ຕອບແລ້ວ ຄຳຖາມເປັນຫຍັງແຂວງສະຫວັນນະເຂດໄດ້ຮັບເງິນເດືອນຊັກຊ້າ

0
101

ເງິນເດືອນຖືເປັນສິ່ງທີ່ທຸກຄົນມີເງິນຕ້ອງຮັບໃນທຸກໆເດືອນຄອງຄອຍ ເພາະສຳລັບຄົນສ່ວນຫຼວງຫຼາຍແມ່ນອາໄສເງິນເດືອນເປັນຫຼັກ ເນື່ອງຈາກບໍ່ມີລາຍຮັບທາງອື່ນ ດັ່ງນັ້ນຖ້າໄດ້ຊັກຊ້າກໍ່ຈະກາຍເປັນບັນຫາຕໍ່ພ່ວງຕໍ່ການດຳລົງຊີວິດໄດ້ ພ້ອມດຽວກັນນີ້ ທຸກວັນນີ້ເກືອບທຸກໜ່ວຍງານແມ່ນມີສາຍດ່ວນຮັບການຮ້ອງທຸກແລ້ວຈິ່ງເປັນທີ່ມາຂອງການຊີ້ແຈງໃນເລື່ອງນີ້.

ພະນັກງານໃນສາຍສຶກສາໄດ້ສົ່ງສາຍດ່ວນຫາກະຊວງການເງິນ 1519 ວ່າໄດ້ຮັບເງິນເດືອນຫຼ້າຊ້າ ແລະ ພະແນກສຶກສາ ແຂວງສະຫວັນນະເຂດໄດ້ຊີ້ແຈງເຫດຜົນດັ່ງນີ້:
1 ຍ້ອນຕ້ອງລໍຖ້າເອກະສານຮັບຮອງການເລື່ອນຊັ້ນ-ເລື່ອນຂັ້ນເງິນເດືອນຂອງພະນັກງານສຶກສາເຮັດໃຫ້ແຜນຫຼ້າຊ້າ.
2 ກະຊວງສຶກສາໄດ້ປັບປຸງໂປຣແກມ ເພື່ອປັບປຸງອັດຕາຄ່າຄອງຊີບ 150.000 ກີບ


3 ຍັງມີຫຼາຍຂະແໜງການໃນແຂວງທີ່ບໍ່ທັນໄດ້ເງິນເດືອນ ແຕ່ຜູ້ກ່ຽວບໍ່ເຂົ້າໃຈເຖິງສະພາບການ ຂັ້ນຕອນການເຮັດວຽກ ເຮັດໃຫ້ຜູ້ກ່ຽວໂທສາຍດ່ວນຫາພາກສ່ວນກ່ຽວຂ້ອງ
ດັ່ງນັ້ນ ຈິ່ງລາຍງານເຖິງຫົວໜ້າຄັງເງິນແຫ່ງຊາດປະຈຳແຂວງ ສະຫວັນນະເຂດ ເພື່ອຢັ້ງຢືນເຖິງພາກສ່ວນທີ່ກ່ຽວຂ້ອງ ກໍ່ຄືກະຊວງການເງິນ.

ສຳລັບສາຍດ່ວນ 1519 ຂອງກະຊວງການເງິນແມ່ນມີໄວ້ສຳລັບຮັບຄຳຖາມທີ່ຂ້ອງຄາໃຈ, ຮັບຂໍ້ສະເໜີ, ຄຳຄິດເຫັນ, ຄວາມບໍ່ໂປ່ງໃສ, ການສໍ້ລາດບັງຫຼວງ, ສວຍໃຊ້ໜ້າທີ່ ແລະບັນຫາອື່ນໆກ່ຽວກັບຂະແໜງການເງິນ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.