ກາຍປະເດັນສັງຄົມ ກ່ຽວກັບປະເດັນມີຄົນໂພສອ້າງວ່າ ຖືກວາງຢາຢູ່ຮ້ານບັນເທີງແຫ່ງໜຶ່ງ ໃນນະຄອນຫຼວງ

0
144

ວັນທີ 30 ມັງກອນຜ່ານມານີ້ ມີຜູ້ໃຊ້ເຟສທ່ານໜຶ່ງໂພສພາບຜູ້ຍິງຄົນໜຶ່ງເຂົ້າໂຮງໝໍ ໃສ່ອົກຊີ ພ້ອມຂໍ້ຄວາມ “RIP ໂອຍຕາຍແລ້ວ ແລະ ແຮັດແທັກ #ວ່າໄດ້ໄປທ່ຽວຮ້ານບັນເທີງແຫ່ງໜຶ່ງໃນນະຄອນຫລວງວຽງຈັນໃນຄືນນັ້ນ” ແຕ່ບໍ່ໄດ້ບອກວ່າ ເກີດຫຍັງຂຶ້ນ.

ຈາກພາບ ແລະ ຂໍ້ຄວາມດັ່ງກ່າວນີ້,ໄດ້ ກາຍເປັນກະແສຮືຮາໃນສັງຄົມອອນລາຍ,ໂດຍມີ ຫລາຍຄົນເຂົ້າໄປສະແດງຄວາມຄິດເຫັນວ່າ ເກີດຫຍັງຂຶ້ນ, ແຕ່ບໍ່ໄດ້ຮັບຄຳຕອບຫຍັງຈາກຜູ້ໂພສ,ເບິ່ງເປັນການໂຍນຄວາມຜິດໃຫ້ຮ້ານບັນເທີງ  ແລະ ສ້າງກະແສອື່ນໆຕາມມາ.

ໂພສດັ່ງກ່າວໄດ້ມີຜູ້ເຂົ້າສະແດງຄວາມຄິດເຫັນ ເປັນຈຳນວນຫລາຍຫລາຍໃນລັກສະນະ ໂຈດຂານກັນ ແລະ ຕອບກັນໄປມາ ໂດຍຜູ້ໂພສບໍ່ໄດ້ອອກມາຕອບໃຫ້ສັງຄົມໄດ້ກະຈ່າງແຈ້ງ ແຕ່ຢ່າງໃດ”.

ໃນຂະນະດຽວກັນ ຜູ້ຈັດການຮ້ານບັນເທີງດັ່ງກ່າວໄດ້ອອກມາໂພສຕອບໂຕ້ວ່າ: “ຂ້າພະເຈົ້າໃນນາມຜູ້ຈັດການຮ້ານບັນເທີງທີ່ຖືກກ່າວເຖິງ ຂໍໃຫ້ຜູ້ໂພສແກ້ຂ່າວ ເພາະເປັນການໃສ່ຮ້າຍປ້າຍສີເທັກຂອງພວກເຮົາ ມັນບໍ່ແມ່ນຄວາມຈິງມັນເປັນ ຂ່າວປອມ ແລະ ຕອນນີ້ທາງເທັກເຮົາໄດ້ໂທປະສານງານກັບຕຳຫລວດແລ້ວ ແລະ ກຳລັງຈັດການດຳເນິນຄະດີກັບບຸກຄົນນີ້ຢູ່”

ຫລ້າສຸດ ຕອນແລງ ຂອງວັນທີ 31 ມັງກອນ ມີຜູ້ໃຊ້ເຟສບຸກອີກທ່ານໜຶ່ງ ໄດ້ເຂົ້າໄປຖ່າຍວີດີໂອຜູ້ຍິງຄົນປວຍທີ່ນອນຢູ່ໃນໂຮງໝໍປັດຈຸບັດຜູ້ກ່ຽວຍັງບໍ່ໄດ້ເສຍຊີວິດ ແລະ ໄດ້ຖາມໄປວ່າ ແມ່ນໃຜເປັນຄົນໂພສຄລິບນີ້ພ້ອມທັງຂໍ້ຄວາມ RIP ລົງເຟສ. ຜູ້ຍິງຄົນດ່ັງກ່າວໄດ້ຕອບວ່າຖືກແຮັກເຟສ, ຖືກລັກໂທລະສັບ ແລະ ບໍ່ຮູ້ຊໍ້າວ່າແມ່ນໃຜເອົາຕົນເອງມາໂຮງໝໍ.

ເຖິງຢ່າງໃດກໍຕາມ ເລື່ອງນີ້ຄາດວ່າ ຈະໄດ້ຮັບການສືບສວນສອບສວນຈາກເຈົ້າໜ້າທີ່ ເຖິງຕົ້ນປາຍສາເຫດ ວ່າເກີດຂຶ້ນຍ້ອນຫຍັງ, ມີສິ່ງເສບຕິດຕາມຍິງສາວແອບອ້າງວ່າຖືກວາງຢາມາກ່ຽວຂ້ອງ ຫລື ບໍ່?   ແລະ ເລື່ອງນີ້ຈະມີຜົນອອກມາແນວໃດ ຕ້ອງຕິດຕາມຕອນຕໍ່ໄປ. ໜັງສືພິມລາວພັດທະນາຈະລາຍງານໃຫ້ທ່ານໄດ້ຮັບຊາບຕື່ມ.

ທີ່ມາ ໜັງສືພິມລາວພັດທະນາ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.