ສາວການາດາ ໃຫ້ໝູ່ໂຍນກະແຈມາໃຫ້ ແຕ່ພາດຈົນເຮັດໃຫ້ກະແຈລົດປັກໃສ່ໜ້າໂດຍກົງ

0
107

ສາວການາດາຊື່ Renée Lariviere ອາຍຸ 24 ປີ ໄດ້ປະສົບອຸບັດຕິເຫດ ໂດຍກ່ອນທີ່ລາວຈະໄປຊື້ອາຫານ ລາວໃຫ້ໝູ່ໂຍນກະແຈລົດລົງມາໃຫ້ ແຕ່ວ່າພາດຈົນເຮັດໃຫ້ກະແຈລົດປັກເຂົ້າໜ້າຂອງລາວໂດຍກົງເລີຍ.

ເນື່ອງຈາກກະແຈດ້ານທີ່ເປັນໂລຫະປັກເຂົ້າແກ້ມ ແລະ ພາບເອັກສະເລ ສະແດງໃຫ້ເຫັນວ່າມັນຝັງເຂົ້າໄປໃນໂພງດັງຂອງລາວເລິກ 1,27 ຊັງຕີແມັດ.

Renée ກ່າວວ່າ ບໍ່ຢາກເຊື່ອເລີຍວ່າກະແຈຈະເຈາະເຂົ້າໜ້າຂອງຕົນໄດ້ ເພາະຕອນທຳອິດຕົກໃຈຈົນບໍ່ຮູ້ສຶກເຈັບ ແຕ່ຫຼັງທີ່ແຍງແວ່ນແລ້ວຈຶ່ງເຫັນກະແຈປັກຢູ່ແກ້ມ ເຊິ່ງຕອນທຳອິດ Renée ກໍວ່າຢ້ານວ່າຕາຈະບອດ.

ຫຼັງຈາກໄປໂຮງໝໍແລ້ວ ບັນດາທ່ານໝໍ ແລະ ແພດກໍຕ່າງຕົກໃຈວ່າເກີດຫຍັງຂຶ້ນ ເຊິ່ງໝໍກໍໄດ້ເຮັດການຮັກສາເອົາກະແຈອອກ ພ້ອມກັບຍິບບາດທີ່ຢູ່ເທິງໜ້າ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.