ປກສ ເມືອງທ່າແຂກ ມ້າງລາຍຄະດີຢ່າເສບຕິດຢຶດຂອງກາງປະເພດຢາບ້າໄດ້ 6.000 ເມັດ ກັກຕົວຜູ້ຖືກຫາຍິງ 1 ຄົນ

0
93

ປກສ ເມືອງທ່າແຂກ,ມ້າງລາຍຄະດີຢ່າເສບຕິດຢຶດຂອງກາງປະເພດຢາບ້າ ໄດ້ຈຳນວນ 6.000 ເມັດ, ກັກຕົວຜູ້ຖືກຫາຍິງ 01 ຄົນ.ກອງບັນຊາການ ປກສ ເມືອງທ່າແຂກ ແຂວງຄຳມ່ວນ, ໄດ້ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢ່າງເຂັ້ມງວດ. ດັ່ງນັ້ນໃນເວລາ 11:00ໂມງ ຂອງວັນທີ 11 ທັນວາ

2022 ຜ່ານມາ; ທາງເຈົ້າໜ້າທີ່ພະແນກຕຳຫຼວດ, ໜ່ວຍງານສືບສວນ-ສອບສວນຄະດີອາຍາ ປກສ ເມືອງທ່າແຂກ ໄດ້ຮັບການລາຍງານແຫຼ່ງຂໍ້ມູນຈາກພົນລະເມືອງດີວ່າ: ຈະມີກຸ່ມແກ໋ງມົ້ວສຸມ ຂ້າຂາຍ,ຈຳໜ່າຍຢາເສບຕິດ(ປະເພດຢາບ້າ) ຢູ່ເຮືອນພັກກຳມະກອນເຂດໂຮງານເກືອກາລີ ບ້ານດົງໃຕ້ ເມືອງທ່າແຂກ ແຂວງຄຳມ່ວນ. ເມື່ອໄດ້ຮັບ

ການລາຍງານຄືແນວນັ້ນທາງເຈົ້າໜ້າທີ່ໜ່ວຍງານວິຊາສະເພາະ ປກສ ເມືອງທ່າແຂກ ຈຶ່ງໄດ້ສົມທົບກັບ ປກສ ກຸ່ມດົງໃຕ້ ແລະ ພາກສ່ວນທີ່ກ່ຽວຂ້ອງລົງຕິດຕາມກວດກາ ສະຖານທີ່ດັ່ງກ່າວ ເຫັນວ່າມີມູນຄວາມຈິງແທ້. ພໍຮອດເວລາປະມານ 15:00 ໂມງຂອງວັນດຽວກັນຈຶ່ງໄດ້ເຫັນເປົ້າໝາຍ ທີ່ກຳລັງນັ່ງພັກຜ່ອນຢູ່ໃນຫໍພັກ. ສະນັ້ນເຈົ້າໜ້າທີ

ວິຊາສະເພາະ ປກສ ເມືອງທ່າແຂກ ຈຶ່ງໄດ້ສະແດງຕົວເຂົ້າທຳການກັກຕົວເປົ້າໝາຍດັ່ງກ່າວເປັນເພດຍິງຈຳນວນ 01 ຄົນ, ພ້ອມທັງກວດຄົ້ນບ່ອນພັກເຊົາ ຈິ່ງພົບເຫັນຂອງກາງຢາເສບຕິດ(ປະເພດຢາບ້າ) ຈຳນວນ 03 ມັດ,ເທົ່າກັບ 6.000 ເມັດ. ທີ່ເປົ້າໝາຍຊຸກເຊື່ອງຝັງດິນໄວ້ຢູ່ຂ້າງຫໍພັກ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ວິຊາສະເພາະຂັ້ນເບື້ອງຕົ້ນ ຈິ່ງຮູ້ໄດ້ວ່າ ຜູ້ຖືກຫາຊື່ ນາງ ດາວອນ ໄຊຍະລາດ ອາຍຸ 43 ປີ, ເປັນປະຊາຊົນຢູ່ບ້ານນາໝໍ້ ເມືອງໝື່ນ ແຂວງ ວຽງຈັນ ປັດຈຸບັນຜູ້ກ່ຽວແມ່ນໄດ້ມາເປັນກຳມະກອນ ພັກເຊົາຢູ່ເຮືອນພັກຂອງໂຮງງານເກືອກາລີ ບ້ານດົງໃຕ້ ເມືອງທ່າແຂກ ແຂວງຄຳມ່ວນ. ຜູ້ກ່ຽວຍອມຮັບ

ສາລະພາບຕື່ມອີກວ່າຢາບ້າຈຳນວນດັ່ງກ່າວ ແມ່ນຊື້ມາຈາກພັກພວກຮ່ວມຂະບວນການດຽວກັນ ເພື່ອນຳມາຈຳໜ່າຍຕໍ່ໃຫ້ກັບກຸ່ມໄວລຸ້ນກຳມະກ່ອນພາຍໃນໂຮງງານດັ່ງກ່າວ. ປັດຈຸບັນທາງເຈົ້າໜ້າທີ່ພະແນກຕຳຫຼວດ ສືບສວນ-ສອບສວນ ຄະດີອາຍາ ປກສ ເມືອງທ່າແຂກ. ແມ່ນໄດ້ສືບສວນ-ສອບສວນຂະຫຍາຍຜົນຕາມຈັບພວກກຸ່ມແກ໋ງຮ່ວມຂະບວນການມາດຳເນີນຄະດີຕາມລະບຽບກົດໝາຍຕໍ່ໃປ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.