ເດັກນ້ອຍເກີດໃໝ່ກ້ອງຊາກແຜ່ນດິນໄຫວຢູ່ຕວກກີ ພໍ່ແມ່ເສຍຊີວິດ ຫລາຍຄົນຢາກຮັບເປັນລູກບຸນທໍາ

0
118

ຄົນຈໍານວນຫລາຍສະແດງເຈດຈໍານົງຈະຮັບນາງ Aya ເດັກເກີດໃໝ່ທີ່ເກີດຢູ່ກ້ອງຊາກຫັກພັງຈາກເຫດແຜ່ນດິນໄຫວຄັ້ງໃຫຍ່ໃກ້ພື້ນທີ່ຊາຍແດນຕວກກີ-ຊີເຣຍ ໃນວັນທີ 6 ກຸມພາຜ່ານມາ ເປັນລູກບຸນທໍາ ຫລັງຈາກພໍ່ແມ່ລວມທັງອ້າຍນ້ອງອີກ 4 ຄົນຂອງເດັກເສຍຊີວິດທັງໝົດຈາກເຫດແຜ່ນດິນໄຫວດັ່ງກ່າວ.

ນາງ Aya ໄດ້ຮັບການຊ່ວຍເຫລືອຂະນະຢູ່ກ້ອງຊາກອາຄານທີ່ພັກອາໄສຫລັງໜຶ່ງໃນເມືອງຈິນດາຢຣິສ ທາງພາກຕາເວັນຕົກສຽງເໜືອຂອງຊີເຣຍ ຂະນະທີ່ເດັກຍັງມີສາຍສະບືເຊື່ອມກັບແມ່ຂອງລາວ ໂດຍເດັກໄດ້ຮັບການຕັ້ງຊື່ວ່າ: Aya ເຊິ່ງແປວ່າ: ປະຕິຫານ ໃນພາສາອິນດູ-ອາຣບິກ.

ປັດຈຸບັນ Aya ຢູ່ໃນການເບິ່ງແຍງຂອງແພດໃນໂຮງໝໍແຫ່ງໜຶ່ງໃນເມືອງເອຟຣິນ ຂອງຊີເຣຍ ໂດຍນາງ ຮານີ ມາຣູບ ແພດພະແນກປະສູດຢູ່ໂຮງໝໍດັ່ງກ່າວ ເຜີຍວ່າ:

Aya ມາຮອດໂຮງໝໍດ້ວຍອາການບໍ່ຄ່ອຍດີ, ເດັກມີຮອຍຊໍ້າ ແລະ ບາດແຜຕາມຕົນໂຕ ອີກທັງຍັງເປັນໄຂ້, ໜາວສັ່ນ ແລະ ອາການຫາຍໃຈເກືອບບໍ່ອອກ ເບື້ອງຕົ້ນອາການຂອງເດັກນ້ອຍຢູ່ໃນສະພາບປົກກະຕິແລ້ວ.

ໂດຍທາງໂຮງໝໍຈະຍັງບໍ່ດໍາເນີນເລື່ອງຮັບລູກບຸນທໍາ ຈົນກວ່າຄອບຄົວ ຫລື ຍາດພີ່ນ້ອງຂອງ Aya ທີ່ຍັງມີຊີວິດຢູ່ຈະເດີນທາງມາເຖິງ ພ້ອມປຶກສາຫາລືເຖິງແນວທາງການເບິ່ງແຍງເດັກໃນອະນາຄົດຕໍ່ໄປ.

ທັງນີ້, ເນື້ອທີ່ຂອງເມືອງຈິນດາຢຣິສໄດ້ຮັບຄວາມເສຍຫາຍຈາກເຫດແຜ່ນດິນໄຫວເກືອບ 90%, ຄົນຈໍານວນຫລາຍໃນຊີເຣຍຕ່າງຕ້ອງການການຊ່ວຍເຫລືອດ້ານມະນຸດສະທໍາຢ່າງຮີບດ່ວນ. ຂະນະທີ່ຈໍານວນຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວຄັ້ງໃຫຍ່ນີ້ ສະເພາະຢູ່ຊີເຣຍສູງເກືອບ 4.000 ຄົນແລ້ວ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.