ຍິນດີນຳ ພໍ່ແມ່ມອບໃບຕາດິນໃຫ້ 2 ໃບຂອງຂວັນວັນເກີດ ລັດດາພອນ ພົມສຸວັນ Miss Crystal Angel International 2019

0
1365

ເຫັນໂພສແລ້ວ ຢາກມີໂມເມັ້ນແບບນີ້ຄືກັນ ໃນວັນເກີດ ມີຂອງຂວັນສຸດພິເສດຈາກຄົນສໍາຄັນທີ່ເຮົາຮັກ ແລະ ຮັກເຮົາ ຄືສາວງາມຄົນນີ້

ລັດດາພອນ ພົມສຸວັນ Miss Crystal Angel International 2019 ອີກໜຶ່ງສາວງາມຈາກລາວທີ່ຄວ້າມຸງກຸດໃນເວທີສາກົນ ທີ່ຫຼ້າສຸດ ໃນວັນທີ 31 ມັງກອນ 2023 ຜ່ານມາ ແມ່ນວັນຄ້າຍວັນເກີດຂອງ ລັດດາພອນ ຄົບຮອບ 25 ປີ

ປີນີ້ບອກເລີຍສຸດພິເສດ ຄືຈາກໂພສທີ່ ລັດດາພອນ ພົມສຸວັນ ໄດ້ໂພສໄວ້ໃນມື້ນີ້ວ່າຂອບໃຈຂອງຂັວນຊິ້ນໃຫຍ່ຈາກ ພໍ່ແມ່ ຮັກທີ່ສຸດ ດີໃຈທີ່ໄດ້ເກີດມາເປັນລູກພໍ່ແມ່

ລັດຂອບໃຈ ສຳລັບທຸກຄຳອວຍພອນຈາກທຸກຄົນເດີຖືເປັນຂອງຂວັນໃຫຍ່ ໃບຕາດິນ 2 ໃບ ຈາກພໍ່ແລະແມ່ໄປເລີຍຈະ

ວ້າວໆ ດີໃຈນໍາ ແລະ ຂໍອວຍພອນໃຫ້ນ້ອງ ເຮັງໆໝານໆ ປັງປັງ ໃນໜ້າທີ່ວຽກງານເດີ້ຝາກຕິດຕາມຜົນງານຂອງ ລັດດາພອນ ໄດ້ນໍາພວກເຮົາ ແລະ ທາງເຟດບຸກສ່ວນໂຕຂອງນ້ອງເດີ້

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.