ມອບ-ຮັບ ລັດຖະມົນຕີກະຊວງການເງິນ ຜູ້ເກົ່າ ແລະ ຜູ້ໃໝ່ຂຶ້ນຮັບໜ້າທີ່ຢ່າງເປັນທາງການ

0
111

ໃນວັນທີ 03 ກຸມພາ 2023, ທີ່ຫ້ອງປະຊຸມໃຫຍ່ກົມສ່ວຍສາອາກອນ, ກະຊວງການເງິນ ໄດ້ຈັດພິທີມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງການເງິນ ລະຫວ່າງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ຜູ້ເກົ່າ ແລະ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຜູ້ໃໝ່, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ

ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີລັດຖະມົນຕີ ຮອງລັດຖະມົນຕີ, ອະດີດການນໍາກະຊວງການເງິນ ແລະ ບັນດາຫົວໜ້າກົມຮອງກົມອ້ອມ ຂ້າງກະຊວງການເງິນເຂົ້າຮ່ວມ.

ໃນພິທີ, ນາງ ບຸດສະດີ ທະນະເມືອງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານບັນດານິຕິກໍຕ່າງໆ ກ່ຽວກັບການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານການນໍາຂັ້ນສູງຂອງກະຊວງການເງິນ ເປັນຕົ້ນ: ຄໍາສັ່ງຂອງກົມການເມືອງສູນກາງພັກ, ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ, ລັດຖະດໍາລັດຂອງປະທານປະເທດ ແຫ່ງ ສປປ ລາວ

ເຊິ່ງໄດ້ຕົກລົງຍົກຍ້າຍ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄປຮັບໜ້າທີ່ໃໝ່ຢູ່ແຂວງສະຫວັນນະເຂດ ແລະ ແຕ່ງຕັ້ງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ມາຮັບໜ້າທີ່ເປັນ ລັດຖະມົນຕີກະຊວງການເງິນຜູ້ໃໝ່.

ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງໄດ້ໃຫ້ກຽດໂອ້ລົມວ່າ: ການຊັບຊ້ອນໜ້າທີ່ຕໍາແໜ່ງລະຫວ່າງ ຂັ້ນສູນກາງ ແລະ ທ້ອງຖິ່ນແມ່ນເປັນເລື່ອງປົກກະຕິ ເພືື່ອສ້າງເງື່ອນໄຂໃຫ້ພະນັກງານນໍາພາ-ຄຸ້ມຄອງ ຍຸດທະສາດຂອງພັກ-ລັດ ໃຫ້ມີປະສົບການເຮັດວຽກຕົວຈິງ ຈາກການປະຕິບັດພຶດຕິກໍາຕົວຈິງ, ການລົງໄປທ້ອງຖິ່ນເປັນຜູ້ນໍາສູງສຸດຢູ່ຂັ້ນທ້ອງຖິ່ນ ກໍ່ເພື່ອໄປເອົາປະສົບການ.

ພ້ອມນັ້ນທ່ານຍັງເນັ້ນທ່ານລັດຖະມົນຕີຜູ້ໃໝ່ ສືບຕໍ່ນໍາພາຈັດຕັ້ງປະຕິບັດວຽກງານການເງິນ ໃຫ້ມີຜົນສໍາເລັດ ແລະ ປັບປຸງແກ້ໄຂບັນຫາຄົງຄ້າງໃນສະພາບປັດຈຸບັນ ທີ່ເສດຖະກິດມີຄວາມຫຍຸ້ງຍາກ ຄຸ້ມຄອງລາຍຮັບ-ລາຍຈ່າຍ ໃຫ້ມີຄວາມທັນສະໄໝ ຄົ້ນຄວ້ານະໂຍບາຍຟື້ນຟູເສດຖະກິດ ແລະ ອື່ນໆ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.