ປີຜ່ານມາເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ດຶງດູດການລົງທຶນໃໝ່ໄດ້ 32 ບໍລິສັດ

0
183

ປີຜ່ານມາ, ເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ (ນວ) ມີບໍລິສັດເຂົ້າມາລົງທຶນໃໝ່ 32 ບໍລິສັດ ມີການລົງທຶນຕົວຈິງເກືອບ 50 ລ້ານໂດລາ ໃນນັ້ນຫຼາຍທີ່ສຸດແມ່ນຂະແໜງການຄ້າ ແລະ ການບໍລິການ. ສ່ວນການຈັດເກັບລາຍຮັບ ສາມາດບັນລຸໄດ້ທັງໝົດ 103 ຕື້ກີບ ທຽບໃສ່ແຜນປີ ລື່ນຄາດໝາຍສູ້ຊົນ 48%. ຂະນະທີ່ການສ້າງວຽກເຮັດງານທໍາໃຫ້ແຮງງານລາວ ໄດ້ 5.203 ຄົນ ຊຶ່ງກວມເອົາເກືອບ 90% ຂອງແຮງງານທັງໝົດໃນເຂດເສດຖະກິດພິເສດ ນວ.

ທ່ານ ທະນົງໄຊ ຄຸດໄພທູນ ຫົວໜ້າຫ້ອງການຄະນະຄຸ້ມຄອງເຂດເສດຖະກິດພິເສດ ນວ ໄດ້ໃຫ້ສໍາພາດ ເມື່ອບໍ່ດົນຜ່ານມາວ່າ: ນວ ມີ 5 ເຂດເສດຖະກິດພິເສດທີ່ຂຶ້ນກັບການຄຸ້ມຄອງບໍລິຫານຂອງຄະນະຄຸ້ມຄອງເຂດເສດຖະກິດພິເສດ ນວ ຊຶ່ງແຕ່ລະເຂດມີເປົ້າໝາຍການພັດທະນາທີ່ແຕກຕ່າງກັນ ໂດຍອີງໃສ່ຈຸດທີ່ຕັ້ງ ແລະ ທ່າແຮງໃນການ

ລົງທຶນ ເພື່ອສ້າງເປົ້າໝາຍການພັດທະນາ. ປັດຈຸບັນໃນ 5 ເຂດ ມີບໍລິສັດເຂົ້າມາລົງທຶນທັງໝົດ 168 ບໍລິສັດ ຊຶ່ງສະເພາະປີ 2022 ຜ່ານມາ ມີບໍລິສັດເຂົ້າມາລົງທຶນໃໝ່ 32 ບໍລິສັດ ມີມູນຄ່າການລົງທຶນຕົວຈິງເກືອບ 50 ລ້ານໂດລາ ໃນນັ້ນ ມີວິສາຫະກິດລົງທຶນໃນຂະແໜງອຸດສາຫະກຳ 4 ບໍລິສັດ, ຂະແໜງການຄ້າ 14 ບໍລິສັດ ແລະ

ຂະແໜງບໍລິການ 14 ບໍລິສັດ ທຽບໃສ່ປີ 2021 ເພີ່ມຂຶ້ນ 8 ບໍລິສັດ (ປີ 2021 ມີບໍລິສັດມາລົງທຶນໃໝ່ 24 ບໍລິສັດ) ແລະ ໃນ 32 ບໍລິສັດມາລົງທຶນໃໝ່ ມີແຜນການລົງທຶນເກືອບ 90 ລ້ານໂດລາ, ມີທຶນຈົດທະບຽນຢູ່ທີ່ 42 ລ້ານໂດລາ.

ສຳລັບການປະຕິບັດພັນທະເຂົ້າງົບປະມານຂອງລັດ ໃນປີ 2022 ກໍເປັນປີທີ 2 ທີ່ຄະນະຄຸ້ມຄອງເຂດເສດຖະກິດພິເສດ ນວ ສາມາດບຸກທະລຸກ່ຽວກັບການເກັບລາຍຮັບໂດຍອີງໃສ່ມະຕິຂອງສະພາແຫ່ງຊາດ ກໍຄື ຂໍ້ຕົກລົງຂອງລັດຖະບານ ແລະ ຄໍາສັ່ງຂອງເຈົ້າຄອງ ນວ ໃນການແກ້ໄຂເສດຖະກິດ-ການເງິນຂອງຊາດ ກໍຄື ຂອງ ນວ ຊຶ່ງໄດ້ບັນລຸການ

ເກັບລາຍຮັບໄດ້ທັງໝົດ 103 ຕື້ກີບ ທຽບໃສ່ແຜນປີ ລື່ນຄາດໝາຍສູ້ຊົນ 48% ຈາກແຜນປີທີ່ວາງໄວ້ແມ່ນ 70 ຕື້. ການເກັບລາຍຮັບທີ່ບັນລຸດັ່ງກ່າວ ໃນນັ້ນ ລາຍຮັບພາສີ 18 ຕື້ກີບ, ລາຍຮັບຄ່າສໍາປະທານທີ່ດິນ 3,4 ຕື້ກີບ, ອາກອນເງິນເດືອນ 8,9 ຕື້ກີບ, ອາກອນມູນຄ່າເພີ່ມ 26 ຕື້ກີບ, ອາກອນລາຍໄດ້ 4,3 ຕື້ກີບ, ອາກອນ

ຊົມໃຊ້ 41,2 ຕື້ກີບ ລວມທັງຄ່າທໍານຽມ-ຄ່າບໍລິການ 390 ລ້ານກີບ ຊຶ່ງເປັນຜົນງານໜຶ່ງທີ່ສາມາດຍາດແຍ່ງ ແລະ ບຸກທະລຸມາໄດ້ໃນປີ 2022 ທີ່ເປັນການປະກອບສ່ວນສໍາຄັນໃຫ້ແກ່ ນວ ກໍຄື ປະເທດຊາດຂອງເຮົາ.

ຫົວໜ້າຫ້ອງການຄະນະຄຸ້ມຄອງເຂດເສດຖະກິດພິເສດ ນວ ຍັງກ່າວວ່າ: ການສ້າງວຽກເຮັດງານທໍາ ເປັນເປົ້າໝາຍຫຼັກໃນການສ້າງເຂດເສດຖະກິດພິເສດ ຊຶ່ງມາຮອດທ້າຍປີຜ່ານມາ ມີແຮງງານທັງໝົດ 6.296 ຄົນ ໃນນັ້ນແຮງງານລາວ ກວມເອົາເກືອບ 90% ໂດຍມີ 5.203 ຄົນ (ເຫຼືອນັ້ນແມ່ນແຮງງານຕ່າງປະເທດ). ໃນໄລຍະຜ່ານມາ,

ແມ່ນໄດ້ສຸມໃສ່ການຈ້າງວຽກເຮັດງານທໍາ ໄດ້ຈັດຕັ້ງປະຕິບັດໃນເຂດເສດຖະກິດພິເສດ ນວ. ພ້ອມນີ້, ໂດຍໄດ້ຊຸກຍູ້ໃຫ້ບັນດາບໍລິສັດ ທີ່ມີແຮງງານໃຫ້ໄດ້ເຂົ້າການປະກັນສຸຂະພາບ ຊຶ່ງໄດ້ຮ່ວມມືກັບສູນກວດສຸຂະພາບ ໂຮງໝໍມະໂຫສົດ ລົງມາກວດສຸຂະພາບແບບເຄື່ອນທີ່ຢູ່ໃນເຂດ ເພື່ອເປັນການປະຢັດເວລາ ແລະ ມີຄວາມສະດວກຕໍ່ກັບແຮງງານ.

ຄຽງຄູ່ກັນນັ້ນ, ວຽກງານການບໍລິການຜ່ານປະຕູດຽວ ກໍເປັນວຽກງານໜຶ່ງທີ່ພົ້ນເດັ່ນ ຊຶ່ງຢູ່ໃນເຂດ ໄດ້ຫັນເປັນທັນສະໄໝ ຢູ່ 7 ລະບົບ ເປັນຕົ້ນ ໃຊ້ລະບົບ E-office ເພື່ອຄຸ້ມຄອງບໍລິຫານເອກະສານ, ໄດ້ຫັນການເກັບລາຍຮັບເປັນທັນສະໄໝ ໂດຍນໍາໃຊ້ລະບົບ TaxRIS ຊຶ່ງປັດຈຸບັນການແຈ້ງເສຍ ແລະ ຖອກອາກອນ ແມ່ນຜ່ານລະບົບ

ອອນລາຍທັງໝົດ. ນອກນີ້, ກໍມີວຽກງານອື່ນໆ ທີ່ໄດ້ຫັນເປັນທັນສະໄໝ ເຊັ່ນ: ການອອກໃບທະບຽນອອນລາຍ, ການຄຸ້ມຄອງແຮງງານ, ການຄຸ້ມຄອງໃບຕາດິນ ແລະ ອື່ນໆ. ພ້ອມດຽວກັນ, ຍັງໄດ້ມີນະໂຍບາຍ ຊ່ວຍໜູນບາງດ້ານໃຫ້ຜູ້ລົງທຶນ ແລະ ຍົກເວັ້ນບາງລາຍການທີ່ຈະມາລົງທຶນ. ນອກນັ້ນ, ເຂດເສດຖະກິດພິເສດ ນວ ຍັງໄດ້ຖືສໍາ

ຄັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍບໍ່ສາມາດຕັດແຍກອອກຈາກການລົງທຶນໄດ້ ຊຶ່ງໄລຍະປີ 1 ຜ່ານມາ ສາມາດແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໄດ້ 221 ເລື່ອງ ຈາກ 251 ເລື່ອງ ຊຶ່ງກວມເອົາເກືອບ 80%.

ທ່ານ ທະນົງໄຊ ຄຸດໄພທູນ ຍັງກ່າວໃຫ້ຮູ້ວ່າ: ປີ 2023 ນີ້, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ນວ ຈະສູ້ຊົນດຶງດູດການລົງທຶນ ພາຍໃນ ແລະ ຕ່າງປະເທດ ໃຫ້ໄດ້ 30 ບໍລິສັດ; ຈະຊຸກຍູ້ການສ້າງວຽກເຮັດງານທໍາໃຫ້ໄດ້ປະມານ 2.500 ຕໍາແໜ່ງງານ; ຊຸກຍູ້ການຈັດເກັບລາຍຮັບເຂົ້າງົບປະມານຂອງລັດໃຫ້ໄດ້ຕາມແຜນການທີ່ວາງໄວ້ ແລະ

ອື່ນໆ. ພາກສ່ວນໃດທີ່ສົນໃຈທີ່ຈະເຂົ້າມາລົງທຶນຢູ່ພາຍໃນເຂດເສດຖະກິດພິເສດ ນວ ຊຶ່ງເຂດດັ່ງກ່າວ ແມ່ນພ້ອມໃຫ້ການບໍລິການຕາມກົນໄກການລົງທຶນປະຕູດຽວ ແລະ ພ້ອມທີ່ຈະສະໜັບສະໜູນການລົງທຶນເຕັມທີ່. ສ່ວນແຮງງານລາວ ທີ່ມີຄວາມສົນໃຈ ໃນການເຮັດວຽກ ກໍສາມາດເຂົ້າໄປຕິດຕໍ່ພົວພັນນໍາເຂດເສດຖະກິດພິເສດ ນວ ໄດ້ ຊຶ່ງທາງເຂດດັ່ງກ່າວ ຈະປະສານກັບບັນດາໂຮງງານ ກໍຄື ບໍລິສັດຕ່າງໆ ເພື່ອສະໜອງແຮງງານໃຫ້ສອດຄ່ອງກັບຄວາມຕ້ອງການຂອງແຕ່ລະພາກສ່ວນ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.