ຄົນເກີດວັນອາທິດ:ການງານໃຊ້ຄວາມພະຍາຍາມມາດົນ ຊ່ວງນີ້ເມື່ອຍ ຄວນຢຸດພັກຜ່ອນກ່ອນຈຶ່ງຈະດີ ການເງິນມີໂຊກທາງດ້ານການເງິນ ຈະຫາເງິນເຂົ້າມາໄດ້ເລື້ອຍໆ ຢ່າງເປັນໂຊກດີ ຄວາມຮັກຈະພົບຄົົນທີ່ມີຄວາມສຸຂຸມຮອບຄອບ ອາຍຸຫລາຍກວ່າກໍເປັນໄປໄດ້ໃນໄລຍະນີ້ ເຄື່ອງມຸງຄຸນ ເພັດສີແດງ ສີມຸງຄຸນສີນໍ້າຕານ ເລກນຳໂຊກ3
ຄົນເກີດວັນຈັນ:ການງານຄວນລະວັງໃນການເປີດເຜີຍຄວາມລັບກັບຜູ້ຮ່ວມງານທີ່ບໍ່ມີຄວາມຈິງໃຈ ການເງິນຫາເງິນໄດ້ເລື້ອຍໆ ບໍ່ພົບເລື່ອງເດືອດຮ້ອນໃດໆ ທາງດ້ານການເງິນຄວາມຮັກຈະພົບຮັກກັບຄົົນທີ່ມີຮູປຮ່າງສັນທັດ ມີໂອກາດພົບຄູ່ ພົບຄົົນທີ່ຖືກໃຈ ເຄື່ອງມຸງຄຸນຫິນນໍາໂຊກສີບົວ ສີມຸງຄຸນສີຟ້າອ່ອນ ເລກນຳໂຊກ3
ຄົນເກີດວັນອັງຄານ:ການງານຄວນລະວັງຄວາມຜິດພາດທາງດ້ານເອກະສານຕ່າງໆ ທາງດ້ານການງານ ການເງິນຈະມີການເຈລະຈາຕໍ່ລອງທາງດ້ານການເງິນແລ້ວຈະປະສົບຄວາມສຳເລັດ ຄວາມຮັກມີໂຊກທາງດ້ານຄວາມຮັກ ມີໂອກາດພົບຄູ່ ພົບຄົົນທີ່ຖືກໃຈ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີສົ້ມ ເລກນຳໂຊກ8
ຄົນເກີດວັນພຸດ:ການງານຈະເຮັດວຽກ ເຮັດທຸລະກິດໃດໆ ກໍຈະປະສົບຄວາມສຳເລັດ ປະສົບຄວາມໂຊກດີ ການເງິນໄລຍະນີ້ສາມາດໝຸນຫາໃຊ້ຈ່າຍເງິນໃຫ້ຜ່ານພົ້ນໄປໄດ້ຢ່າງເປັນໂຊກດີ ຄວາມຮັກມີໂອກາດພົບຮັກ ຫລືມີຄົນດີທີ່ຈະເຂົ້າມາອຸປະຖຳກໍເປັນໄປໄດ້ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີເຫຼືອງ ເລກນຳໂຊກ3
ຄົນເກີດວັນພະຫັດ:ການງານຈະເຮັດທຸລະກິດ ຫຼື ການງານໃດໆ ກໍຈະປະສົບຄວາມສຳເລັດ ແລະ ເກີດຄວາມໂຊກດີ ການເງິນຫາເງິນເຂົ້າມາໄດ້ເປັນຈຳນວນຫລາຍ ແຕ່ກໍຈະມີເລື່ອງທີ່ຕ້ອງຈ່າຍອອກໄປຫລາຍດ້ວຍເຊັ່ນກັນ ຄວາມຮັກມີໂອກາດພົບຄູ່ຄອງ ຄົນນີ້ມີສະເໜ່ຫລາຍໆ ແລະ ເປັນຄົົນທີ່ມີນິໄສດີ ເຄື່ອງມຸງຄຸນຫິນນໍາໂຊກສີຂຽວ ສີມຸງຄຸນສີດໍາ ເລກນຳໂຊກ1
ຄົນເກີດວັນສຸກ:ການງານລະວັງເລື່ອງການລົງທຶນ ເພາະອາດຈະວາງແຜນຜິດພາດໃນການເຮັດທຸລະກິດ ການເງິນການເຈລະຈາທາງດ້ານການເງິນຈະເຮັດໃຫ້ເກີດຄວາມສຳເລັດ ແລະ ຄວາມໂຊກດີ ຄວາມຮັກມີໂອກາດພົບຄົົນທີ່ມີລັກສະນະຜິວຂາວ ແຕ່ຈະເປັນການເບິ່ງໆ ກັນໄປກ່ອນ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີຂາວ ເລກນຳໂຊກ4
ຄົນເກີດວັນເສົາ:ການງານຕ້ອງຫາວິທີການໃໝ່ໃນການວາງແຜນທຸລະກິດທີ່ຈະກໍ່ໃຫ້ເກີດຄວາມສຳເລັດ ການເງິນໃຊ້ຈ່າຍຢ່າງມີເຫດຜົນກໍຈະເຮັດໃຫ້ຜ່ານພົ້ນສະຖານະການຄວາມຕຶງຄຽດທາງດ້ານການເງິນໄດ້ ຄວາມຮັກລະວັງເລື່ອງຄວາມໃຈຮ້ອນທີ່ຈະສົ່ງຜົນເຖິງຄວາມສຳພັນດ້ານຄວາມຮັກ ເຄື່ອງມຸງຄຸນຕ່າງຫູ ສີມຸງຄຸນສີແດງ ເລກນຳໂຊກ7