ໂບບີ້ ໄດ້​ຮັບ​ຕໍາ​ແຫນ່ງ​ຈາກ Guinness world records ທີ່ເປັນ​ໝາທີ່ອາຍຸແກ່ທີ່​ສູງ​ສຸດ​ຂອງ​ໂລກ ທີ່ຍັງມີຊີວິດຢູ່

0
75

ໂບບີ້ ໄດ້​ຮັບ​ຕໍາ​ແຫນ່ງ​ເປັນ​ຫມາ​ທີ່​ອາ​ຍຸ​ສູງ​ສຸດ​ຂອງ​ໂລກ ທີ່ມີຊີວິດຢູ່ ແລະ ມັນຍັງເປັນໝາທີ່ອາຍຸແກ່ທີ່ສຸດ ຕັ້ງແຕ່ເຄີຍມີມາ ໂດຍ​ມີ​ອາ​ຍຸ​ສູງ​ສຸດ 30 ປີ 267 ມື້ ນັບແຕ່ວັນ​ທີ 1 ກຸມ​ພາ ທີ່ຜ່ານມາ ໂດຍສຳນັກງານສັດຕະວະແພດຂອງເມືອງ ແລະຖານຂໍ້ມູນສັດລ້ຽງຂອງລັດຖະບານປອກຕຸຍການ ໄດ້ມີກວດສອບຢືນຢັນ ວ່າວັນເດືອນປີເກີດຂອງ ໂບບີ້ ແມ່ນວັນທີ 11 ພຶດສະພາ 1992. ​

ການມອບຕໍາ​ແຫນ່ງ​ເປັນ​ຫມາ​ທີ່​ອາ​ຍຸ​ສູງ​ສຸດ​ຂອງ​ໂລກໃຫ້ ໂບບີ້ ມີຂຶ້ນຫຼັງຈາກທີ່ ກິນເນສສ໌ “Guinness” ຫາກໍປະກາດໃນສອງອາທິດທີ່ຜ່ານມາວ່າ ສະໄປຄ໌ ໝາພັນຊິວາວາ ໃນ Ohio ສະຫະລັດອາເມຣິກາ ເປັນໝາທີ່ມີອາຍຸຍືນທີ່ສຸດໃນໂລກ ເພາະມັນມີອາຍຸ 23 ປີ 7 ວັນໃນ. ໂບບີ້ ແມ່ນໝາພັນ Rafero do Alentejo ເຊິ່ງຕາມ

ປົກກະຕິແລ້ວໝາພັນນີ້ມີອາຍຸສະເລ່ຍພຽງແຕ່ 12 ຫາ 14 ປີເທົ່ານັ້ນ ແຕ່ ໂບບີ້ ມີອາຍຸທີ່ເກີນສະເລ່ຍເຖິງ 2 ເທົ່າໂດຍມັນອາໃສ່ຢູ່ກັບເຈົ້າຂອງໃນ ເມືອງໄຣເລຍ ພາກກາງຂອງປອກຕຸຍການ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.