ກໍ່ເຫດລັກຢາງພາລາ ບໍ່ສຳເລັດ ຍ້ອນປ້ອງກັນສະກັດໄດ້ ຈຶ່ງວາງແຜນຄ າ ດ ຕ ະ ກຳ

0
58

ຕາມການລາຍງານຂອງເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ: ເວລາ 2:15 ນາທີ ຂອງວັນທີ 21 ທັນວາ 2022 ຜ່ານມາ ໄດ້ຮັບການລາຍງານຈາກ ປກສ ເມືອງບາຈຽງຈະເລີນສຸກວ່າ ມີເຫດການຄາຕະກຳເກີດຂຶ້ນຢູ່ບ້ານໜອງບົກນ້ອຍ, ຈຶ່ງໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງລົງເກັບກຳຂໍ້ມູນ,

ຊັນນະສູດສະຖານທີ່ເກີດເຫດ ແລະ ຊາກສົບຈຶ່ງຮູ້ວ່າ: ຜູ້ເສຍຊີວິດຊື່ທ້າວ ຫງຽນແທງເຈົາ 46 ປີ ກຳມະກອນ ສັນຊາດຫວຽດນາມ ຖືກແທງດ້ວຍຂອງມີຄົມຕາມຕົນຕົວ 7 ຈຸດ ເສຍຊີວິດຄາທີ່ ເຊິ່ງເປົ້າໝາຍກໍ່ເຫດໃນເບື້ອງຕົ້ນເຈົ້າໜ້າທີ່ສາມາດກັກຕົວມາໄດ້ 1 ຄົນ ໃນວັນທີ 22 ທັນວາ 2022 ຄືທ້າວ ແອັດ 25 ປີ ກຳມະກອນ ບ້ານໜອງບົກນ້ອຍ.

ຜ່ານການສອບສວນຂອງເຈົ້າໜ້າທີ່ຜູ້ກ່ຽວຍອມຮັບສາລະພາບວ່າ: ຕົນ ໄດ້ລົງມືຄາຕະກຳທ້າວ ຫງຽນແທງເຈົາ ແທ້ ໂດຍຮ່ວມກັບໝູ່ອີກ 1 ຄົນຊື່ທ້າວ ສະດາ ຫລື ກ່ຳ ອາຍຸ 43 ປີ ກຳມະກອນຄົນບ້ານດຽວກັນ, ໃນຊ່ວງກາງເດືອນກັນຍາ 2022 ຕົນໄດ້ຂີ່ລົດຈັກໄປລັກເອົາຢາງຢູ່ສວນຢາງພາລານິຄົມ 4 ທີ່ກຳມະກອນກີດໄວ້ໃນຖ້ວຍແຕ່ລະ

ຕົ້ນ ເຊິ່ງໄດ້ປະມານ 5 ກິໂລກຣາມ, ຫລັງລັກແລ້ວຈຶ່ງຂີ່ລົດອອກໄປປະມານ 1 ກິໂລແມັດ ໄດ້ມີທ້າວຫງຽນແທງເຈົາ (ຜູ້ເສຍຊີວິດ) ເຊິ່ງເປັນປ້ອງກັນຂອງບໍລິສັດຢາງດັ່ງກ່າວຖືໄມ້ຍາວ 1 ແມັດຢືນລັດທາງຢູ່ ແລະ ຕົນກໍໄດ້ຈອດລົດ ແລ້ວທ້າວຫງຽນແທງເຈົາ ໄດ້ຖາມວ່າ: ເອົາຢາງມາແຕ່ໃສ ຕົນຕອບກັບວ່າ: ຂ້ອຍເກັບເອົາຢູ່ສວນເຂົາຖິ້ມໄວ້, ຈາກນັ້ນ ທ້າວຫງຽນແທງເຈົາ ໄດ້ໃຊ້ໄມ້ຕີແຂນ 1 ບາດ ແລະ ຕົນຕໍ່ສູ້ຄືນ ແຕ່ສູ້ບໍ່ໄຫວຈຶ່ງຖິ້ມລົດຈັກແລ່ນຫລົບໜີມາບ້ານ.

ຮອດວັນທີ 20 ທັນວາ 2022 ຜູ້ກໍ່ເຫດໄດ້ແນມເຫັນ ທ້າວຫງຽນແທງເຈົາ  ນັ່ງຄາບລົດຈັກຢູ່, ຈຶ່ງຊວນໝູ່ຈັບເອົາກ້ອນຫີນຄົນລະກ້ອນແກວ່ງໃສ່ແຕ່ບໍ່ຖືກ ແລ້ວ ທ້າວຫງຽນແທງເຈົາ ຈັບໄມ້ຍາວປະມານ 8 ຊັງຕີແມັດ ແລ່ນໄລ່ແລ້ວແກ່ວງໄມ້ໃສ່ຄືນໂດຍຖືກສົ້ນນ່ອງຂອງທ້າວແອັດ. ຈາກນັ້ນທ້າວແອັດຈຶ່ງໄດ້ແລ່ນເຂົ້າກ້ອງເຮືອນຂອງ

ປະຊາຊົນ ທັນໃດນັ້ນກໍຫລຽວເຫັນມີດດ້າມດຳຍາວປະມານ 20 ຊັງຕີແມັດ ຈຶ່ງຈັບມີດຍ່າງອອກມາ, ຂະນະດຽວກັນເຫັນທ້າວສະດາຍ່າງເຂົ້າມາກັບຄູ່ກໍລະນີ ຈາກນັ້ນ, ຈຶ່ງ

ໃຫ້ຄູ່ຮ່ວມກໍ່ເຫດຢືນຢູ່ທາງຫລັງແລ້ວເອົາມືທັງສອງເບື້ອງບີບຄໍແລ້ວຮ້ອງບອກທ້າວແອັດເຂົ້າມາຊ່ວຍພ້ອມທັງໃຊ້ກໍາປັ້ນເບື້ອງຊ້າຍຊັດໜ້າທ້າວຫງຽນແທງເຈົາ 2 ບາດ ແລະ ເອົາມີດແທງໃສ່ບໍລິເວນຕົນຕົວ 6 ບາດ ເຮັດໃຫ້ເສຍຊີວິດຄາທີ່ ແລ້ວພາກັນຫລົບໜີໄປ.

ຕໍ່ມາວັນທີ 22 ທັນວາ 2022 ເຈົ້າໜ້າທີ່ສາມາດກັກຕົວທ້າວ ແອັດຢູ່ເຂດເມືອງປາກຊ່ອງ ແຂວງຈຳປາສັກ ມາດຳເນີນຄະດີ ແລະ ທ້າວສະດາ ຫລື ກ່ຳ ແມ່ນໄດ້ເຂົ້າມາມອບຕົວຕໍ່ເຈົ້າໜ້າທີ່ໃນຄັ້ງວັນທີ 1 ມັງກອນ 2023, ນອກນັ້ນ ທ້າວແອັດຍັງສາລະພາບຕື່ມອີກວ່າ: ຕົນເອງໄດ້ເຄື່ອນໄຫວເສບຢາເສບຕິດມາແຕ່ປີ 2021 ຈົນເຖິງປັດຈຸບັນ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.