງກ່າວຄົນຮ້າຍກໍ່ເຫດລັກກ໋ອງເຕີນ້ຳທີ່ບໍລິເວນໜ້າຮ້ານຂາຍເຄື່ອງແຫ່ງໜຶ່ງໃນພື້ນທີ່ ໃນເມືອງ ແຂວງຂອນແກ່ນ ນອກຈາກນີ້ຍັງໄດ້ກໍ່ເຫດອີກໃນຫຼາຍພື້ນທີ່ເຊິ່ງຜູ້ເສຍຫາຍ ເຊິ່ງຜູ້ເສຍຫາຍໄດ້ແຈ້ງຄວາມທີ່ສະຖານີຕຳຫຼວດເມືອງຂອນແກ່ນຕັ້ງແຕ່ວັນທີ 27 ມັງກອນ 2023 ທີ່ຜ່ານມາ.

ເຈົ້າໜ້າທີ່ໄດ້ຕັ້ງຂໍ້ຫາ: ຮ່ວກັນລັກຊັບໂດຍໃຊ້ຍານພະຫະນະ ແລະ ເສບຢາເສບຕິດໃຫ້ໂທດປະເພດ 1 ທີ່ຜິດກົດໝາຍ ແລະ ໄດ້ກວດສອບໜັງສືເດີນທາງຂອງຄົນຮ້າຍ ພົບວ່າບໍ່ສາມາດສະແດງໜັງສືເດີນທາງໃຫ້ເຈົ້າໜ້າທີ່ເບິ່ງໄດ້.ສະນັ້ນຜູ້ຕ້ອງຫາທັງສອງໃຫ້ການຮັບສາລະພາບຕະຫຼອດຂໍ້ກ່າວຫາ ຈຶ່ງນຳສົ່ງພະນັກງານສອບສວນດຳເນີນຄະດີຕາມກົດໝາຍຕໍ່ໄປ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.