ຄົນເກີດວັນອາທິດ:ການງານການເຮັດທຸລະກິດໃນຊ່ວງນີ້ອາດມີບັນຫາ ຈົ່ງຕັ້ງສະຕິໃນການຮັບມື ການເງິນຈະໄດ້ເງິນກ້ອນໃຫຍ່ຈາກການຊິງໂຊກ ຄວາມຮັກເກີດຄວາມສຸກດ້ານຄວາມຮັກ ເພາະໄລຍະນີ້ເປັນໄລຍະທີ່ທ່ານ ແລະ ຄົນຮັກມີເວລາໃຫ້ກັນຫຼາຍ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີຟ້າ ເລກນຳໂຊກ4
ຄົນເກີດວັນຈັນ:ການງານສ້າງຜົນງານໄດ້ດີໃຫ້ກັບການງານ ແຕ່ຕ້ອງລະວັງອາດເກີດການຜິດພາດ ການເງິນໄດ້ເງິນກ້ອນໃຫຍ່ ແຕ່ລາຍຈ່າຍກໍຫຼາຍເຊັ່ນດຽວກັນ ຄວາມຮັກລະວັງເກີດບັນຫາກັບຄົນຮັກ ອາດມີການເລີກລາກັນ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີດໍາ ເລກນຳໂຊກ9
ຄົນເກີດວັນອັງຄານ:ການງານພົບບັນຫາຄວາມຜິດພາດໃນດ້ານການງານຕ້ອງລະວັງໃຫ້ດີ ການເງິນ ໄດ້ເງິນເຂົ້າມາຫລາຍຂຶ້ນແຕ່ອາດຈະເກັບເງິນບໍ່ຢູ່ ຄວາມຮັກມີຄວາມສຸກໃນຊີວິດຮັກເພາະຄົນຮັກເອົາໃສ່ໃຈດີ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີເຫຼືອງ ເລກນຳໂຊກ4
ຄົນເກີດວັນພຸດ:ການງານທຸລະກິດຈະການຄ້າເສື້ອຜ້າຈະໄດ້ຍອດຂາຍກຳໄລດີ ການເງິນ ການເງິນຂ້ອນຂ້າງຄົງທີ່ໄລຍະນີ້ເກັບເງິນເກັ່ງຫຼາຍ ຄວາມຮັກຢູ່ໃນສະຖານະການທີ່ດີໃນເລື່ອງຂອງຄົນຮັກ ເຄື່ອງມຸງຄຸນເພັດສີແດງ ສີມຸງຄຸນສີສົ້ມ ເລກນຳໂຊກ5
ຄົນເກີດວັນພະຫັດ:ການງານຕິດຕໍ່ທຸລະກິດປະສົບຜົນສຳເລັດໃນດ້ານການງານ ການເງິນມີລາຍໄດ້ຫລາຍເປັນພິເສດ ແຕ່ກໍມີລາຍຮັບຫຼາຍເຊັ່ນກັນ ຄວາມຮັກຄວາມສຳພັນຄວາມຮັກບໍ່ສົມຫວັງເພາະທ່ານກັບຄົນຮັກບໍ່ມີເວລາໃຫ້ກັນ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີຟ້າ ເລກນຳໂຊກ9
ຄົນເກີດວັນສຸກ:ການງານການຄ້າອາຫານເພື່ອບຳລຸງສຸຂະພາບໄດ້ຜົນກຳໄລດີ ການເງິນ ພົບລາຍຈ່າຍທີ່ບໍ່ຄາດຝັນເຂົ້າມາ ຄວາມຮັກໄດ້ພົບຮັກກັບຄົົນທີ່ເກັ່ງ ມີສະເໜ່ ມີຊື່ສຽງ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີຂາວ ເລກນຳໂຊກ3
ຄົນເກີດວັນເສົາ:ການງານມີໂອກາດໄດ້ເລື່ອນຂັ້ນເລື່ອນຕຳແໜ່ງໃນໄວໆນີ້ ການເງິນຈະໄດ້ຊັບສິນເຂົ້າມາໃຫ້ໃຊ້ຈ່າຍເພີ່ມຂື້ນ ຄວາມຮັກທ່ານຄ່ອນຂ້າງເອົາໃຈຄົນຮັກຫຼາຍໃນໄລຍະນີ້ ເຄື່ອງມຸງຄຸນຫິນນໍາໂຊກສີບົວ ສີມຸງຄຸນສີເຫຼືອງ ເລກນຳໂຊກ7