ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ກ່າວໂອ້ລົມຕໍ່ກອງປະຊຸມສະຫຼຸບແຜນພັດທະນາ ພະລັງງານ ແລະ ບໍ່ແຮ່ (ພບ) ປະຈໍາປີ 2022, ກາງສະໄໝ ແລະ ຄາດຄະເນທ້າຍສະໄໝ ຂອງແຜນພັດທະນາຂະແໜງ ພບ 5 ປີ ຄັ້ງທີ IX (2021-2025) ແລະ ປະເມີນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃນຂະແໜງ ພບ ໃນວັນທີ 3 ກຸມພາ ນີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍໄດ້ເນັ້ນ 4 ບັນຫາສຳຄັນໃຫ້ຂະແໜງ ພບ ເອົາໃຈໃສ່ໃນປີ 2023 ນີ້.
ໃນການກ່າວໂອ້ລົມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດຂອງການພັດທະນາດ້ານວຽກງານ ພບ ໃນໄລຍະທີ່ຜ່ານມາ ແມ່ນຜົນສໍາເລັດທີ່ສໍາຄັນ ຫຼາຍ, ເປັນລະບົບຄົບຊຸດ ແລະ ມີຫຼາຍດ້ານທີ່ພົ້ນເດັ່ນ; ອັນສໍາຄັນ, ທັງຂະແໜງພະລັງງານ ແລະ ຂະແໜງບໍ່ແຮ່ ລ້ວນແຕ່ມີອັດຕາການເຕີບໂຕທີ່
ໜັກແໜ້ນ ແລະ ຕໍ່ເນື່ອງ ຊຶ່ງອັນທີ່ເປັນໜ້າຊົມເຊີຍ ກໍແມ່ນການພັດທະນາທັງ 2 ຂະແໜງ ກໍລື່ນຄາດໝາຍ. ໃນນີ້, ທ່ານນາຍົກ ກໍໄດ້ຕີລາຄາວ່າ: “ວຽກງານ ພບ ເປັນຜູ້ເຮັດບົດບາດທີ່ສໍາຄັນໃນຂົງເຂດເສດຖະກິດແຫ່ງຊາດ ແລະ ຜົນສໍາເລັດຂອງວຽກງານ ພບ ແມ່ນມີລັກສະນະເປັນພື້ນຖານໃນການພັດທະນາເສດຖະກິດ – ສັງຄົມຂອງ
ປະເທດຊາດ ແມ່ນຖືກຕ້ອງແລ້ວ. ແຕ່ກໍຍັງມີບາງດ້ານທີ່ເປັນດ້ານອ່ອນ, ຂໍ້ຄົງຄ້າງໃນ 1 ປີຜ່ານມາ ຊຶ່ງຈະຕ້ອງແກ້ໄຂໃນຕໍ່ໜ້າ ເພື່ອຈະສືບຕໍ່ການພັດທະນາໃຫ້ຂະຫຍາຍຕົວຢ່າງໜັກແໜ້ນ ແລະ ມີລັກສະນະຕໍ່ເນື່ອງ, ຍືນຍົງໄດ້.
ເພື່ອເຮັດໃຫ້ບັນດາຄາດໝາຍໃຫຍ່ທີ່ມີລັກສະນະເປັນພື້ນຖານ ເປັນຕົ້ນການພັດທະນາແຫຼ່ງຜະລິດພະລັງງານໄຟຟ້າ, ການຄາດຄະເນການຜະລິດ, ການຈໍາໜ່າຍຢູ່ພາຍໃນ, ການສົ່ງອອກ-ນໍາເຂົ້າພະລັງງານ ໄດ້ມີຜົນສຳເລັດ; ລວມທັງຄາດໝາຍຂອງວຽກງານບໍ່ແຮ່ ເປັນຕົ້ນບັນດາໂຄງການທີ່ພວມຢູ່ໃນຂັ້ນຕອນສຶກສາຄວາມເປັນໄປໄດ້ທາງດ້ານ
ເສດຖະກິດ-ເຕັກນິກເຂົ້າສູ່ຂະບວນການຜະລິດ ຕິດພັນກັບການຊຸກຍູ້ໃຫ້ຜູ້ລົງທຶນ, ຜູ້ດໍາເນີນທຸລະກິດ ທີ່ໄດ້ຮັບອະນຸຍາດຂຸດຄົ້ນ-ປຸງແຕ່ງແຮ່ທາດ ທັງປົກກະຕິ ແລະ ໄລຍະທົດລອງ ໃຫ້ໄດ້ຈັດຕັ້ງປະຕິບັດຕາມແຜນກໍານົດໄວ້ ຕິດພັນກັບການຄາດຄະເນມູນຄ່າການຜະລິດແຮ່ທາດ ແລະ ການຈໍາໜ່າຍແຮ່ທາດ ໃນປີ 2023 ໄດ້ມີຜົນສຳເລັດຕາມຄາດໝາຍ ທ່ານນາຍົກລັດຖະມົນຕີ ກໍໄດ້ເນັ້ນ 4 ບັນຫາສຳຄັນດັ່ງນີ້:
1). ໃຫ້ເບິ່ງຄືນໃນບາງດ້ານ ໃນແຜນການປີ 2023 ຂອງຂະແໜງ ພບ, ເພື່ອຈະສືບຕໍ່ປັບປຸງໃຫ້ສອດຄ່ອງກັບ ສະພາບ ແລະ ເງື່ອນໄຂໃໝ່ ທັງສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ແລະ ຄວາມສາມາດຕົວຈິງ. ໃນນີ້, ສໍາລັບດ້ານພະລັງງານ, ຢາກໃຫ້ເບິ່ງໃສ່ແຜນພັດທະນາພະລັງງານແຫ່ງຊາດ ໃຫ້ສົມບູນ, ຄົບຖ້ວນ. ຍ້ອນວ່າ ໜຶ່ງ
ໃນບັນດາຈຸດອ່ອນຜ່ານມາ ແມ່ນການກໍານົດແຜນຍັງຂາດລັກສະນະຮອບດ້ານ ແລະ ຂາດຄວາມດຸ່ນດ່ຽງ ຊຶ່ງພວກເຮົາກໍໄດ້ຍົກຂຶ້ນມາເວົ້າກັນເລື້ອຍໆແລ້ວ ເຊັ່ນ: ລະຫວ່າງ ການພັດທະນາແຫຼ່ງຜະລິດກະແສໄຟຟ້າ ກັບການພັດທະນາລະບົບສາຍສົ່ງ ຫຼື ລະຫວ່າງການຜະລິດກະແສໄຟຟ້າກັບການຕະຫຼາດ. ສະນັ້ນ, ຈຶ່ງເກີດມີສະພາບ, ກະແສໄຟຟ້າ
ເຫຼືອ-ບໍ່ພໍ ຫຼາຍພໍສົມຄວນ. ນອກຈາກນີ້, ພາກເໜືອແມ່ນພາກທີ່ມີແຫຼ່ງຜະລິດໄຟຟ້າຫຼາຍ, ແຕ່ການພັດທະນາຊໍ້າພັດຢູ່ນະຄອນຫຼວງ, ຢູ່ເຂດພາກກາງ, ພາກໃຕ້. ອັນນີ້, ເຮົາຈະດັດສົມແນວໃດໃຫ້ສອດຄ່ອງ, ມີປະສິດທິຜົນ. ການພັດທະນາວຽກງານ ພບ ໃນເງື່ອນໄຂໃໝ່ ຕ້ອງສືບຕໍ່ເສີມຂະຫຍາດ້ານດີ, ບົດຮຽນທີ່ພວກເຮົາສະສົມມາໄດ້ໃນ
ຊຸມປີທີ່ຜ່ານມາ, ນໍາໃຊ້ທ່າແຮງໄດ້ປຽບຂອງປະເທດຊາດ ທ່າແຮງທາງດ້ານບຸກຄະລາກອນ, ພື້ນຖານວັດຖຸເຕັກນິກຂອງຂະແໜງການ ຕິດພັນກັບການຍາດແຍ່ງກາລະໂອກາດຂອງພາກພື້ນ ແລະ ສາກົນ.
2). ໃນປັດຈຸບັນນີ້, ລັດເຮົາໄດ້ປະກາດໃຊ້ກົດໝາຍວ່າດ້ວຍການຄຸ້ມຄອງຄວາມປອດໄພຂອງອຸດສາຫະກໍາ ພະລັງງານ. ສະນັ້ນ, ມັນຮຽກຮ້ອງໃຫ້ພວກເຮົາຈະຕ້ອງເອົາໃຈໃສ່ຢ່າງເປັນເຈົ້າການ ໃນການປະຕິບັດກົດໝາຍດັ່ງກ່າວ ຕິດພັນກັບກົດໝາຍໄຟຟ້າໃຫ້ມີຄວາມສັກສິດສູງ.
ຈາກສະພາບທີ່ເກີດຂຶ້ນ ແລະ ກໍ່ຜົນເສຍຫາຍໃນໄລຍະທີ່ຜ່ານມາ ໄດ້ຊີ້ບອກບົດຮຽນໃຫຍ່ທີ່ພວກເຮົາຈະຕ້ອງເອົາໃຈໃສ່ຖອດຖອນບົດຮຽນ ເພື່ອຈະວາງວິທີການຄຸ້ມຄອງ ແລະ ວາງມາດຕະການເພື່ອຈັດຕັ້ງປະຕິບັດວຽກງານກວດກາເຂື່ອນ ທີ່ຮັດກຸມ ເພື່ອຮັບປະກັນຄວາມປອດໄພໃນລະດັບສູງສຸດ. ພວກເຮົາຕ້ອງຈັດຕັ້ງການກວດສອບ ແລະ ກວດກາ
ຄວາມປອດໄພຂອງເຂື່ອນໃນທຸກໆຂັ້ນຕອນ. ນອກ ຈາກນີ້, ກໍຕ້ອງເອົາໃຈໃສ່ຕິດຕາມຄຸ້ມຄອງມາດຕະຖານເຕັກນິກເພື່ອຮັບປະກັນ ສໍາລັບເຂື່ອນທີ່ພວມກໍ່ສ້າງ ແລະ ພວມຈະກໍ່ສ້າງອີກດ້ວຍ.
ກ່ຽວກັບການບໍລິຫານນໍ້າ: ຜ່ານມາ, ລັດຖະບານ ໄດ້ຊີ້ນໍາ ແລະ ມອບໝາຍໃຫ້ກະຊວງ ພບ ເອົາໃຈໃສ່ຕິດຕາມ ກວດກາສະພາບການຄຸ້ມຄອງ-ບໍລິຫານ ແລະ ການຈັດການນໍ້າ ຢູ່ແຕ່ລະເຂື່ອນຜະລິດໄຟຟ້າ ໃນທົ່ວປະເທດຢ່າງເປັນປົກກະຕິ ເພື່ອຮັບປະກັນໃຫ້ແຕ່ລະເຂື່ອນແຕ່ລະແຫ່ງ ມີຄວາມໝັ້ນຄົງ-ປອດໄພ, ສາມາດຮອງຮັບສະພາບ
ດິນຟ້າອາກາດ ແລະ ໄພພິບັດທີ່ອາດຈະເກີດຂຶ້ນໄດ້ທຸກເວລາ. ສະນັ້ນ, ໃຫ້ສືບຕໍ່ຈັດຕັ້ງຄຸ້ມຄອງວຽກງານນີ້ ໃຫ້ມີຄຸນນະພາບ ແລະ ບໍ່ໃຫ້ເກີດຜົນກະທົບ ບໍ່ວ່າໃນກໍລະນີໃດໆ.
ສໍາລັບການຄຸ້ມຄອງບໍລິຫານ-ການຈັດການນໍ້າ ຢູ່ບັນດາເຂື່ອນຜະລິດໄຟຟ້າ ຕ້ອງປະສານສົມທົບກັນຢ່າງແໜ້ນແຟ້ນ ກັບພາກສ່ວນທີ່ກ່ຽວຂ້ອງເຊັ່ນ: ກະຊວງຊັບພະຍາກອນ
ທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ບັນດາແຂວງ ທີ່ມີໂຄງການເຂື່ອນໄຟຟ້າຕັ້ງຢູ່ ເພື່ອຕິດຕາມ, ກວດກາ ສະພາບການຄຸ້ມຄອງບໍລິຫານ-ຈັດການຂອງແຕ່ລະເຂື່ອນໄຟຟ້າຢ່າງໃກ້ຊິດ.
3). ໃຫ້ສຸມໃສ່ການປັບປຸງຫົວໜ່ວຍທຸລະກິດຢູ່ໃນຂະແໜງ ພບ ໃຫ້ມີການຫັນປ່ຽນ, ສາມາດ ຮອງຮັບການເຮັດບົດບາດເປັນເຈົ້າພາທາງ ໃຫ້ແກ່ຫົວໜ່ວຍວິສາຫະກິດໃນພາກເອກະຊົນໄດ້, ເປັນຕົ້ນແມ່ນການແກ້ໄຂສະພາບຄ່ອງທາງດ້ານການເງິນ, ການແກ້ໄຂໜີ້ສິນ, ການປັບປຸງຂອດບໍລິການ, ຫຼຸດຜ່ອນຂັ້ນຕອນໃຫ້ສັ້ນລົງ, ຮັບປະກັນຄວາມວ່ອງໄວ ແລະ ມີຄຸນນະພາບ, ໄດ້ມາດຕະຖານສູງ.
4). ສໍາລັບການພັດທະນາວຽກງານບໍ່ແຮ່ນັ້ນ ແມ່ນໃຫ້ສືບຕໍ່ຊີ້ນໍາ, ຊຸກຍູ້ ແລະ ປະຕິບັດຕາມ ທິດ ເປັນມິດກັບສິ່ງແວດລ້ອມ, ຂະຫຍາຍຕົວແບບໜັກແໜ້ນ, ຕໍ່ເນື່ອງ ແລະ ຍືນຍົງ; ຂຸດຄົ້ນແຮ່ທາດທີ່ມີລາຄາສູງ, ເປັນທີ່ຕ້ອງການຂອງຕະຫຼາດ ຕິດພັນຢ່າງແໜ້ນແຟ້ນກັບການປຸງແຕ່ງ ແລະ ສົ່ງຜະລິດຕະພັນແຮ່ທາດອອກໄປຕ່າງປະເທດ
ແທນການສົ່ງແຮ່ທາດແບບເຂັ້ມຂຸ້ນອອກ. ພ້ອມດຽວກັນນີ້, ກໍຕ້ອງປັບປຸງຂອດການຄົ້ນຄວ້າ, ການອະນຸຍາດໃນການດໍາເນີນທຸລະກິດດ້ານນີ້ໃຫ້ເຄັ່ງຄັດ, ເຂັ້ມງວດ ແລະ ສອດຄ່ອງກັບກົດໝາຍ, ແບ່ງຂັ້ນຄຸ້ມຄອງໃຫ້ຖືກຕ້ອງ, ມີປະສິດທິຜົນ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນການພັດທະນາບໍ່ແຮ່.