ຕຳຫລວດໄທ ຈັບຕຳຫລວດໄທ 6 ຄົນ ທີ່ເອີ້ນຊັບຈາກດາລາສາວຊາວໄຕ້ຫັວນເຊິ່ງເປັນເລື້ອງທີ່ຮ້າຍແຮງກະທົບຕໍ່ພາບລັກ

0
150

ພາຍຫລັງມີດາລາສາວໄຕ້ຫວັນ ອອກມາເປີດເຜີຍພຶດຕິກຳອັນບໍ່ເໝາະສົມຂອງເຈົ້ານ້າທີ່ຕຳຫລວດໄທ ທີ່ຕັ້ງດ່ານແລ້ວຮຽກເອົາເງິນນຳນັກທ່ອງທ່ຽວ ກາຍເປັນປະເດັນຟົດເດືອດໃນສັງຄົມໄທ ໃນໄລຍະ 2 ອາທິດຜ່ານມາ ຈົນນຳມາເຊິ່ງການສືບສວນສອບສວນ ແລະ ນຳຫລັກຖານມາພິສູດຄວາມຜິດຂອງເຈົ້າໜ້າທີ່ຄະະນດັ່ງກ່າວ.

ຫລ້າສຸດວັນທີ 2 ກຸມພາ 2023 ຜ່ານມານີ້ ກອງບັງຄັບບັນຊາການ ຕຳຫລວດນະຄອນບານ 1 ມີຄຳສັ່ງໃຫ້ປົດເຈົ້າໜ້າທີ່ຕຳຫລວດອອກຈາກກອງບັງຄັບບັນຊາການ ຈຳນວນ 6 ນາຍ ໃນສັງກັດສະຖານີຫ້ວຍຂວາງ ເນື່ອງຈາກມີການກະທຳຜິດທາງວິໄນຮ້າຍແຮງ, ປະຕິບັດເວນຍາມໂດຍບໍ່ຖືກຕ້ອງ ອັນສ້າງຄວາມເສຍຫາຍແກ່ບຸກຄົນອື່ນ ຫລື ເປັນການປະຕິບັດເວນຍາມໂດຍທຸຈະລິດ.

ຕຳຫລວດ 6 ນາຍທີ່ຖືກສັ່ງອອກຈາກກອງກຳລັງນັ້ນ ໄດ້ມີການຝາກຂັງໄວ້ ແລະ ຫ້າມບໍ່ໃຫ້ມີການປະກັນຕົວ ເນື່ອງຈາກເຫັນວ່າເປັນການປະພຶດໃນທາງຜິດ ຫາກມີການປະກັນຕົວອາດນຳໄປສູ່ການສ້າງຄວາມຫຍຸ້ງຍາກແກ່ພະຍານຫລັກຖານ ຫລື ຂົ່ມຂູ່ພະຍານ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.