ສຳນັກຂ່າວຕ່າງປະເທດລາຍງານວ່າ: ຄວາມເສຍຫາຍຈາກເຫດການແຜ່ນດິນໄຫວ ຕວັກກີ – ຊີເຣຍ ຫຼ້າສຸດໃນວັນທີ 8 ກຸມພາ 2023 ຍອດຜູ້ເສຍຊີວິດເພີ່ມເປັນ 7.800 ກວ່າຄົນແລ້ວ, ໃນນີ້ມີຜູ້ເສຍຊີວິດຈາກຕວັກກີ 5.894 ຄົນ ແລະ ຊີເຣຍ 1.938 ຄົນ.
ຂະນະທີ່ການຄົ້ນຫາ ແລະ ຊ່ວຍເຫຼືອຜູ້ອາດຈະລອດຊີວິດຈາກຊາກຫັກພັງເປັນໄປດ້ວຍ ຄວາມຍາກລຳບາກ ເນື່ອງຈາກອາຄານນັບພັນຫຼັງຫັກພັງລົງມາ, ຂະນະທີ່ອຸປະກອນທີ່ຈຳເປັນໃນການເຄື່ອນຍ້າຍຊາກຫັກພັງຍັງບໍ່ພຽງພໍກັບຄວາມຕ້ອງການ ລວມທັງເຈົ້າໜ້າທີ່ກູ້ໄພ ເຖິງວ່າຈະລະດົມທຸກສາລະທິດ ແຕ່ກໍຍັງບໍ່ພຽງພໍ ທ່າມກາງຫິມະຕົກລົງມາຢ່າງ
ຕໍ່ເນື່ອງ, ໃນຂະນະດຽວກັນອຸນຫະພູມກໍຫຼຸດລົງ ບາງພື້ນທີ່ທີ່ເປັນທົ່ງພຽງຕິດລົບເຖິງ -7 ອົງສາ ແລະ ພື້ນທີ່ພູສູງຕິດລົບເຖິງ -15 ອົງສາ ສ້າງຄວາມລຳບາກໃຫ້ໜ່ວຍກູ້ໄພເປັນຢ່າງຍິ່ງ. ຍິ່ງໄປກວ່ານັ້ນ, ສະໜາມບິນໃນນະຄອນຫຼວງ ອິສຕັນບູລ ຂອງຕວັກກີ ເກີດປະເຊີນໜ້າກັນລະຫວ່າງເຈົ້າໜ້າທີ່ສະໜາມບິນ ແລະ ຍາດພີ່ນ້ອງ ຕະຫຼອດ
ຮອດໜ່ວຍກູ້ໄພຈາກສາລະທິດ ເມື່ອສະໜາມບິນປະກາດເລື່ອນຖ້ຽວບິນຫຼາຍຖ້ຽວທີ່ລົງໄປພາກໃຕ້ ເນື່ອງຈາກວ່າບໍ່ສາມາດຂຶ້ນບິນ ຫຼື ລົງຈອດໄດ້ ເພາະຣັນເວສະໜາມບິນປົກຄຸມໄປດ້ວຍນ້ຳກ້ອນ ແລະ ຫິມະທີ່ຕົກລົງມາຢ່າງຕໍ່ເນື່ອງ.
ໃນຂະນະທີ່ ທ່ານ ເຣເຊັບ ເທຢິບ ເອີໂດກັນ ( Recep Tayyip Erdogan ) ປະທານາທິບໍດີ ຕວັກກີ ປະກາດສະຖານະການສຸກເສີນ ເປັນເວລາ 3 ເດືອນ ກວມເອົາ 10 ແຂວງໃນພາກໃຕ້ ຂອງປະເທດທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ ຈາກແຜ່ນດິນໄຫວຮ້າຍແຮງຄັ້ງນີ້ ເພື່ອເລັ່ງການຊ່ວຍເຫຼືອຈາກສູນກາງ ແລະ ທຸກພາກສ່ວນ ໃຫ້
ເຂົ້າເຖິງປະຊາຊົນໃນພື້ນທີ່ ປະສົບໄພພິບັດໃຫ້ໄວທີ່ສຸດ ເນື່ອງຈາກອາຄານ – ບ້ານເຮືອນປະຊາຊົນໄດ້ຮັບຄວາມເສຍຫາຍ ເກືອບ 6.000 ແຫ່ງ ທາງການຕວັກກີ ປະກາດໄວ້ອາໄລເປັນເວລາ 7 ວັນ ແລະ ຍັງມີ 45 ປະເທດ ສະເໜີໃຫ້ການຊ່ວຍເຫຼືອ ຕວັກກີ ຢ່າງຮີບດ່ວນ ໃນດ້ານການກູ້ໄພ ແລະ ຄົ້ນຫາ ຜູ້ສູນຫາຍຈາກເຫດການແຜ່ນດິນໄຫວຮຸນແຮງໃນຄັ້ງນີ້.