ກັກຕົວເປົ້າໝາຍຄ້າ-ຂາຍຢາເສບຕິດ 3 ຄົນ ພ້ອມຂອງກາງຢາເສບຕິດ 16.013 ເມັດ

0
65

ການລັກລອບຄ້າ-ຂາຍຢາເສບຕິດຢູ່ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ຍັງແກ້ໄຂບໍ່ຕົກເຖິງແມ່ນວ່າເຈົ້າໜ້າທີ່ຈະເລັ່ງແກ້ໄຂປະກົດການຫຍໍ້ທໍ້ດັ່ງກ່າວແລ້ວກໍຕາມ ຊຶ່ງ ເມື່ອມໍ່ໆມານີ້ ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ນະຄອນໄກສອນ ພົມວິຫານ ສາມາດກັກຕົວເປົ້າໝາຍຄ້າ-ຂາຍ

ຢາເສບຕິດ 3 ຄົນ ຊື່ທ້າວ ໜູດຳ, ທ້າວຄຳພາ ແລະທ້າວ ບາຈິດ ພ້ອມຂອງກາງ ຢາບ້າລວມ 16.013 ເມັດ ແລະ ຊາອັດແທ່ງ ຈຳນວນ 01 ຫໍ່.

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນ ພົມວິຫານ ໄດ້ລາຍງານກ່ຽວກັບການກັກຕົວເປົ້າໝາຍຄ້າ-ຂາຍຢາເສບຕິດດັ່ງກ່າວວ່າ: ທັງ 3 ຄົນເປັນຜູ້ຮ່ວມຂະບວນການຄ້າຂາຍຢາເສບຕິດ ຫຼື ເປັນເປົ້າໝາຍຄ້າຂາຍຢາເສບຕິດຢູ່ນະຄອນໄກສອນ ພົມວິຫານ. ທໍາອິດແມ່ນໄດ້ກັກຕົວ ທ້າວ ໜູດຳ ອາຍຸ 30 ປີ,

ອາຊີບວ່າງງານ ຢູ່ບ້ານອຸດົມວິໄລ ນະຄອນໄກສອນ ພ້ອມຂອງກາງ ຢາບ້າ ຈຳນວນ 65 ເມັດ ຢູ່ເຮືອນຜູ້ກ່ຽວເອງ, ຜ່ານການສອບສວນເບື້ອງຕົ້ນ ຜູ້ກ່ຽວ ໄດ້ຮັບສາລະພາບວ່າຢາບ້າ ດັ່ງກ່າວ ແມ່ນເປັນຂອງຜູ້ກ່ຽວ ທີ່ຊື້ມາຈາກທ້າວ ຄຳພາ ຫຼື ພາ ຄົນບ້ານ ໂພນສະຫວ່າງເໜືອ ນະຄອນໄກສອນ, ຈາກນັ້ນ ເຈົ້າໜ້າທີ່ວິຊາສະເພາະຈຶ່ງໄດ້ຂະຫຍາຍ

ຜົນ ໂດຍເຈົ້າໜ້າທີ່ໄດ້ຈັບກຸມທ້າວ ຄຳພາ ແລະ ກວດພົບເຫັນຢາບ້າ ຈຳນວນ 438 ເມັດ, ທີ່ຜູ້ກ່ຽວຊຸກເຊື່ອງໄວ້ຢູ່ຫົວສົ້ງ ແລະ ສືບຕໍ່ຂະຫຍາຍຜົນຫາຜູ້ຮ່ວມຂອງບວນການ ໂດຍ ທ້າວ ຄຳພາ ຮັບສາລະພາບວ່າ ຢາບ້າດັ່ງກ່າວແມ່ນເປັນຂອງຜູ້ກ່ຽວ ເຊິ່ງໄດ້ເອົາມາຈາກທ້າວ ບາຈິດ ຫຼື ແຈັກ ຄົນບ້ານ ດົງນາຄຳ ນະຄອນໄກສອນ ທີ່ໄດ້ມາເຊົ່າ

ຫ້ອງແຖວຢູ່ ບ້ານ ໜອງເດີ່ນ ນະຄອນໄກສອນ, ຈາກນັ້ນ ເຈົ້າໜ້າທີ່ຈຶ່ງໄດ້ລົງຕິດຕາມ ຊອກຫາ ຫ້ອງເຊົ່າຂອງ ທ້າວ ບາຈິດ ເຫັນວ່າມີແທ້ ແລະ ພົບເຫັນຜູ້ກ່ຽວຢູ່ໃນຫ້ອງເຊົ່າດັ່ງກ່າວ ເຈົ້າໜ້າທີ່ວິຊາສະເພາະກໍ່ໄດ້ປະສານສົມທົບກັບພາກສ່ວນ ກ່ຽວຂ້ອງ ເພື່ອທຳການກວດຄົ້ນຫ້ອງ ແລະ ໄດ້ກັກຕົວ ທ້າວບາຈິດ, ພ້ອມຂອງກາງຢາບ້າ

ຈຳນວນ 7.510 ເມັດ ທີ່ ຊຸກເຊື່ອງໄວ້ຢູ່ເທິງເພດານຫ້ອງເຊົ່າ ຈາກນັ້ນຈຶ່ງໄດ້ນຳຕົວ ທ້າວ ບາຈິດ ເມືອເຮືອນຜູ້ກ່ຽວຢູ່ບ້ານ ດົງນາຄຳ ນະຄອນໄກສອນ ເພື່ອທຳການກວດຄົ້ນເຄຫະສະຖານ ,ຜ່ານການກວດຄົ້ນແມ່ນພົບເຫັນຢາບ້າຕື່ມອີກ 8.000 ເມັດ ແລະ ຊາອັດແທ່ງ ຈຳນວນ 01 ຫໍ່ໃຫຍ່, ພ້ອມ ເງິນຈຳນວນ 15.655.000 ກີບ.

ຜ່ານການສຶບສວນ-ສອບສວນ ຂອງເຈົ້າໜ້າທີ່ ທ້າວ ບາຈິດ ໃຫ້ການວ່າ ຢາບ້າ ແລະ ຊາອັດແທ່ງນັ້ນເປັນຂອງຜູ້ກ່ຽວແທ້ ໂດຍສັ່ງຊື້ຈາກຜູ້ຮ່ວມຂະບວນການບໍ່ຮູ້ຊື່ ຢູ່ນະຄອນຫຼວງວຽງຈັນ.

ປະຈຸບັນຕໍ່ກັບຄະດີດັ່ງກ່າວ, ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ຍັງສຶບຕໍ່ ສືບສວນ-ສອບສວນຂະຫຍາຍຜົນ ຫາກຸ່ມແກ້ງ ແລະ ຜູ້ຮ່ວມຂະບວນ ມາດຳເນີນຄະດີ ຕາມຂັ້ນຕອນຂອງກົດໝາຍ.ຂໍ້ມູນ:ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.