ວັນທີ 28 ມັງກອນ 2023 ນີ້, ເຈົ້າຫນ້າທີ່ພະ ແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຄໍາມ່ວນ ໄດ້ຮັບລາຍງານມີເປົ້າ ມາຍ ເຄື່ອນໄຫວຊື້ຂາຍຢາເສບຕິດ ຢູ່ເຂດບ້ານກວນ ພັນ ເມືອງຍົມມະລາດ ແຂວງຄໍາມ່ວນ.
ຜ່ານການຕິດຕາມຂອງເຈົ້າຫນ້າທີ່ວິຊາສະເພາະ ຮອດເວລາປະມານ 14:00 ໂມງ ຂອງ ວັນດຽວກັນ,ກໍພົບເຫັນເປົ້າຫມາຍຂັບຂີ່ລົດວີໂກ້ ສີປອນທອງ ຫນາຍເລກທະບຽນ ກຈ 4458 ກໍາແພງນະຄອນ ແລະ ລົດເກງອີແລນຕ້າ ສີຂາວ ຫມາຍເລກທະບຽນ ກຮ 0312 ກໍາແພງນະຄອນມາຈອດ ຢູ່ປ່າແຄມທາງເລກທີ 13 ເຂດບ້ານກວນພັນ
ເມືອງຍົມມະລາດ ມີຜູ້ຂັບຂີ່ມານຳ 3 ຄົນ, ເຈົ້າໜ້າທີ່ຈຶ້ງໄດ້ເຂົ້າສະແດງຕົວເພື່ອກວດຄົ້ນ ພົບເຫັນຢາເສບຕິດ ປະເພດຢາບ້າຊຸກເຊື່ອງຢູ່ໃນລົດເກງ ອີເລນຕ້າ ຈໍານວນ 100 ມັດ ເທົ່າກັບ 200.000 ເມັດ. ເຈົ້າໜ້າທີ່ຈຶ່ງໄດ້ເຂົ້າກັກຕົວຜູ້ກະທຳຜິດພ້ອມຂອງກາງມາດຳເນີນຄະດີ.
ຜູ້ຖືກຫາ ທັງ3 ຄົນ: ຊື່ ທ້າວ ຈະຕົ່ງຊົ່ງ ອາຍຸ 27 ປີ ຢູ່ບ້ານທົ່ງແສນ, ທ້າວ ເຄນອອນ ອາຍຸ 35 ປີ ຢູ່ບ້ານຫຼັກຊາວ ແລະ ທ້າວ ເຢັງວີ ອາຍຸ 27 ປີ ຢູ່ບ້ານທົ່ງແສນ ເມືອງຄໍາເກີດ ແຂວງບໍລິຄໍາໄຊ.ປັດຈຸບັນ, ເຈົ້າຫນ້າທີ່ວິຊາສະເພາະ ພວມດໍາເນີນຄະດີຕາມຂັ້ນຕອນຂອງກົດຫມາຍ.