ສືບຕໍ່ເຜີຍແຜ່ດຳລັດ ວ່າດ້ວຍຊັບສິນທີ່ຖືກຢຶດອາຍັດ ແລະ ຮິບເປັນຂອງລັດ ຢູ່ 4 ແຂວງພາກໃຕ້

0
58

ຂປລ. ກົມກົດໝາຍ ກະຊວງຍຸຕິທໍາ ແລະ ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ສືບ ຕໍ່ຈັດກອງປະຊຸມເຜີຍແຜ່ ດຳລັດສະບັບເລກທີ 280/ລບ, ລົງວັນທີ 09 ສິງຫາ 2022 ວ່າດ້ວຍຊັບສິນທີ່ຖືກຢຶດ, ອາຍັດ ແລະ ຮິບເປັນຂອງລັດ ໃຫ້ຂະແໜງການກ່ຽວຂ້ອງ 4 ແຂວງພາກໃຕ້ ຄື: ແຂວງ ຈໍາປາສັກ, ສາລະວັນ, ເຊກອງ ແລະ

ອັດຕະປື ໃນວັນທີ 9-10 ກຸມພາ ຜ່ານມາ ຢູ່ແຂວງຈໍາປາສັກ ໂດຍການເປັນປະທານຂອງ ທ່ານ ກົງຈີ ຢ່າງຈື່ ຮອງລັດຖະມົນຕີກະຊວງຍຸຕິທຳ, ຮອງຫົວໜ້າຄະນະຮັບຜິດຊອບເຜີຍແຜ່ດຳລັດດັ່ງກ່າວ ແລະ ພາກສ່ວຍກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ພຸດທະສິນ ເຮືອງທະວົງ ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ໄດ້ໃຫ້ຮູ້ວ່າ: ດໍາລັດສະບັບເລກທີ 280/ລບ ໄດ້ກໍານົດຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາວຽກງານຊັບສິນທີ່ຖືກຢຶດ, ອາຍັດ ແລະ ຮິບເປັນຂອງລັດ ລວມທັງຊັບສິນທີ່ສານຕັດສິນໃຫ້ລັດຄຸ້ມຄອງ ເພື່ອ

ປົກປັກຮັກສາ, ຂຶ້ນບັນຊີ, ຂຶ້ນທະບຽນ, ຄຸ້ມຄອງ, ນໍາໃຊ້ແລະ ຂາຍຊັບສິນດັ່ງກ່າວ ຕາມກົດໝາຍ ແນໃສ່ປົກປ້ອງສິດ, ຜົນປະໂຫຍດຂອງລັດ, ຂອງບຸກຄົນ, ລວມໝູ່ ແລະ ການຈັດຕັ້ງເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ.

ໂອກາດດຽວກັນ, ທ່ານ ສົມບູນ ວົງພະຈັນ ຮອງຫົວໜ້າກົມກົດໝາຍກະຊວງຍຸຕິທໍາ ໄດ້ສະເໜີຄວາມເປັນມາ ຂອງການຄົ້ນຄວ້າດໍາລັດສະບັບນີ້ ເຊິ່ງປະກອບມີ 9 ໝວດ ແລະ 41 ມາດຕາ, ໄດ້ອະທິບາຍໂດຍຫຍໍ້ກ່ຽວກັບບົດບັນຍັດ, ຂັ້ນຕອນການດໍາເນີນຄະດີ, ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ, ການຄຸ້ມຄອງຊັບສິນ

ທີ່ຖືກຢຶດ ຫລື ອາຍັດ, ການນໍາໃຊ້ຊັບສິນທີ່ຮິບເປັນຂອງລັດ ແລະ ບັນດາຂັ້ນຕອນໃນການຕິດຕາມ, ກວດກາອື່ນໆອີກ. ພ້ອມກັນນີ້, ເຂົ້າຮ່ວມ ແລະ ຄະ ນະຮັບຜິດຊອບໄດ້ແລກປ່ຽນຄວາມຄິດເຫັນ ເຊິ່ງກັນ ແລະ ກັນ ໂດຍໄດ້ຍົກໃຫ້ເຫັນຈຸດດີ, ຂໍ້ຄົງຄ້າງໃນໄລຍະຜ່ານມາຂອງຂະແໜງຄຸ້ມຄອງຊັບສິນ ເພື່ອແກ້ໄຂໃນຕໍ່ໜ້າ.

ກອງປະຊຸມຄັ້ງນີ້, ເພື່ອໃຫ້ແຕ່ລະພາກສ່ວນເຂົ້າໃຈ, ເປັນເຈົ້າການໃນການຈັດຕັ້ງປະຕິບັດໄປໃນທິດທາງດຽວກັນ, ບັນດາອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ ປກສ, ປກຊ, ປ່າໄມ້, ພາສີ, ອາກອນ, ຊັບສິນ ແລະ ອົງການກ່ຽວຂ້ອງໃຫ້ເອົາໃຈໃສ່ ຈັດຕັ້ງປະຕິບັດຕາມດໍາລັດສະບັບນີ້ ກໍຄື ຄວາມຮັບຜິດຊອບຂອງເຈົ້າໜ້າທີ່ລັດ ທີ່ຕິດພັນ

ກັບການປະຕິບັດໜ້າທີ່ຕາມພາລະບົດບາດ, ເປັນການຄຸ້ມຄອງ, ປົກປັກຮັກສາຊັບສິນຂອງລັດເຊັ່ນ: ຊັບສິນທີ່ຖືກຢຶດ, ອາຍັດ ແລະ ຮິບເປັນຂອງລັດ ຕ້ອງມີການຄຸ້ມຄອງ, ປົກປັກຮັກສາບໍ່ໃຫ້ຕົກເຮ່ຍ, ເສຍຫາຍ ແລະ ບັນທຶກຂໍ້ມູນໃຫ້ລະອຽດ ເພື່ອໃຫ້ສະ ດວກໃນຄຸ້ມຄອງ, ຕິດຕາມ ແລະ ກວດກາ. ໃນນັ້ນ, ຊັບສິນທີ່ຖືກຢຶດ, ອາ

ຍັດ ແລະ ຮິບເປັນຂອງລັດຕ້ອງໄດ້ຮັບການແກ້ໄຂຢ່າງເໝາະສົມ ແລະ ຊັບສິນຕ້ອງຂາຍອອກ ແລ້ວນໍາເງິນມາເປັນຊັບສິນແທນເຊັ່ນ: ຊັບສິນທີ່ເສື່ອມຄຸນນະພາບໄວ, ຊັບສິນທີ່ຫຍຸ້ງຍາກໃນການປົກປັກຮັກສາ ແຕ່ຕ້ອງບັນທຶກຂໍ້ມູນລະອຽດ ເພື່ອຄວາມຍຸຕິທໍາ ແລະ ໂປ່ງໃສໃນເວລາສະຫລຸບສໍານວນຄະດີ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.