ຄົນເກີດວັນອາທິດ:ການງານຈະເຂົ້າສັງຄົມແລ້ວໄດ້ພົບຜູ້ຄົນໃໝ່ໆ ເກີດການຕິດຕໍ່ທຸລະກິດທີ່ໄດ້ຜົນປະໂຫຍດເຂົ້າມາ ການເງິນຈະໄດ້ເງິນ ພົບໂຊກເຂົ້າມາເລື້ອຍໆ ສາມາດໝຸນຫາໃຊ້ຈ່າຍໃຫ້ຜ່ານພົ້ນໄປໄດ້ ຄວາມຮັກສຸກສົມຫວັງ ລົງຕົວໃນເລື່ອງຂອງຄວາມຮັກດັ່ງທີ່ຕົນເອງນັ້ນປາດຖະຫນາ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ3
ຄົນເກີດວັນຈັນ:ການງານປະສົບຄວາມສຳເລັດດີເລີດດ້ານວຽກງານ ເກີດຊື່ສຽງທີ່ດີ ການເງິນມັກຈະພົບເລື່ອງທີ່ຕ້ອງຈ່າຍເງິນອອກໄປສະເໝີ ບໍ່ສາມາດວາງແຜນການໃຊ້ເງິນໄດ້ ຄວາມຮັກເຖິງແມ່ນຈະພົບໃຜເຂົ້າມາໃນຊີວິດ ແຕ່ກໍຍັງບໍ່ເລືອກເພາະຍັງບໍ່ແມ່ນໃນແບບທີ່ທ່ານມັກ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນສີບົວອ່ອນ ເລກນຳໂຊກ1
ຄົນເກີດວັນອັງຄານ:ການງານມີໂອກາດປັບປ່ຽນແຜນງານໃຫ້ມີຄວາມສອດຄ່ອງກັບສະຖານະການປະຈຸບັນ ການເງິນຈະສາມາດຫາເງິນໄດ້ຢ່າງຕໍ່ເນື່ອງ ແລະ ຈະເກີດຄວາມໂຊກດີແກ່ຕົນເອງ ຄວາມຮັກສາມາດໃຊ້ເຫດຜົນກັບຄົນຮັກ ແລະ ເກີດຄວາມເຂົ້າໃຈກັນໄດ້ດີຂຶ້ນ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີດໍາ ເລກນຳໂຊກ7
ຄົນເກີດວັນພຸດ:ການງານຈະພົບອຸປະສັກທາງດ້ານການງານ ຕ້ອງຖ້າແກ້ບັນຫາສະເພາະໜ້າໃຫ້ຜ່ານພົ້ນໄປໃຫ້ໄດ້ ການເງິນສາມາດໝຸນຫາໃຊ້ຈ່າຍເງິນໃຫ້ຜ່ານພົ້ນໄປໄດ້ຢ່າງເປັນໂຊກດີ ຄວາມຮັກຈະພົບຄົນເກັ່ງ ສະຫຼຽວສະຫຼາດ ອາຍຸຫຼາຍກວ່າທີ່ຈະເຂົ້າມາໃນໄລຍະນີ້ກໍເປັນໄປໄດ້ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີເຫຼືອງ ເລກນຳໂຊກ5
ຄົນເກີດວັນພະຫັດ:ການງານດ້ວຍການທີ່ເປັນຄົນຕັ້ງໃຈເຮັດວຽກ ຈຶ່ງເຮັດໃຫ້ເກີດຄວາມສຳເລັດດັ່ງທີ່ຕົນເອງນັ້ນປາຖະໜາ ການເງິນມີໂອກາດໄດ້ເງິນ ຫຼື ພົບໂຊກແບບຟຸກໆ ໃນໄລຍະນີ້ກໍເປັນໄປໄດ້ ຄວາມຮັກມີໂອກາດພົບຮັກ ຊຶ່ງຄົນຮັກຈະສາມາດເປັນທີ່ປຶກສາທີ່ດີໄດ້ ເຄື່ອງມຸງຄຸນຕຸ້ມຫູຄໍາ ສີມຸງຄຸນສີມ້ວງ ເລກນຳໂຊກ4
ຄົນເກີດວັນສຸກ:ການງານຈະພົບອຸປະສັກທາງດ້ານການງານ ແຕ່ກໍພໍທີ່ຈະແກ້ໄຂບັນຫາສະເພາະໜ້າໄດ້ ການເງິນຈະສາມາດຫາເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງ ແລ້ວຈະນຳໄປຊື້ສິ່ງຂອງທີ່ຢາກໄດ້ ຄວາມຮັກເບິ່ງຄືໃນໄລຍະນີ້ຢາກຈະຟື້ນຟູຄວາມສຳພັນເທື່ອເກົ່າກ່ອນ ແຕ່ກໍຍັງບໍ່ສຳເລັດຢ່າງທີ່ຫວັງ ເຄື່ອງມຸງຄຸນ ແຫວນ ສີມຸງຄຸນສີເຫຼືອງ ເລກນຳໂຊກ1
ຄົນເກີດວັນເສົາ:ການງານຈະປະສົບຄວາມສຳເລັດທາງດ້ານການງານໄດ້ດີຂຶ້ນ ການເງິນຈະພົບອຸປະສັກກ່ອນແລ້ວຈະໄດ້ເງິນເຂົ້າມາ ຄວາມຮັກບໍ່ໄດ້ໃຫ້ຄວາມສຳຄັນດ້ານຄວາມຮັກໃນໄລຍະນີ້ ຈຶ່ງຍັງບໍ່ເລືອກໃຜ ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ ສີມຸງຄຸນສີຟ້າ ເລກນຳໂຊກ4