ທີ່ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023 ຂອງສານປະຊາຊົນ ພາຍໃຕ້ຫົວຂໍ້: ຍົກສູງປະສິດທິພາບການດຳເນີນຄະດີຢູ່ສານປະຊາຊົນໃນເງື່ອນໄຂ
ໃໝ່ມີຄວາມໂປ່ງໃສ, ສິ້ນສຸດຕາມກົດໝາຍ ແລະ ຮັບປະກັນຄວາມຍຸຕິທຳຕາມຄຳຂວັນ 3 ປ: ໂປ່ງໃສ, ເປັນເອກະລາດ, ເປັນທຳ ທີ່ໄດ້ຈັດຂຶ້ນໃນ ລະຫວ່າງໃນວັນທີ 9 – 10 ກຸມພາ 2023 ທີ່ຜ່ານມານີ້ ທີ່ ຫໍປະຊຸມແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ຊຶ່ງທ່ານ ປະທານປະເທດ ຍັງໄດ້ເນັ້ນໃຫ້ ສານປະຊາຊົນເອົາໃຈໃສ່ຕື່ມ 8 ບັນຫາສຳຄັນ.
8 ບັນຫາສຳຄັນປະກອບມີໃຫ້ຍົກສູງບົດບາດການນໍາພາຂອງພັກ ຢູ່ ສານປະຊາຊົນແຕ່ລະຂັ້ນ ເພື່ອເຮັດໃຫ້ການບໍລິຫານສານ, ບໍລິຫານຄະດີຢູ່ສານປະຊາຊົນມີຄຸນນະພາບ ແລະ ປະສິດທິພາບສູງ ໃນເງື່ອນໄຂໃໝ່. ເນື່ອງຈາກວ່າ ມາດຕາ 90 ຂອງລັດຖະທໍາມະນູນກໍານົດວ່າ: “ສານປະຊາຊົນ ເປັນອົງການຕຸລາການ ຊຶ່ງເຮັດໜ້າທີ່ໃນການ
ຕັດສິນ, ພິພາກສາຄະດີ ຢູ່ ສປປ ລາວ, ມີແຕ່ສານເທົ່ານັ້ນ ທີ່ມີສິດອໍານາດໃນການພິຈາລະນາຕັດສິນຄະດີ” ຊຶ່ງການຕັດສິນຄະດີຂອງສານ ແມ່ນໃນນາມ ລັດ ສປປ ລາວ. ສະນັ້ນ, ຄະນະພັກສານປະຊາຊົນແຕ່ລະຂັ້ນ ຕ້ອງເອົາໃຈໃສ່ນໍາພາການຕັດສິນ, ພິພາກສາຄະດີ ຢ່າງໃກ້ຊິດຕາມຫຼັກການນໍາພາຂອງພັກ, ຮັບປະກັນໃຫ້ເປັນໝູ່ຄະນະ,
ພາວະວິໄສ, ໂປ່ງໃສ, ຖືກຕ້ອງຕາມຂໍ້ມູນຫຼັກຖານ ແລະ ກົດໝາຍກໍານົດໄວ້ ຈຶ່ງຈະເຮັດໃຫ້ຄູ່ຄວາມຍອມຮັບຕໍ່ການຕັດສິນ, ພິພາກສາຂອງສານ, ຍອມຮັບ ແລະ ເຊື່ອຖືຕໍ່ສະຖາບັນຕຸລາການ ແລະ ບັນຫາສໍາຄັນຕ້ອງເອົາໃຈໃສ່ຄືການກໍ່ສ້າງ ແລະ ປັບປຸງໜ່ວຍພັກ, ຄະນະໜ່ວຍພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນທາງດ້ານການ
ເມືອງແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນຳພາ; ຖືວຽກງານການເມືອງແນວຄິດເປັນກົກ ເຮັດໃຫ້ພະນັກງານມີນ້ຳໃຈບໍລິສຸດສັດຊື່, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ຊາດ ແລະ ປະຊາຊົນ, ແກ້ໄຂສະພາບແນວຄິດຄອນແຄນ, ເຊື່ອມຖອຍທັງດ້ານຄຸນທາດການເມືອງ, ຈັນຍາບັນ, ຈັນຍາທໍາ, ການຂາດ
ຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ຂອງພະນັກງານສານ, ຈະຕ້ອງເພີ່ມທະວີການສຶກສາອົບຮົມດ້ວຍຫຼາຍຮູບການ-ຫຼາຍວິທີ, ທາງກວ້າງ-ທາງເລິກ, ເຮັດສະເພາະກຸ່ມເປົ້າໝາຍ ແລະ ຕິດພັນກັບຂະບວນການປະຕິບັດໜ້າທີ່ວຽກງານຕົວຈິງ, ມີການວາງມາດຕະການລະອຽດເຂັ້ມງວດ ແລະ ສືບຕໍ່ເອົາໃຈໃສ່ຕິດຕາມ ແລະ ປະເມີນຜົນເປັນປົກກະຕິເພື່ອຮັບປະກັນໃຫ້ການເຮັດວຽກໄປຕາມລະບຽບຫຼັກການ ແລະ ກົດໝາຍກໍານົດໄວ້.
ອົງຄະນະພັກ, ຄະນະປະທານສານປະຊາຊົນສູງສຸດ ແລະ ສານສານປະຊາຊົນທ້ອງຖິ່ນ ຕ້ອງເພີ່ມທະວີການນໍາພາ-ຊີ້ນໍາຮອບດ້ານ ເພື່ອໃຫ້ການເຄື່ອນໄຫວວຽກງານ ຂອງສານປະຊາຊົນ ມີບາດກ້າວບຸກທະລຸໃໝ່ ທີ່ມີຄຸນນະພາບສູງ, ເປັນທີ່ເຊື່ອຖືຂອງສັງຄົມ, ກໍານົດແຈ້ງພາລະບົດບາດ, ສິດ ແລະ ໜ້າທີ່ຂອງສານປະຊາຊົນແຕ່ລະຂັ້ນຢ່າງເໝາະສົມ
ແລະ ແທດເໝາະກັບສະພາບຄວາມເປັນຈິງ ເພື່ອຮັບປະກັນໃຫ້ການບໍລິການຮັບໃຊ້ປະຊາຊົນຢ່າງທົ່ວເຖິງ, ການຕັດສິນ, ພິພາກສາຄະດີ ມີຄວາມເຂັ້ມງວດ, ສັກສິດ ໂດຍໃຫ້ສຸມໃສ່ ສານປະຊາຊົນສູງສຸດ ຕ້ອງໄດ້ເອົາໃຈໃສ່ດ້ານການຄຸ້ມຄອງມະຫາພາກເປັນຕົ້ນຕໍ ໂດຍສະເພາະການອອກນິຕິກໍາ, ປະເພນີສານ ເພື່ອເປັນເຄື່ອງມືປະຕິບັດຢູ່ສານ
ແຕ່ລະຂັ້ນ, ຄຸ້ມຄອງ, ກວດກາການບໍລິຫານສານ, ການກວດກາທາງດ້ານວິຊາສະເພາະ ວິຊາການ ແລະ ນໍາພາການເຄື່ອນໄຫວ, ການປະຕິບັດໜ້າທີ່ຂອງສານປະຊາຊົນທ້ອງຖິ່ນ ລວມທັງສານທະຫານໃນດ້ານວິຊາການ, ເພື່ອຍົກສູງບົດບາດຂອງສານແຕ່ລະຂັ້ນໃນການເຄື່ອນໄຫວປະຕິບັດໜ້າທີ່ ກໍຄືການຕັດສິນ, ພິພາກສາຄະດີ ໃຫ້ມີຄວາມ
ຖືກຕ້ອງເປັນທໍາ, ເຮັດໃຫ້ສັງຄົມມີຄວາມເຄົາລົບ, ເຊື່ອຖື, ເຊື້ອໝັ້ນ ຕໍ່ການດໍາເນີນຄະດີຂອງສານ. ພ້ອມກັນນັ້ນ ສານປະຊາຊົນສູງສຸດ ຕ້ອງໄດ້ຄົ້ນຄວ້າກົນໄກການຮື້ຟື້ນຄະດີ, ຄຳສັ່ງ, ຄຳຊີ້ຂາດ, ຄຳຕັດສິນ ແລະ ຄໍາພິພາກສາຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ, ຊັດເຈນ; ສານປະຊາຊົນແຂວງ, ນະຄອນຫຼວງ ແລະ ສານປະຊາຊົນພາກ ຊຶ່ງ
ເປັນສານຂັ້ນອຸທອນ ຕ້ອງເຮັດບົດບາດໃນການກວດກາ, ກັ່ນຕອງການດໍາເນີນຄະດີທີ່ສານຂັ້ນຕົ້ນ ໄດ້ຕັດສິນແລ້ວນັ້ນ ໃຫ້ມີຄວາມຖືກຕ້ອງ ແລະ ສືບຕໍ່ເອົາໃຈໃສ່ຊຸກຍູ້, ຕິດຕາມກວດກາການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງສານປະຊາຊົນຂັ້ນຕົ້ນ ໃຫ້ເຄື່ອນໄຫວຢ່າງມີປະສິດທິພາບ; ສຳລັບສານປະຊາຊົນເຂດ ຕ້ອງໄດ້ສ້າງຄວາມເຂັ້ມແຂງ
ໃຫ້ໄດ້ 3 ບໍ: “ບໍລິການດີ, ບໍລິຫານເກັ່ງ ແລະ ບໍລິສຸດ ສັດຊື່ຕໍ່ວິຊາຊີບ” ບັນຫາໜຶ່ງ ແມ່ນສານປະຊາຊົນເຂດ ຍັງບໍ່ມີຄົບຖ້ວນທຸກເມືອງ ເຮັດໃຫ້ປະຊາຊົນເຂົ້າຫາຍາກ ກໍຕ້ອງໄດ້ຄົ້ນຄວ້າເງື່ອນໄຂຄວາມເປັນຈິງ ຮອບດ້ານ ເພື່ອບໍລິການຮັບໃຊ້ປະຊາຊົນ, ຈັດວາງຜູ້ພິພາກສາ, ພະນັກງານສານ ໃຫ້ມີຄວາມເໝາະສົມ ກັບຄວາມຮູ້ ຄວາມສາມາດ ແລະ ປະສົບການ.
ເອົາໃຈໃສ່ຄົ້ນຄວ້າສັບຊ້ອນ, ຈັດວາງບຸກຄະລາກອນ ໃສ່ແຕ່ລະການຈັດຕັ້ງໃຫ້ມີຄວາມເໝາະສົມກັບຄວາມຮູ້, ຄວາມສາມາດ ແລະ ພອນສະຫວັນຂອງແຕ່ລະບຸກຄົນ, ໃຫ້ມີຜູ້ທີ່ມີປະສົບການຫຼາຍ, ຜູ້ທີ່ໜຸ່ມນ້ອຍ ບໍ່ທັນມີບົດຮຽນຫຼາຍປະປົນກັນ ເພື່ອແລກປ່ຽນບົດຮຽນ, ປະສົບການ ແລະ ພັດທະນາສານປະຊາຊົນໃຫ້ດີຂຶ້ນ.
ເອົາໃຈໃສ່ບໍາລຸງກໍ່ສ້າງພະນັກງານຂອງສານ ໃຫ້ມີຄວາມຮູ້ຄວາມສາມາດ, ຈັນຍາບັນ-ຈັນຍາທໍາ ແລະ ເປັນມືອາຊີບ ໃນການປະຕິບັດໜ້າທີ່ວຽກງານ ໂດຍສະເພາະ ຜູ້ພິພາກສາ ທີ່ເປັນຜູ້ຕັດສິນຊີ້ຂາດກ່ຽວກັບຄະດີຖືວ່າມີຄວາມສໍາຄັນຫຼາຍ ເພາະການຕັດສິນ, ຊີ້ຂາດດັ່ງກ່າວແຕະຕ້ອງເຖິງຊີວິດ, ສຸຂະພາບ, ອິດສະລະພາບ, ກຽດສັກສີ
ແລະ ສິດຜົນປະໂຫຍດຂອງພົນລະເມືອງ. ສະນັ້ນ, ການບໍາລຸງສ້າງຜູ້ພິພາກສາ ຕ້ອງເອົາໃຈໃສ່ 2 ດ້ານໄປພ້ອມກັນ ຄື: ດ້ານຄຸນທາດການເມືອງ, ຈັນຍາບັນ-ຈັນຍາທໍາ ແລະ ດ້ານຄວາມຮູ້-ຄວາມສາມາດ ທາງດ້ານກົດໝາຍ ແລະ ສ້າງໄດ້ພະນັກງານຕຸລາການໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງມາແຕ່ຮາກຖານ, ສ້າງໄດ້ພະນັກງານຮຸ່ນສືບທອດ-ປ່ຽນແທນ ທີ່ມີຄຸນນະພາບຢູ່ໃນລະບົບສານປະຊາຊົນ.
ເອົາໃຈໃສ່ປັບປຸງກົນໄກ, ແບບແຜນການດໍາເນີນຄະດີ ໃຫ້ມີຄວາມຮັດກຸມ, ເປັນທີ່ເຊື່ອຖືຂອງສັງຄົມ, ຮັບປະກັນໃຫ້ການປະຕິບັດໜ້າທີ່ການເມືອງໄດ້ຢ່າງເຂັ້ມງວດ, ໃຫ້ຄູ່ຄວາມມີຄວາມສະເໝີພາບຕໍ່ໜ້າກົດໝາຍ ແລະ ສານນໍາໃຊ້ກົດໝາຍໃຫ້ຖືກຕ້ອງ, ເປັນທໍາແກ່ຄູ່ຄວາມ, ຮັບປະກັນການດໍາເນີນຄະດີໃຫ້ສິ້ນສຸດຕາມຂະບວນຍຸຕິທໍາ ແລະ ຕ້ອງຮັບປະກັນໃຫ້ໄດ້ 3 ປໍ ຈຶ່ງຈະເຮັດໃຫ້ຜົນການຕັດສິນ, ພິພາກ ສາຄະດີຂອງສານ ເປັນທີ່ຍອມຮັບ ແລະ ເຊື່ອຖືຈາກສັງຄົມ.
ການຄຸ້ມຄອງບໍລິຫານສານມີຄຸນນະພາບ ແລະ ປະສິດທິພາບສູງ, ຫັນການບໍລິຫານສານເຂົ້າສູ່ທັນສະໄໝເທື່ອລະກ້າວ, ນໍາໃຊ້ເຕັກໂນໂລຊີ ເຂົ້າໃນການບໍລິຫານສານ ເພື່ອໃຫ້ວ່ອງໄວ, ປະຢັດເວລາ ແລະ ເຂົ້າເຖິງໄດ້ງ່າຍ. ເອົາໃຈໃສ່ສ້າງແຜນການ, ແຜນງົບປະມານໃຫ້ລະອຽດ, ສອດຄ່ອງກັບຕົວຈິງ, ຄົ້ນຄວ້າປະກອບວັດຖຸອຸປະກອນທີ່ເໝາະສົມໃຫ້ສານແຕ່ລະຂັ້ນ ເພື່ອຮັບປະກັນຄວາມປອດໄພໃນເວລາຕັດສິນຄະດີ.
ຍົກສູງປະສິດທິພາບວຽກງານຕິດຕາມກວດກາຢູ່ສານປະຊາຊົນແຕ່ລະຂັ້ນ, ຖືເອົາວຽກງານກວດກາ ໃຫ້ສຸມໃສ່ເຮັດ 2 ດ້ານໄປພ້ອມກັນຄື: ຕ້ອງເອົາໃຈໃສ່ຕ້ານ ແລະ ສະກັດກັ້ນ ບໍ່ໃຫ້ມີການປະພຶດ ແລະ ປະຕິບັດໜ້າທີ່ຂອງພະນັກງານສານລະເມີດກົດໝາຍ ໂດຍໃຫ້ຄົ້ນຄວ້າ ອອກນິຕິກໍາກ່ຽວກັບກົດຈັນຍາບັນ, ຫຼັກການປະພຶດ, ຂໍ້ຫ້າມ, ມາດ
ຕະ ການວິໄນ ຂອງພະນັກງານສານ ແລະ ເອກະສານສຶກສາອົບຮົມການເມືອງແນວຄິດອື່ນ, ໂຄສະນາເຜີຍ ແຜ່ເອກະສານດັ່ງກ່າວໃຫ້ພະນັກງານຂອງສານຮັບຮູ້ ແລະ ປະຕິບັດເລິກເຊິ່ງ ແລະ ຊຸກຍູ້ຕິດຕາມການປະພຶດ ແລະ ປະຕິບັດໜ້າທີ່ຂອງຜູ້ພິພາກສາ, ພະນັກງານສານເປັນປົກກະຕິ ແລະ ຄະນະພັກ, ຄະນະກວດກາຢູ່ສານປະຊາຊົນ
ແຕ່ລະຂັ້ນ, ບັນດາໜ່ວຍພັກ ຕ້ອງສຸມໃສ່ກວດກາປົກກະຕິໃນແຕ່ລະເດືອນ, ໄຕມາດ ແລະ ປະຈໍາປີ; ເອົາໃຈໃສ່ນໍາພາຄະນະກໍາມະການຕິດຕາມກວດກາປະພຶດ ແລະ ການປະຕິ ບັດໜ້າທີ່ຂອງຜູ້ພິພາກສາ ຢູ່ສານປະຊາຊົນແຕ່ລະຂັ້ນ ເຮັດວຽກຢ່າງແຂງແຮງ, ຕິດຕາມຫາງສຽງສັງຄົມ, ລົງເລິກຫາງສຽງ ແລະ ເກັບກໍາຂໍ້ມູນຄວາມເປັນຈິງໃຫ້ມີ
ຄວາມຊັດເຈນ, ຫຼີກລ້ຽງການໂຈມຕີ, ໃສ່ຮ້າຍປ້າຍສີຂອງຄູ່ຄວາມ ຕໍ່ການແກ້ໄຂຄະດີຂອງສານ, ການນໍາໃຊ້ຊ່ອງວ່າງຂອງກົດໝາຍ, ບໍ່ມີຄວາມໂປ່ງໃສ, ລໍາອຽງ ເຫັນແກ່ພີ່ນ້ອງ, ໝູ່ເພື່ອນ, ຜູ້ລຶ້ງເຄີຍ ຫຼື ອື່ນໆ.
ເອົາໃຈໃສ່ປະຕິບັດກົນໄກປະສານສົມທົບກັບອົງການດໍາເນີນຄະດີຕາມຂະບວນຍຸຕິທໍາ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອແກ້ໄຂຄະດີໃຫ້ວ່ອງໄວ, ຖືກຕ້ອງຕາມກົດໝາຍ ແລະ ຄວາມເປັນຈິງ, ສຸມໃສ່ປຶກສາຫາລື ແກ້ໄຂຄະດີທີ່ຄ້າງຄາມາດົນ. ພ້ອມນັ້ນ, ຍັງສືບຕໍ່ເອົາໃຈໃສ່ປະສານສົມທົບຄົ້ນຄວ້າ, ຊອກຫາກົນໄກ ແລະ ວິທີການປະຕິບັດຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ.