ວັນທີ 6 ກຸມພາ 2023 ຄະນະສະເພາະກິດຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຕາມແຄມທາງສາຍຫຼັກ ຢູ່ຂອບເຂດສະເພາະຂອງເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ລົງຈັດຕັ້ງກວດກາປະຕິບັດໃຫ້ຄຳແນະນຳ, ຕັກເຕືອນຕໍ່ບັນດາຜູ້ປະກອບການທຸລະກິດທີ່ໄດ້ມີການປຸກສ້າງອາຄານຮ້ານຄ້າ ແລະ ຕິດຕັ້ງປ້າຍໂຄສະນາທີ່ຢູ່ໃກ້ກັບແຄມທາງ
ດ້ານໜ້າຕະຫຼາດຫຼັກ 8 ບ້ານຫາດຊາຍຂາວ ເມືອງຫາດຊາຟອງ ໂດຍເປັນຂອງບຸກຄົນທີ່ບໍ່ໄດ້ຮັບການອະນຸຍາດຈາກພາກສ່ວນໜ່ວຍງານທີ່ກ່ຽວຂ້ອງລັດ ເພື່ອໃຫ້ຜູ້ກ່ຽວໄດ້ທຳການຮື້ຖອນປ້າຍໂຄສະນາອອກໂດຍໄວ.
ສຳລັບການລົງຈັດຕັ້ງ ແລະ ປະຕິບັດວຽກງານຂອງຄະນະກຳມະການຄັ້ງນີ້ ແມ່ນໄດ້ພ້ອມກັນອີງໃສ່ຄຳສັ່ງ ແລະ ຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ແນໃສ່ເພື່ອໃຫ້ປະຕິບັດກົດໝາຍວ່າດ້ວຍຜັງເມືອງ, ກົດໝາຍວ່າດ້ວຍທາງຫຼວງແຫ່ງຊາດ, ກົດໝາຍວ່າ
ດ້ວຍ ການຄ້າ, ກົດໝາຍວ່າດ້ວຍວັດທະນະທຳ ແລະ ທ່ອງທ່ຽວ ທັງເປັນການຍົກສູງບົດບາດຂອງນະຄອນຫຼວງວຽງຈັນ ໃຫ້ສົມເປັນເມືອງຫຼວງຂອງປະເທດ ແລະ ຂໍ້ຕົກງລົງຂອງເຈົ້າເມືອງຫາດຊາຍຟອງ ວ່າດ້ວຍກາແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບ ຕາມຄຳຊີ້ນຳຂອງ ຂັ້ນເທີງ ແລະ ໄດ້ສືບຕໍ່ປະຕິບັດວຽກງານການຈັດສັນຄືນໃໝ່ໂດຍຫຼັກກໍ່
ແມ່ນສິ່ງທີ່ຜິດຕໍ່ລະບຽບການ, ນິຕິກຳ, ກົດໝາຍ ແລະ ແຜນຜັງຂອງເມືອງທີ່ໄດ້ວາງອອກ. ດັ່ງນັ້ນ, ຈຶ່ງຖືໄດ້ວ່າ ອາຄານຮ້ານຄ້າ ແລະ ປ້າຍໂຄສະນາດັ່ງກ່າວທີ່ຖືກຕິດຕັ້ງນັ້ນແມ່ນຜິດຕໍ່ລະບຽບ ແລະ ໄດ້ແຈ້ງບອກເຖິງຜູ້ປະກອບການທີ່ເປັນເຈົ້າຂອງໃຫ້ມີການຮ່ວມມື ແລະ ຮື້ຖອນອອກໂດຍທັນທີ ຕາມທີ່ຄະນະກຳມະການໄດ້ລະບຸໄວ້ ສຳລັບ
ອາຄານຮ້ານຄ້າ ແລະ ປ້າຍໂຄສະນາທີ່ໄດ້ຕິດຕັ້ງນັ້ນແມ່ນຢູ່ໃນສະຖານທີ່ທີ່ເປັນສະຫງວນຂອງເສັ້ນທາງ ຫຼື ຕັ້ງຢູ່ໃນບ່າທາງ ເຊິ່ງຜິດຕໍ່ລະບຽບການ ແລະ ຜິດຕໍ່ກົດໝາຍວ່າດ້ວຍທາງຫຼວງ ແຫ່ງຊາດ.
ທັງນີ້, ຕົວຈິງແລ້ວການກຳນົດຂອບເຂດສະຫງວນຂອງທາງຫຼວງ ແມ່ນໄດ້ກຳນົດເອົາ 5 ແມັດເຊິ່ງ ແທກຈາກແຄມທາງອອກໄປ. ທັງນີ້, ກໍເພື່ອພ້ອມກັນປະຕິບັດຕາມລະບຽບການຂອງແຕ່ລະຂະແໜງການໃຫ້ສອດຄ່ອງກັບກົດໝາຍ ແລະ ນະໂຍບາຍສ້າງເມືອງໜ້າຢູ່ ມີຄວາມເປັນເອກະພາບ ຮັບປະກັນຄວາມສະຫງົບ, ສາມັກຄີ, ມູນເຊື້ອສີວິໄລ, ມີຄວາມສະດວກ ແລະ ປອດໄພ.