ປີຜ່ານມາ ເມືອງໂຂງ ມີອຸບັດເຫດເກີດຂຶ້ນ 87 ລາຍ ລວມມູນຄ່າເສຍຫາຍ 118 ລ້ານກວ່າກີບ

0
91

ຂປລ. ຕາມການລາຍງານຈາກ ທ່ານ ພັທ ບົວລະພັນ ສິມມາລາ ຮອງກອງບັນຊາການ ປກສ ເມືອງໂຂງ ໃນກອງປະຊຸມສະຫລຸບປະຈຳປີ 2022 ຂອງກອງບັນຊາການ ປກສ ເມືອງໂຂງ ແຂວງຈຳປາສັກ ໃຫ້ຮູ້ໃນວັນທີ 2 ກຸມພາ 2023 ນີ້ວ່າ: ປີ 2022 ທົ່ວເມືອງໂຂງ ມີອຸບັດເຫດເກີດຂຶ້ນທັງໝົດ 87 ລາຍ, ມີ 215 ຄົນ, ຍິງ 61

ຄົນ, ມີພາຫະນະຮ່ວມ ອຸບັດເຫດທັງໝົດ 129 ຄັນ, ເຮືອຫາງຍາວ 1 ລຳ, ໃນນີ້ ເປ່ເພສົມຄວນ 51 ຄັນ, ເປ່ເພ ເລັກນ້ອຍ 69 ຄັນ (ເຮືອ 1 ລຳ) ແລະ ບໍ່ເປ່ເພ 9 ຄັນ, ມີຜູ້ບາດເຈັບ 151 ຄົນ, ຍິງ 45 ຄົນ ແລະ ເສຍຊີວິດ 3 ຄົນ, ຍິງ 2 ຄົນ, ລວມມູນຄ່າເສຍຫາຍທັງໝົດ 118 ລ້ານກວ່າກີບ.

ສ່ວນວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ໃນ 1 ປີຜ່ານມາ ລວມມີອັກຄີໄພເກີດຂຶ້ນທັງໝົດ 8 ຄັ້ງ, ລວມມູນຄ່າເສຍຫາຍ 1,2 ຕື້ກວ່າກີບ, ສາເຫດສ່ວນໃຫຍ່ຍ້ອນປະໝາດເລີນເລີ້ ໃຕ້ທູບ-ທຽນບູຊາປະໄວ້, ສ່ວນ ໜຶ່ງແມ່ນການຖິ້ມຢາສູບໃສ່ວັດຖຸທີ່ແຫ້ງ (ກອງຂີ້ເຫຍື້ອ), ຍ້ອນໄຟໃໝ້ລາມປ່າ ແລະ ມີບາງກໍລະນີຍ້ອນຜິດຖຽງ ກັນແລ້ວຈູດຖຽງນາ ແລະ ອາລະວາດຄອບຄົວ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.