ວ້າວ! ມົງກຸດທີ 6 ສໍາລັບປີ 2023 ນີ້ ຈະເປັນຂອງໃຜ ມາລຸ້ນ ແລະ ຕິດຕາມໄປພ້ອມກັນ ວ່າຄົນຕໍ່ໄປຈະໄດ້ຄອບຄອງມົງກຸດອັນຊົງຄຸນຄ່າຈາກເວທີນາງສາວນະຄອນຫຼວງ ວຽງຈັນປີນີ້ຈະແມ່ນໃຜ ຫຼັງຈາກທາງກອງບໍ່ໄດ້ຈັດປະກວດມາແລ້ວ ເຖິງ 3 ປີ ແລະ ຜູ້ທີ່ໄດ້ຄອບຄອງມົງກຸດຄົນຫຼ້າສຸດ ໃນປີ 2019 ຜ່ານມາ ກໍຄື ປຸ້ຍ ເກດມະນີ ວົງປະເສີດ Miss Vientiane 2019 ນັ້ນເອງ.
ພາຍຫຼັງທີ່ນ້ອງໄດ້ຮັບຕໍາແໜ່ງມາແລ້ວ ກໍມີຜົນງານມາໃຫ້ຕິດຕາມໄດ້ຢ່າງຫຼວງຫຼາຍບໍ່ວ່າຈະເປັນຜົນງານການສະແດງຮູບເງົາ, ເດີນແບບ, ຖ່າຍແບບ ແລະ ຖ່າຍໂຄສະນາສິນຄ້າຕ່າງໆ ແລະ ທີ່ສໍາຄັນ ສໍາລັບການປະກວດນາງສາວນະຄອນຫຼວງໃນປີທີ່ນ້ອງໄດ້ຮັບຕໍາແໜ່ງກໍແມ່ນເຮັດຜົນງານໄດ້ດີສົມຄວນ ເຊິ່ງໃນຕອນນັ້ນ, ນ້ອງໄດ້ຮັບຕໍາແໜ່ງແລະ ລາງວັນຢ່າງຫຼາກຫຼາຍບໍ່ວ່າຈະເປັນຕໍາແໜ່ງນາງສາວນະຄອນຫຼວງ ປະຈໍາປີ 2019 ( ນາງ ທຸງສະເທວີ 2019 ). ພ້ອມນີ້, ຍັງຄວ້າລາງວັນນາງສາວສະເໜ່ຍິງລາວ ແລະ ລາງວັນນາງສາວ ຜິວງາມໜ້າໃສໄປຄອງອີກດ້ວຍ.
ສ່ວນໃນປີນີ້ໂອກາດດີໆສໍາລັບສາວໆຜູ້ທີ່ມີຄວາມຝັນ ແລະ ມັກຮັກໃນວົງການນາງງາມມາເຖິງແລ້ວ ໂດຍສາວໆທີ່ກໍາລັງຢາກຈະຕາມຫາຄວາມຝັນຂອງຕົນເອງ ແລະ ມີເປົ້າໝາຍຢາກຈະຄອບຄອງມົງກຸດອັນຊົງຄຸນຄ່າ ຕ້ອງຟ້າວຄວ້າໂອກາດນີ້ ກ້າເຮັດ, ກ້າລອງ ແລະ ກ້າທີ່ຈະກ້າວຜ່ານຄວາມຢ້ານຂອງຕົນເອງ ສະໝັກປະກວດເລີຍ ໂດຍຕອນນີ້ ໂຄງການປະກວດນາງສາວນະຄອນຫຼວງວຽງຈັນ 2023 ເປີດໂອກາດໃຫ້ທຸກຄົນໄດ້ຮ່ວມສະໝັກເປັນຄອບຄົວດຽວກັນແລ້ວ ຕັ້ງແຕ່ມື້ນີ້ໄປຈົນເຖິງວັນທີ 28 ກຸມພາ 2023 ນີ້.
ສໍາລັບສາວງາມທ່ານໃດທີ່ຄິດວ່າຕົນເອງມີຄວາມພ້ອມ ແລະ ຢາກຈະສະແດງຄວາມສາມາດ ພ້ອມກ້າວເຂົ້າສູ່ວົງການນາງງາມ ແລະ ວົງການບັນເທີງ ສາມາດດາວໂຫຼດແບບຟອມສະໝັກໄດ້ແລ້ວທີ່: https://tinyurl.com/29735l27 ຫຼື ສາມາດຕິດຕໍ່ສອບຖາມເພີ່ມຕື່ມໄດ້ທີ່ເບີ: 020 2999 5981 ແລະ ອິນບ໋ອກເພຈຂອງ Miss Vientiane ນາງສາວນະຄອນຫຼວງວຽງຈັນ.
ການເປີດຮັບສະໝັກນາງສາວນະຄອນຫຼວງວຽງຈັນ ປະຈໍາປີ 2023 ນີ້ ຂໍເຊີນບັນດານາງສາວໃນນະຄອນຫຼວງ ວຽງຈັນ ຜູ້ທີ່ມີອາຍຸລະຫວ່າງ 18 – 26 ປີ ມີສ່ວນສູງ 165 ຊັງຕີແມັດຂຶ້ນໄປ ເຂົ້າຮ່ວມສະໝັກການປະກວດ ນາງສາວນະຄອນຫຼວງວຽງຈັນ ແນ່ນອນວ່າສໍາລັບຜູ້ທີ່ມີ ຄວາມພ້ອມທີ່ສຸດ ແລະ ສາມາດເອົາຊະນະໃຈຄະນະກໍາມະການໄດ້ ແມ່ນຈະໄດ້ຄອບຄອງມົງກຸດອັນຊົງຄຸນຄ່າ ແລະ ຫຼາກຫຼາຍລາງວັນຢ່າງແນ່ນອນ.
ຝາກຕື່ມສໍາລັບແຟນໆເວທີນາງງາມ ແລະ ແຟນໆຂອງຂ່າວບັນເທີງ ສາມາດເຂົ້າໄປຕິດຕາມການເຄື່ອນໄຫວ ແລະ ລາຍລະອຽດຂອງການປະກວດນາງສາວນະຄອນຫຼວງວຽງຈັນ ປະຈໍາປີ 2023 ນີ້ໄດ້ ຜ່ານທາງເພຈ໌ຂອງກອງປະກວດ Miss Vientiane ນາງສາວນະຄອນຫຼວງວຽງຈັນນັ້ນເອງ.