ເຈົ້າໜ້າທີ່ທຳລາຍສິນຄ້າປະເພດເກືອດຫ້າມ ຢາສູບໄຟຟ້າ ໝາກກະໂພກ ແລະ ບັ້ງພຸ

0
71

ພະແນກຕໍາຫຼວດສິ່ງແວດລ້ອມ ຫ້ອງຕໍາຫຼວດ ປກສ ນວ ສົມທົບກັບພະແນກອຸດສາຫະກໍາ ແລະການຄ້າ, ພະແນກສາທາລະນະສຸກ ນວ ໄດ້ຈັດພິທີທຳລາຍສິນຄ້າປະເພດເກືອດຫ້າມ ມີຢາສູບໄຟຟ້າ 1.275 ອັນ, ໝາກກະໂພກ ແລະ ບັ້ງພຸ ລວມມີ 250 ກິໂລກຣາມ.

ພິທີດັ່ງກ່າວ ຈັດຂຶ້ນນວັນທີ 8 ກຸມພາ ທີ່ຜ່ານມານີ້, ທ່ານ ພັຕ ອານຸສອນ ວົງພະຈັນ ຮອງຫົວໜ້າພະແນກຕຳຫຼວດສິ່ງແວດລ້ອມ ປກສ ນວ ໃຫ້ຮູ້ວ່າ: ໂດຍປະຕິບັດຕາມກົດໝາຍວ່າດ້ວຍ ການຄວບຄຸມຢາສູບ ເລກທີ 09/ສພຊ, ລົງວັນທີ 16 ພະຈິກ 2021; ດໍາລັດ ເລກທີ 52/ລບ, ລົງວັນທີ 21 ກຸມພາ 2019 ຂອງນາຍົກ

ລັດຖະມົນຕີ; ແຈ້ງການເລກທີ 01/ຈນວ, ລົງວັນທີ 16 ມັງກອນ 2023 ຂອງເຈົ້າຄອງນະຄອນຫຼວງວຽງຈັນ ກ່ຽວກັບຫ້າມຜະລິດ, ນໍາເຂົ້າ, ຊື້-ຂາຍ, ມີໄວ້ຄອບຄອງ, ໝາກກະໂພກ, ບັ້ງໄຟພຸ.

ດັ່ງນັ້ນ ວັນທີ 20 ມັງກອນ 2023 ເຈົ້າໜ້າທີ່ພະແນກຕຳຫຼວດສິ່ງແວດລ້ອມ ປກສ ນວ ໄດ້ລົງກວດກາຮ້ານຂາຍເຄື່ອງທົ່ວໄປຢູ່ຕະຫຼາດຄໍາສະຫວາດພົບເຫັນໝາກກະໂພກ, ບັ້ງພຸ ລວມນໍ້າໜັກ 233 ກິໂລກຣາມ ແລະ ລົງກວດກາຮ້ານຂາຍເຄື່ອງຢູ່ເຂດບ້ານນາຄໍາ ເມືອງສີໂຄດຕະບອງ ພົບເຫັນໝາກກະໂພກ, ບັ້ງພຸ ລວມນໍ້າໜັກ 27

ກິໂລກຣາມ ແລະ ມາຮອດວັນທີ 24 ມັງກອນ 2023, ເຈົ້າໜ້າທີ່ພະແນກຕຳຫຼວດສິ່ງແວດລ້ອມ ປກສ ນວ ໄດ້ລົງຕິດຕາມກວດກາ ຢູ່ສູນການຄ້າແຫ່ງໜຶ່ງ ເມືອງສີສັດຕະນາກ ພົບເຫັນຈໍານວນໜຶ່ງຮ້ານທີ່ລັກລອບຂາຍຢາສູບໄຟຟ້າ ຜ່ານການກວດກາພົບເຫັນຢາສູບໄຟຟ້າຈໍານວນ 1.275 ອັນ ສິນຄ້າເກືອດຫ້າມຈໍານວນດັ່ງກ່າວ ທາງເຈົ້າໜ້າທີ່ໄດ້ຢຶດເພື່ອມາທໍາລາຍຖິ້ມ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.