ເຈົ້າໜ້າທີ່ບາດເຈັບ ໃນເຫດການ ທີ່ເມືອງນານ ໄດ້ຮັບການເລື່ອນຊັ້ນພິເສດ ແລະ ມອບຫຼຽນໄຊພິລະອາດຫານ ຊັ້ນ I

0
74

ປະກາດເລື່ອນຊັ້ນພິເສດ ແລະ ມອບຫຼຽນໄຊພິລະອາດຫານ ຊັ້ນ I ໃຫ້ນາຍຕໍາຫຼວດ ທີ່ມີຜົນງານສູຮົບ

ວັນທີ 13 ກຸມພາ 2023 ພົຕ ວັນທອງ ກອງມະນີ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງ ປກສ ຫົວໜ້າກົມໃຫຍ່ການເມືອງ ປກສ ພ້ອມຄະນະ ໄດ້ລົງຢ້ຽມຢາມຕິດຕາມອາການນາຍຕໍາຫຼວດ ທີ່ໄດ້ຮັບບາດເຈັບ ໃນຂະນະປະຕິບັດໜ້າທີ່ສະກັດກັ້ນຄົນຮ້າຍກໍ່ເຫດອາລະວາດຢູ່ ເມືອງນານ ແຂວງຫຼວງພະບາງ ແລະ ໄດ້ມາປິ່ນປົວຢູ່ນະຄອນຫຼວງວຽງຈັນ ພ້ອມທັງປະກາດເລື່ອນຊັ້ນພິເສດ ແລະ ມອບຫຼຽນໄຊພິລະອາດຫານ ໃຫ້ນາຍຕຳຫຼວດທັງສອງສະຫາຍ.

ໂອກາດດັ່ງກ່າວ, ຄະນະຮັບຜີດຊອບ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງ ປກສ ວ່າດ້ວຍການເລື່ອນຊັ້ນພິເສດໃຫ້ນາຍຕໍາຫຼວດ ທີ່ມີຜົນງານໃນການເຮັດໜ້າທີ່ສູ້ຮົບຢູ່ກອງບັນຊາການ ປກສ ຫຼວງພະບາງ; ໃນນີ້ ເລື່ອນຊັ້ນ ຮທ ຂຶ້ນເປັນຊັ້ນ ຮອ ໃຫ້ສະຫາຍ ພົມມາລາ ວິມະຈິດຕະພົງ ພະນັກງານພະແນກການເມືອງ ປກສ ເມືອງນານ, ເລື່ອນຊັ້ນ ຮຕ ຂຶ້ນຊັ້ນ ຮທ ໃຫ້ສະຫາຍ ສົມໃຈ ແກ້ວມະນີຄະ ພະນັກງານກຸ່ມທົ່ງຈະເລີນ ປກສ ເມືອງນານ.

ພ້ອມນີ້ ຍັງໄດ້ຜ່ານຂໍຕົກລົງຂອງລັດຖະມົນຕີກະຊວງ ປ້ອງກັນປະເທດ ມອບຫຼຽນໄຊພິລະອາດຫານ ຊັ້ນ I ໃຫ້ທັງສອງສະຫາຍ. ພົຕ ວັນທອງ ກອງມະນີ ໄດ້ຕ່າງໜ້າໃຫ້ກະຊວງປ້ອງກັນຄວາມສະຫງົບ ລົງມາຢ້ຽມຢາມ ຖາມຂ່າວຕໍ່ນາຍຕຳຫຼວດທັງສອງສະຫາຍທີ່ກຳລັງປິ່ນປົວຢູ່ໂຮງໝໍສູນກາງ 103 ກອງທັບ;

ພ້ອມທັງກ່າວວ່າ: ການເລື່ອນຊັ້ນພິເສດ ແລະ ມອບຫຼຽນໄຊພິລະອາດຫານ ຊັ້ນ I ໃຫ້ທັງສອງສະຫາຍ ເປັນການປະຕິບັດນະໂຍບາຍຢ່າງຖືກຕ້ອງຕໍ່ນາຍຕຳຫຼວດ ທີ່ມີຜົນງານດີເດັ່ນພິເສດເຮັດໜ້າທີ່ສູ້ຮົບ, ຮັບໃຊ້ການສູ້ຮົບຢ່າງພິລະອາດຫານ, ທັງເປັນການເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ.

ທັງນີ້, ກໍເພື່ອເປັນການຍໍຍ້ອງສັນລະເສີນຜົນງານຄຸນງາມຄວາມດີ ໃຫ້ນາຍຕຳຫຼວດກະຊວງປ້ອງກັນຄວາມສະຫງົບ ທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ແກ້ໄຂເຫດການກໍ່ຄວາມບໍ່ສະຫງົບຢູ່ເມືອງນານ ແຂວງຫຼວງພະບາງ ໃນຄັ້ງວັນທີ 6 ກຸມພາ 2023; ເຊິ່ງຜົນງານດັ່ງກ່າວເປັນການປະກອບສ່ວນອັນສຳຄັນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ພາບ-ຂ່າວ: ຄຳໂຖ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.