ທູດລາວຍື່ນສານຕາຕັ້ງຕໍ່ ສົມເດັດພະຣາຊາຊາລສທີ 3 ແຫ່ງ ສະຫະຣາຊະອານະຈັກ ອັງກິດ

0
143

ວັນທີ 2 ກຸມພາ 2023 ທີ່ຜ່ານມາ,  ທ່ານ ດວງມະນີ ຍອດສີອຸດົມ ໄດ້ຮັບກຽດເຂົ້າເຝົ້າ ແລະ ຍື່ນສານຕາຕັ້ງຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຕໍ່ສົມເດັດ ພະຣາຊາ ຊາລສ ທີ III ແຫ່ງ ສະຫະຣາຊະອະນາຈັກອັງກິດ ທີ່ ພະລາດຊະວັງ ບັກຄິງແຮມ, ລອນດອນ ເພື່ອ

ດຳລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳສະຫະຣາຊະອານະຈັກ ອັງກິດ ແລະ ອຽກລັງເໜືອ.
ທ່ານ ດວງມະນີ ຍອດສີອຸດົມ ໄດ້ສະແດງຄວາມດີອົກດີໃຈເປັນຢ່າງຍິ່ງ ແລະ ຖືເປັນກຽດຢ່າງສູງ ທີ່ສົມເດັດ ພະຣາຊາ ໃຫ້ກຽດຮັບສານຕາຕັ້ງດັ່ງກ່າວ ແລະ ຖືເອົາໂອກາດ

ດຽວກັນນີ້ ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ພ້ອມດ້ວຍຄໍາອວຍພອນໄຊອັນປະເສີດ ແລະ ຄວາມຮັກແພງຖານເພື່ອນມິດ ຈາກພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ ເຖິງ ສົມເດັດ ພະຣາຊາ ຊາລສ ທີ III ແຫ່ງ ສະຫະຣາຊະອະນາຈັກອັງກິດ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ໃນໄລຍະເວລາປະຕິບັດໜ້າທີ່ການທູດ ຢູ່ ສະຫະຣາ

ຊະອານະຈັກອັງກິດ ນີ້ ທ່ານຈະພະຍາຍາມສຸມທຸກເຫື່ອແຮງຂອງຕົນ ເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດທີ່ມາແຕ່ດົນນານມາແລ້ວໃຫ້ມີຄວາມແໜ້ນແຟ້ນ ແລະ ໄດ້ຮັບການພັດທະນາຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ສອງປະເທດ ແລະ ປະຊາຊົນສອງຊາດ

ຂອງພວກເຮົາ. ທ່ານ ເອກອັກຄະລັດຖະທູດ ຍັງໄດ້ສະແດງຄວາມຂອບໃຈ ມາຍັງສົມເດັດ ພາຣາຊາ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນອັງກິດ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນໄລຍະຜ່ານມາ, ເປັນຕົ້ນແມ່ນການຊ່ວຍເຫຼືອໃນວຽກງານເກັບກູ້ລະເບີດທີ່ຍັງບໍ່ທັນ

ແຕກໂດຍຜ່ານອົງການຈັດຕັ້ງສາກົນລະຫວ່າງລັດຖະບານ ແລະ ບໍ່ສັງກັດລັດຖະບານ, ການພັດທະນາຊັບພະຍາກອນມະນຸດ ໂດຍຜ່ານການໃຫ້ທຶນການສຶກສາ ແລະ ສາທາລະນະສຸກ, ໂດຍສະເພາະໃນໄລຍະການການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19.

ສົມເດັດ ພະຣາຊາ ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບ ທ່ານ ເອກອັກຄະລັດຖະທູດ ທີ່ໄດ້ຮັບການແຕ່ງຕັ້ງຢ່າງສົມກຽດ ເພື່ອມາດຳລົງຕໍາແໜ່ງ ແລະ ປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳສະຫະຣາຊະອານະຈັກອັງກິດ ແລະ ພ້ອມດຽວກັນນັ້ນ, ກໍຍັງໄດ້ສົ່ງຄໍາຢື້ຢາມຖາມຂ່າວອັນອົບອຸ່ນ

ແລະ ອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ, ລັດຖະບານ ແລະ ປະຊາຊົນລາວທຸກຖ້ວນໜ້າ, ພ້ອມທັງອວຍພອນໄຊໃຫ້ ທ່ານ ເອກອັກຄະລັດຖະທູດປະຕິບັດໜ້າທີ່ການທູດຂອງຕົນ ດ້ວຍຜົນສຳເລັດຢ່າງສູງ ແລະ ຈົບງາມ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.