ເປີດບຸນນະມັດສະການ ຜາສາດຫີນວັດພູຈຳປາສັກ ມໍລະດົກໂລກ ປະຈຳປີ 2023

0
67

ບຸນນະມັດສະການ ຜາສາດຫີນວັດພູຈຳປາສັກ ມໍລະດົກໂລກ ປະຈຳປີ 2023 ໄດ້ມີ ພິທີເປີດຢ່າງເປັນທາງການ ໃນຕອນຄ່ຳຂອງ ວັນທີ 3 ກຸມພາ 2023, ໂດຍການເຂົ້າຮ່ວມຂອງ ພະອາຈານໃຫຍ່ ມະຫາ ບຸນມາ ສີມມາພົມ ປະທານສູນກາງອົງການ ພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ, ພະອາຈານໃຫຍ່ ມະຫາ ສຸວັນ ຈັນທະ

ລາດ ຄະນະບໍລິຫານງານປະຈຳການສູນກາງ ອພສ, ຜູ້ຊ່ວຍປະທານສູນກາງ ອພສ, ປະທານ ອພສ ແຂວງຈຳປາສັກ; ພາຍນອກ ໃຫ້ກຽດເຂົ້າຮ່ວມມີ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈໍາປາສັກ, ມີ ທ່ານທູດ

ຍີ່ປຸ່ນ ປະຈຳລາວ, ກົງສູນໃຫຍ່, ຜູ້ແທນຈາກບັນດາແຂວງ ສສ ຫວຽດນາມ, ຣາຊະອານາຈັກໄທ, ຣາຊະອານາຈັກກຳປູເຈຍ, ມີ ຄະນະການນໍາຈາກສູນກາງ, ຄະນະນຳແຂວງຈຳປາສັກ, ແຂວງສະຫວັນນະເຂດ, ສາລະວັນ ແລະແຂວງ ເຊກອງ, ມີ ບັນດາທ່ານຄະນະນຳຂອງ ນະຄອນ ແລະ 9 ເມືອງ, ມີພະເຖຣານຸເຖລະ, ພ້ອມດ້ວຍ ເຖົ້າແກ່ແນວໂຮມ ແລະ ປະຊາຊົນ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ວິໄລວົງ ບຸດດາຄໍາ ໄດ້ກ່າວເປີດງານ ບາງຕອນວ່າ: ໃນໄລຍະຜ່ານມາ ພັກ ແລະ ລັດຖະບານ ກໍຄື ແຂວງຈໍາປາສັກ ຍາມໃດກໍໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຢ່າງຕັ້ງໜ້າໃນການສະເຫຼີມສະຫຼອງ ບຸນນະມັດສະການປະສາດຫີນວັດພູຈຳປາສັກ ມໍລະດົກໂລກ ທຸກໆ ປີ ໃນມື້ຂຶ້ນ 15 ຄໍ່າ ເດືອນ 3 ຊຶ່ງເປັນແຫ່ງອະລິຍະທໍາ

ບູຮານເກົ່າແກ່ທາງດ້ານປະຫວັດສາດ ແລະ ວັດທະນະທໍາຂອງ ຊາດລາວເຮົາ ແມ່ນກຸ່ມສະຖານບູຮານທີ່ຖືກຮັບຮູ້ ແລະ ມີຊື່ສຽງມາເປັນເວລາຫລາຍພັນປີ, ຖືກສ້າງຂຶ້ນໃນລະຫວ່າງ ສະຕະວັດທີ VII ແລະ ຖືກຮັບຮອງຈົດເຂົ້າທະບຽນມໍລະດົກໂລກໂດຍອົງການ UNESCO ໃນປີ 2001. ຍ້ອນພວກເຮົາ ເຫັນໄດ້ຄຸນຄ່າອັນໂດດເດັ່ນ ຄືດັ່ງກ່າວມາ

ນັ້ນ, ລັດຖະບານ ແລະ ອຳນາດການປົກຄອງແຂວງ ໄດ້ເອົາໃຈໃສ່ປົກປັກຮັກສາ, ບູລະນະ ແລະ ປະຕິສັງ ຂອນໃຫ້ເພີ່ມຄຸມຄ່າມໍລະດົກຍິ່ງຂຶ້ນຕະຫຼອດມາ ໂດຍດຶງດູດການຊ່ວຍເຫຼືອແຫຼ່ງທຶນທັງພາຍໃນ, ອົງການຈັດຕັ້ງສາກົນ ແລະ ບັນດາປະເທດເພື່ອນມິດ ໃນໂລກຢ່າງກວ້າງຂວາງ, ຈຶ່ງມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາ

ກາບໄຫວ້, ສຶກສາຄົ້ນຄວ້າ, ທ່ອງທ່ຽວນັບມື້ນັບເພີ່ມຂຶ້ນໃນແຕ່ລະປີ ແລະ ເພື່ອເປັນການສົ່ງເສີມການທ່ອງທ່ຽວ ສະເພາະໃນງານບຸນນະມັດສະການຜາສາດຫີນ ວັດພູ ຈຳປາສັກ ປີນີ້ ມີ ການແຮ່ຜະສາເຜິ້ງ, ຕົ້ນກາລະພິກ ແລະການແຮ່ ສະແດງສິນລະປະ ຈາກ 9 ເມືອງ, ນະຄອນ ແລະບັນດາພະແນກການ, ມີ ຈຳນວນຮ້ານຄ້າ ທີ່ໄດ້

ເຂົ້າຮ່ວມວາງ ສະແດງຫຼາຍກວ່າ 250 ຮ້ານ ຊຶ່ງສິນຄ້າທີ່ເປັນເອກະລັກວັດພູ ກໍຄື ບັງເຂົ້າຫຼາມໃຫຍ່ ຕົ້ມໄກ່ໃສ່ໄຂ່ມົດແດງ; ນອກຈາກນັ້ນ ຍັງມີຜະລິດຕະພັນອາຫານພື້ນບ້ານ, ຜະລິດຕະພັນຫັດຖະກຳໄມ້ປ່ອງ, ຜະລິດຕະພັນເຄື່ອງຊ່ຽນທີ່ລະນຶກ, ຜະລິດຕະພັນກະສິກຳທ້ອງຖິ່ນ ແລະ ຮ້ານວາງສະແດງສິນຄ້າອື່ນໆ, ການຈັດງານບຸນ

ນະມັດສະການຜາສາດຫີນ ວັດພູຈຳປາສັກ ປະຈຳປີ 2023 ແມ່ນແນໃສເພື່ອຮັກສາຮີດຄອງປະເພນີ, ວັດທະນະທຳ ແລະ ຕິດພັນກັບການຈັດງານທາງພຸດທະສາສະໜາເພື່ອຮັກສາຮີດຄອງປະເພນີ, ວັດທະນະທຳ ອັນດີງາມຂອງຊາດ ຂອງທ້ອງຖິ່ນຈຳປາສັກພວກເຮົາ. ພິເສດ ປີນີ້ ໄດ້ມີການຈັດຕັ້ງພັກ-ລັດ ພະແນກການຂອງແຂວງ, 9 ເມືອງ,

ນະຄອນປາກເຊ ແລະ ຄອບຄົວການນຳຂັ້ນສູນກາງ, ຄອບຄົວທ່ານເຈົ້າແຂວງຈຳປາສັກ, ພ້ອມດ້ວຍນັກທຸລະກິດ ໄດ້ເປັນເຈົ້າພາບເຈົ້າສັດທາ ຮ່ວມກັນສ້າງກອງບຸນຂຶ້ນ 15 ກອງ ເພື່ອອຸທິດສ່ວນບຸນ, ສ່ວນກຸສົນເຖິງບັນພະບູລຸດ, ພໍ່ແມ່, ຄູບາອາຈານ, ເຈົ້າຖິ່ນເຈົ້າຖານ, ເຈົ້າແມ່ທໍລະນີ, ເຈົ້າກໍານາຍເວນ ເພື່ອເປັນສິລິມົງຄຸນ. ແລະ ຕອນທ້າຍ,​ ປະທານ, ຄະນະປະທານ ແລະ ແຂກຖືກເຊີນ ກໍໄດ້ເປັນກຽດຕັດແຖບຜ້າ, ລັ່ນຄ້ອງໄຊ 9 ບາດ ແລະ ປ່ອຍນົກສັນຕິພາບ ເພື່ອເປີດງານ ຢ່າງເປັນທາງການ​.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.